ກຸ່ມນັກທ່ອງທ່ຽວຈາກປະເທດອາຊຽນ ສາມາດເຂົ້າກິ່ງແຂວງສິບສອງພັ່ນນາຂອງ ສປ ຈີນ ໂດຍຍົກເວັ້ນວິຊາ

11/02/2025 12:17
Email Print 510
ຂປລ ນັບ​ແຕ່​ມື້​ນີ້ ​ເປັນ​ຕົ້ນ​ໄປ, ຈະ​ຈັດ​ຕັ້​ງ​ ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວິ​ຊາ​ ຕໍ່​ກຸ່ມ​ນັກທ່ອງ​ທ່ຽວ​ ຂອງ​ປະ​ເທດ ​ອາ​ຊຽນ ​ທີ່​ເຂົ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູນ​ນານ​ຂອງ ສປ ​ຈີນ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ອົງ​ການ ​ຄຸ້ມ​ຄອງ ​ຊາວ​​ເຄື່ອນ​ຍ້າຍ ​ຖິ່ນ​ຖານ ແຫ່ງ​ຊາດ​ຈີນ ​ໄດ້​ອອກ​ແຈ້ງ​ການ​ ໃນ​ວັນ​ທີ 10 ກຸ​ມ​ພາ​ນີ້ ​ໂດຍ​ລະ​ບຸ​ວ່າ: ນັບ​ແຕ່​ມື້​ນີ້ ​ເປັນ​ຕົ້ນ​ໄປ, ຈະ​ຈັດ​ຕັ້​ງ​ ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວິ​ຊາ​ ຕໍ່​ກຸ່ມ​ນັກທ່ອງ​ທ່ຽວ​ ຂອງ​ປະ​ເທດ ​ອາ​ຊຽນ ​ທີ່​ເຂົ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູນ​ນານ​ຂອງ ສປ ​ຈີນ. ​ກຸ່ມ​ນັກທ່ອງ​ທ່ຽວ​ທີ່​ມີ 2 ຄົນ ແລະ 2ຄົນ​ ຂຶ້ນ​ໄປ​ຂອງ 10 ປະ​ເທດ​ອາຊຽນ ຄື: ສປປ ລາວ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ຟີ​ລິບ​ປິນ, ສິງ​ກະ​ໂປ, ບ​ຣູ​​ໄນ, ສສ ຫວຽດ​ນາມ, ມຽນ​ມາ ແລະ​ ກຳ​ປູ​ເຈຍ, ຖື​ເອົາ​ໜັງ​ສື​ຜ່ານ​ແດນ​ທົ່ວ​ໄປ ແລະ ຈັດ​ຕັ້ງ​ຕ້ອນ​ຮັບ​ ໂດຍ​ຜ່ານ​​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ ສປ ​ຈີນ ສາ​ມາດ​ເຂົ້າ-ອອກ​ເມືອງ ​ແບບ​ຍົກ​ເວັ້ນ​ວິ​ຊາ ​ຜ່ານ​ດ່ານ ​ສະໜາມ​ບິນ​ສາ​ກົນ​ ກາ​ຊາ​ສິບ​ສອງ​ພັ່ນ​ນາ, ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ ແລະ​ ດ່ານ​ທາງຫລວງ​ບໍ່​ຫານ, ບໍ​ລິ​ເວນ​ທ່ອ​ງ​ທ່ຽວ ​ແມ່ນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ, ໄລ​ຍະ​ເວ​ລາ​ທ່ອງ​ທ່ຽວ​ ບໍ່​ໃຫ້​ເກີນ 6 ວັນ.ຜູ້​ຮັບ​ຜິດ​ຊອບ​ ທີ່​ກ່ຽວ​ຂ້ອງ​ ຂອງອົງ​ການ​ຄຸ້ມ​ຄອງ ຊາວ​​ເຄື່ອນ​ຍ້າຍ​ ຖິ່ນ​ຖານ ແຫ່ງ​ຊາດ​ຈີນ ​ແນະ​ນຳ​ໃຫ້​ຮູ້​ວ່າ: ຕໍ່​ໄປ, ສປ ຈີນ​ ຈະ​ດຶງ​ດູດ​ຊາວ​ຕ່າງ​ປະ​ເທດ ຫລາຍກວ່າ​ເກົ່າ​ ເດີນ​ທາງ​ມາ​ທ່ຽວ​ຊົມ ແລະ ດຳ​ເນີນ​ ທຸ​ລະ​ກິດ​ຢູ່ ສປ ​ຈີນ, ເພື່ອ​ເພີ່ມ​ພະ​ລັງ​ແຮງ ​ອັນ​ໃໝ່​ ຢ່າງ​ຕໍ່​ເນື່ອງ​ ເຂົ້າ​ໃນ​​ຕະຫລາດ​ ທ່ອງ​ທ່ຽວ​ພາຍ​ໃນ, ຮັບ​ໃຊ້​ການ​ເປີດ​ ປະ​ຕູ​ທີ່​ມີ​ລະ​ດັບ​ສູງ ແລະ ການ​ພັດ​ທະ​ນາ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຂອງ ສປ ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ໂອກາດດີສຳລັບຄົນລາວ ຈະໄປສຳຜັດປະເທດມາເລເຊຍອາຊຽນ ASEAN

      ໂອກາດດີສຳລັບຄົນລາວ ຈະໄປສຳຜັດປະເທດມາເລເຊຍ

      1/28/2025 11:48:24 AM

      ພາກອຸດສາຫະກໍາທ່ອງທ່ຽວມາເລເຊຍ ປີ 2025 ຫາປີ 2026 ຄາດວ່າຈະເປັນປີດີທີ່ສຸດ ແລະ ຖືກທີ່ສຸດ ທີ່ຄົນລາວຄວນຂຶ້ນແຜນໄວ້ ເພາະມີຫລາຍກິດຈະກໍາທີ່ໜ້າສົນໃຈຈັດສັນໄວ້ ເພື່ອສ້າງປະສົບການທ່ີບໍ່ມີວັນລືມຂອງທ່ານ.

    • ຜູ້ແທນລາວ ສຳເລັດການເຂົ້າຮ່ວມ ມະຫາກຳທ່ອງທ່ຽວອາຊຽນ 2025ອາຊຽນ ASEAN

      ຜູ້ແທນລາວ ສຳເລັດການເຂົ້າຮ່ວມ ມະຫາກຳທ່ອງທ່ຽວອາຊຽນ 2025

      1/22/2025 3:44:46 PM

      ຂປລ. ຄະນະ​ຜູ້​ແທນຈາກ ສປປ ລາວ ນໍາ​ໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສໍາ​ເລັດ​ການເຂົ້າຮ່ວມມະຫາກຳທ່ອງທ່ຽວອາຊຽນ (ATF2025) ຈັດຂຶ້ນລະຫວ່າງວັນທີ 19-20 ມັງກອນ 2025, ທີ່ ລັດຈໍຮໍ ປະເທດມາເລເຊຍ ພາຍໃຕ້ຄໍາຂວັນ “ສາມັກຄີໜຶ່ງດຽວ ສ້າງອະນາຄົດການທ່ອງທ່ຽວອາຊຽນດ້ວຍກັນ​”.

    • ມາເລເຊຍ ຈັດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນອາຊຽນ ASEAN

      ມາເລເຊຍ ຈັດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ

      1/21/2025 12:19:30 PM

      ກອງປະຊຸມ ວົງແຄບ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ສິ້ນສຸດລົງ ຢາງຈົບງາມ ເມື່ອບໍ່ດົນມານີ້ ຢູ່ ລັງກາວິຂອງ ມາເລເຊຍ ແລະ ສສ ຫວຽດນາມ ມີການປະກອບສ່ວນ ຢ່າງຕັ້ງໜ້າ.

    • ຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບອາຊຽນ ASEAN

      ຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ

      1/20/2025 2:05:21 PM

      ຂປລ. ໃນວັນທີ 19 ມັງກອນ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ແບບວົງແຄບ ຢູ່ ລັງກາວີ ປະເທດ ມາເລເຊຍ, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນຄັ້ງທໍາອິດ ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ (Inclusivity and Sustainability)”.

    • ລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບ ເລຂາທິການໃຫຍ່ອາຊຽນອາຊຽນ ASEAN

      ລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບ ເລຂາທິການໃຫຍ່ອາຊຽນ

      1/20/2025 1:32:10 PM

      ຂປລ. ໃນວັນທີ 19 ມັງກອນ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິ ການໃຫຍ່ອາຊຽນ ໃນໂອກາດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ຢູ່ລັງກາວີ ມາເລເຊຍ ໃນລະຫວ່າງວັນທີ 18-19 ມັງກອນ 2025.

ads
ads

Top