ຜູ້ນຳສ.ອາເມລິກາ ອອກຄຳສັ່ງໃຫ້ໂຈະການຜະລິດຫລຽນ 1 ເຊນ

13/02/2025 22:34
ຂປລ ທ່ານ ໂດນັນທຮໍາ ປະທານາທິບໍດີ ສ.ອາເມລິກາ ອອກຄຳສັ່ງ ໃຫ້ສຳນັກພີມແຫ່ງຊາດ ຢຸດຕິການຜະ ລິດຫລຽນ 1 ເຊນ ຫລື 1 ເພນນີ ເນື່ອງຈາກ ເປັນຫລຽນ ທີ່ມີຕົ້ນທຶນ ການຜະລິດສູງ. ເພື່ອປະຢັດ ຄ່າໃຊ້ຈ່າຍສ່ວນກາງ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 11 ກຸມພາ,  ທ່ານ ໂດນັນທຮໍາ ປະທານາທິບໍດີ ສ.ອາເມລິກາ ອອກຄຳສັ່ງ ໃຫ້ສຳນັກພີມແຫ່ງຊາດ ຢຸດຕິການຜະລິດຫລຽນ 1 ເຊນ ຫລື 1 ເພນນີ ເນື່ອງຈາກ ເປັນຫລຽນ ທີ່ມີຕົ້ນທຶນ ການຜະລິດສູງ. ເພື່ອປະຢັດ ຄ່າໃຊ້ຈ່າຍສ່ວນກາງ.

ໂດຍຂໍ້ມູນ ຈາກ ສຳນັກພີມ ແຫ່ງຊາດ ລະບຸວ່າ:  ຕົ້ນທຶນ ການຜະລິດຫລຽນ 1 ເຊນ ຂອງສ.ອາເມລິກາ ລວມມີ 3,7 ເຊນ. ຢ່າງໃດກໍ່ຕາມ ຫລຽນ 1 ເຊນ ແຕ່ລະຫລຽນ ຕ້ອງໃຊ້ ນິເກີລໃນລາຄາ 13,8 ເຊນ. ໄລ່ເຖິງປັດຈຸບັນ ຫລຽນ 1 ເຊນ ເປັນຫລຽນພີມ ທີ່ມີ ການໃຊ້ງານ ແລະ ໝູນວຽນ ຫລາຍທີ່ສຸດ ໃນຕະຫລາດ ຂອງສ.ອາເມລິກາ .  ສຳນັກພີມ ແຫ່ງຊາດ ຜະລິດຫລຽນ 1 ເຊນ ຫລາຍກວ່າ 3.200 ລ້ານຫລຽນ ເມື່ອປີກາຍ. ກວມເອົາອັດຕາສ່ວນຫລາຍກວ່າ ເຄິ່ງໜຶ່ງ ຂອງຫລຽນພີມ ທັງໝົດ ທີ່ຜະລິດຢູ່ໃນ ສ.ອາເມລິກາ  ຕະຫລອດທັງປີ. /

KPL

ຂ່າວອື່ນໆ

ads
ads

Top