61 ປະເທດ ລົງນາມໃນຖະແຫລງການຮ່ວມກ່ຽວກັບປັນຍາປະດິດ

13/02/2025 13:39
ຂປລ ປັດຈຸບັນ ມີຈຳນວນ 61 ປະເທດ ຮັບຮອງເອົາ ຖະແຫລງການຮ່ວມ ກ່ຽວກັບ ຄວາມຕ້ອງການ ປັນຍາປະດິດ (AI) “ເປີດເຜີຍ, ຮອບດ້ານ ແລະ ມີຄຸນສົມບັດ” ໃນກອງປະຊຸມ ສຸດຍອດ AI ເຊິ່ງໄດ້ດຳເນີນຢູ່ ນະຄອນຫລວງ ປາຣີ ຂອງຝຣັ່ງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ປັດຈຸບັນ ມີຈຳນວນ 61 ປະເທດ ຮັບຮອງເອົາ ຖະແຫລງການຮ່ວມ ກ່ຽວກັບ ຄວາມຕ້ອງການ ປັນຍາປະດິດ (AI) “ເປີດເຜີຍ, ຮອບດ້ານ ແລະ ມີຄຸນສົມບັດ” ໃນກອງປະຊຸມ ສຸດຍອດ AI  ເຊິ່ງໄດ້ດຳເນີນຢູ່ ນະຄອນຫລວງ ປາຣີ ຂອງຝຣັ່ງ. ຕາມຖະແຫລງການຈາກ ວັງ Elysee ແລ້ວ, ກອງປະຊຸມສຸດຍອດ ໄດ້ດຳເນີນຢູ່ Grand Palais ຢູ່ ປາຣີ, ບ່ອນທີ 61 ປະເທດ, ໃນນັ້ນ ມີ ຝຣັ່ງ, ອິນເດຍ ແລະ ສປ ຈີນ, ບັນລຸໄດ້ ຄວາມເຫັນດີ ເຫັນພ້ອມ ກ່ຽວກັບ ຫລັກການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນ ສ.ອາເມລິກາ ແລະ ອັງກິດ ບໍ່ລົງນາມ ໃນຂໍ້ຕົກລົງ ສຸດທ້າຍ ຂອງກອງປະຊຸມ, ດ້ວຍເຫດຜົນ ຜົນປະໂຫຍດ ແຫ່ງຊາດ ແລະ ຄວາມວິຕົກກັງວົນ ກ່ຽວກັບ ຂໍ້ຕົກລົງ. ຖະແຫລງການຮ່ວມ ໄດ້ເນັ້ນໜັ້ກ ບັນດາບັນຫາ ກ່ຽວຂ້ອງເຖິງ AI ແລະ ພະລັງງານ ຊຶ່ງໄດ້ຮັບການແກ້ໄຂ “ເປັນຄັ້ງທຳອິດ” ໃນສະພາວະຫລາຍຝ່າຍ. ຖະແຫລງການສະບັບນີ້ ກໍຍົກໃຫ້ເຫັນ ຢ່າງພົ້ນເດັ່ນ ຄວາມຕ້ອງການ ຍົກສູງຄວາມຮັບຮູ້ ກ່ຽວກັບ ຜົນກະທົບຂອງ AI ຕໍ່ຕະຫລາດແຮງງານ ແລະ ຊຸກຍູ້ ບັນດາເຕັກໂນໂລຢີ ກຳນົດທິດຕັ້ງໜ້າ ອະນາຄົດ ຂອງຂະແໜງ. ບັນດາຝ່າຍ ທີ່ໄດ້ເຂົ້າຮ່ວມ ໃນການລົງນາມ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການເພີ່ມທະວີ ການສົມທົບ ໃນການຄຸ້ມຄອງ AI ແລະ ສະກັດກັ້ນ ສະພາບການ ລິຂະສິດ ຕະຫລາດເພື່ອໃຫ້ AI  ເຂົ້າເຖິງໄດ້ງ່າຍກວ່າ ແລະ ຍົກໃຫ້ເຫັນ ຄວາມຕ້ອງການ ຕ້ອງບັນລຸ ໄດ້ຄວາມຄືບໜ້າ ໃນການຮັບປະກັນ ລັກສະນະ ປິດລັບ ແລະ ຄວາມໄວ້ວາງໃຈຂອງ AI ແລະ ຊີ້ແຈ້ງວ່າ AI “ຍືນຍົງ” ຕໍ່ສັງຄົມ ແລະ ພັດທະນາ ຕ້ອງແມ່ນບຸລິມະສິດແຖວໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top