ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

13/02/2025 14:41
ຂປລ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ” ທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກົນໄກ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ຊຶ່ງສອງຝ່າຍໄດ້ເຫັນດີຈະສືບຕໍ່ ຜັນຂະຫຍາຍຢ່າງມີປະສິດທິພາບ ແລະ ເປັນເອກະພາບຕໍ່ການຕີລາຄາ ການພົວພັນຮ່ວມມືສອງປະເທດ ໃນປີ 2024 ທີ່ຜ່ານມາ ເຊິ່ງເລີ່ມແຕ່ຕົ້ນປີ 2025 ກໍມີການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ໄດ້ຮ່ວມກັນເປັນປະທານກອງປະຊຸມ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 47 ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບ ງາມ. ຖືວ່າເປັນການເປີດສາກແຫ່ງການພົວພັນຮ່ວມມືສອງຝ່າຍ ຂອງປີ 2025 ເພື່ອໃຫ້ສອງປະເທດ ສູ້ຊົນໃນດ້ານຕ່າງໆບໍ່ວ່າຈະເປັນດ້ານ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ຂອງສອງປະເທດ ໃຫ້ໄດ້ດີກວ່າປີ 2024 ທີ່ຜ່ານມາ. ສອງຝ່າຍເຫັນດີໃຫ້ສອງກະຊວງການຕ່າງປະເທດ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງ ມາສູ່ປະຊາຊົນສອງປະ ເທດພວກເຮົາ ແລະ ເຫັນດີຮ່ວມກັນສືບ ຕໍ່ຮັກສາມູນເຊື້ອອັນດີງາມ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ ພ້ອມທັງເພີ່ມທະວີໃນການໂຄສະນາ, ເຜີຍແຜ່ສາຍພົວພັນດັ່ງກ່າວ ໃຫ້ປະຊາຊົນສອງປະເທດ ໄດ້ເຂົ້າໃຈກົກເຄົ້າ ແລະ ຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນໍາ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າໃນໂອກາດປີໃໝ່ ຫວຽດນາມ (ເຕັດ) ແລະຫວັງວ່າຈະໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງໃນເວລາອັນໃກ້ນີ້.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ

      2/13/2025 2:36:49 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ທີ່ຈັດ ໃນລະຫວ່າງວັນທີ 11-13 ກຸມພາ 2025 ທີ່ນະຄອນດູໄບ, ສະຫະນະຄອນເອເມຣັດອາຣັບ, ໃນວັນທີ12 ກຸມພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະ ມົນຕີ, ເຈົ້າຄອງນະຄອນດູໄບ.

    • ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທການເມືອງ

      ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທ

      2/13/2025 2:18:00 PM

      ຂປລ. ໃນວັນທີ 13 ກຸມພາ 2025 ນີ້, ຄະນະບໍລິຫານງານ ຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຊຸດທີ VIII, ເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ເລຂາ ຊາວໜຸ່ມຮາກຖານ ກະຊວງ ຖວທ ນຳໂດຍ ສະຫາຍ ບົວໄລ ພານຸວົງ ເລຂາທິການສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸມ ກະຊວງ ຖວທ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້.

    • ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວການເມືອງ

      ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

      2/13/2025 2:11:52 PM

      ຂປລ. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

    • ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ ການເມືອງ

      ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

      2/13/2025 2:02:03 PM

      ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ​ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ​ໄດ້​ພົບ​ປະ​ຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນ​ວັນ​ທີ 11 ກຸມພາ 2025 ຜ່ານ​ມາ.

    • ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນການເມືອງ

      ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນ

      2/13/2025 1:46:22 PM

      ຂປລ. ​ໃນ​ໂອກາດ ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ ແຂວງ​ ໄຊ​ສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງ​ແຂວງ ​ໂດຍ​ໄດ້​ໃຫ້​ທິດ​ຊີ້​ນໍາ​​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ໃນ​ຕໍ່ໜ້າ​ຫລາຍ​ບັນຫາ​ສໍາຄັນ ໂດຍ​ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກ​ແຫ​ລ່ງທົ່ວແຂວງ ເຂົ້າຮ່ວມຮັບ​ຟັງ.

ads
ads

Top