ສື່ມວນຊົນຢ້ຽມຢາມໂຄງການຂຸດຄົ້ນ ປຸງແຕ່ງທອງ-ຄຳບໍລິສັດພູເບ້ຍມາຍນິງ

13/02/2025 14:26
ຂປລ ຂປລ ລະຫວ່າວັນທີ 12-14 ກຸມພາ 2025 ນີ້, ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໄດ້ນຳພາສື່ມວນຊົນລົງຢ້ຽມຢາມ ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄຳ ນໍາໂດຍ ທ່ານ ແກ້ວ​ເລີດສະໄໝ ທໍາມະລັງສີ ທີ່ປຶກ ສາລະດັບສູງ ຝ່າຍພົວພັນສື່ສານຂອງ ບໍລິສັດພູເບ້ຍມາຍນິງ ຈຳກັດ.



ຂປລ ລະຫວ່າວັນທີ
12-14 ກຸມພາ 2025 ນີ້, ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໄດ້ນຳພາສື່ມວນຊົນລົງຢ້ຽມຢາມ ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄຳ ນໍາໂດຍ ທ່ານ ແກ້ວ​ເລີດສະໄໝ ທໍາມະລັງສີ ທີ່ປຶກ ສາລະດັບສູງ ຝ່າຍພົວພັນສື່ສານຂອງ ບໍລິສັດພູເບ້ຍມາຍນິງ ຈຳກັດ.



ທ່ານ ແກ້ວເລີດສະໄໝ ທຳມະລັງສີ ​ໄດ້ໃຫ້ຮູ້ວ່າ: ຈຸດປະສົງທີ່ນໍາພາບສື່ມວນຊົນ ລົງຢ້ຽມຢາມໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄຳ ຂອງບໍລິສັດ ພູເບ້ຍມາຍນິງ ຈຳກັດ ​ໃນຄັ້ງນີ້ ເພື່ອຢາກໃຫ້ສື່ມວນ​ຊົນ ເຫັນໄດ້ເຖິງການປະຕິບັດໜ້າທີ່ວຽກງານ ທີ່ໄດ້ມາດຕະຖານສາກົນຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ, ມີຄວາມຮັບຜິດຊອບ ຕໍ່ສິ່ງແວດລ້ອມ ຕໍ່ປະຊາຊົນ ກໍຄື ຊຸມຊົນ. ພ້ອມນີ້, ກໍເພື່ອຕິດຕາມການດໍາເນີນ ວຽກງານຕ່າງໆຂອງບໍລິສັດ ເປັນຕົ້ນ ການຂຸດຄົ້ນ, ການຜະລິດ, ການປຸງແຕ່ງ, ການປົກປັກຮັກສາສິ່ງ ແວດລ້ອມ ເຊິ່ງເປັນໝາກຫົວໃຈຫລັກຂອງບໍລິສັດ. ນອກນັ້ນ, ກໍຢາກໃຫ້ບັນດາສື່ມວນຊົນ ໄດ້ຮັບຮູ້ເຖິງການເອົາໃຈໃສ່ຂອງບໍລິສັດ ດ້ານການຮັກສາຄວາມປອດໄພ ເພາະບໍລິສັດ ພູເບ້ຍມາຍນິງ ຈຳກັດ ຖືສໍາຄັນຕໍ່ວຽກງານ ດັ່ງກ່າວເປັນອັນດັບ
1, ພະນັກງານທຸກຄົນກັບເມືອບ້ານ ດ້ວຍຄວາມປອດໄພ ລວມເຖິງຜູ້ຮັບເໝົາ ແລະ ມວນຊົນທີ່ດໍາລົງຊີວິດຢູ່ອ້ອມຂ້າງ ອີກດ້ວຍ.




ການລົງຢ້ຽມຢາມຄັ້ງນີ້, ສື່​ມວນ​ຊົນໄດ້ຢ້ຽມຢາມໂຮງງານປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ, ໂຮງງານປຸງແຕ່ງທອງ-ຄຳພູຄຳ ເມືອງອານຸວົງ ແຂວງໄຊສົມບູນ ​ເຊິ່ງ​ໂຮງງານປຸງແຕ່ງຄໍາ-ເງິນ ຢູ່ບ້ານຫ້ວຍຊາຍ ມີອາຍຸການສໍາປະທານຮອດປີ
2035 ແລະ ໂຮງງານປຸງແຕ່ງທອງ-ຄຳພູຄຳ ອາຍຸການສໍາປະທານຮອດ ໄຕມາດທໍາອິດຂອງປີ 2026. ນອກຈາກນີ້, ກໍໄດ້ໄປຢ້ຽມໂຄງ ການປັບປຸງຊີວິດການເປັນຢູ່ ກຸ່ມປູກຜັກ, ສຸກສາ ແລະ ອື່ນໆ ທີ່ນອນໃນການສະໜັບສະໜູນຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ.

KPL

ຂ່າວອື່ນໆ

    • ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊວັດທະນະທຳ-ສັງຄົມ

      ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊ

      2/13/2025 2:30:18 PM

      ຂປລ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫລາຍຂຶ້ນ.

    • ການສຶກສາອົບຮົມຊາວໜຸ່ມ ໃຫ້ຮູ້ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງຊາດວັດທະນະທຳ-ສັງຄົມ

      ການສຶກສາອົບຮົມຊາວໜຸ່ມ ໃຫ້ຮູ້ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງຊາດ

      2/13/2025 10:09:49 AM

      ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ການສຶກສາອົບຮົມໄວໜຸ່ມໃນການອະນຸລັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາອັນດີງາມຂອງຊາດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນດ້ວຍຫລາຍຮູບແບບ.

    • ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດວັດທະນະທຳ-ສັງຄົມ

      ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

      2/12/2025 2:31:37 PM

      ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ  70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ

      2/12/2025 2:25:47 PM

      ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ

      2/12/2025 2:23:35 PM

      ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.

ads
ads

Top