ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ

13/02/2025 14:36
ຂປລ ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ທີ່ຈັດ ໃນລະຫວ່າງວັນທີ 11-13 ກຸມພາ 2025 ທີ່ນະຄອນດູໄບ, ສະຫະນະຄອນເອເມຣັດອາຣັບ, ໃນວັນທີ12 ກຸມພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະ ມົນຕີ, ເຈົ້າຄອງນະຄອນດູໄບ.

ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ທີ່ຈັດ ໃນລະຫວ່າງວັນທີ 11-13 ກຸມພາ 2025 ທີ່ນະຄອນດູໄບ, ສະຫະນະຄອນເອເມຣັດອາຣັບ, ໃນວັນທີ12 ກຸມພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ.

 ໃນການພົບປະຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບທີ່ຢ່າງອົບອຸ່ນ, ພ້ອມທັງໃຫ້ຄວາມສະດວກສະບາຍທຸກຢ່າງ ໃນການເຂົ້າຮ່ວມກອງປະຊຸມ ທີ່ມີຄວາມໝາຍສໍາຄັນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ຕຸລາ 1996 ເປັນຕົ້ນມາ, ສະຫະນະຄອນ ເອເມຣັດ ອາຣັບ ໃຫ້ຄວາມສໍາຄັນໃນການເສີມ ຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫລອດໄລຍະຫລາຍຜ່ານມາ ແລະ ປີ 2026 ນີ້ ກໍພໍດີຄົບຮອບ 30 ປີ ເຕັມໄປດ້ວຍຂີດໝາຍສໍາຄັນ ທີ່ສອງຜູ້ນໍາໄດ້ພົບປະກັນ ໃນລະຫວ່າງການເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ2025ແລະ ທີ່ຜ່ານມາກໍເຫັນວ່ານັກທຸລະກິດຂອງ ຢູເອອີ ຈໍານວນໜຶ່ງໄດ້ໄປລົງທຶນຢູ່ ສປປ ລາວ ໃນຂະແໜງການທ່າບົກ ທີ່ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ນັກທຸລະກິດລາວ ກໍໄດ້ມີການນໍາເຂົ້າວັດຖຸພັນຈາກ ຢູເອອີ ອີກດ້ວຍ, ເຫັນດີສືບຕໍ່ຊຸກຍູ້ພາກທຸລະກິດ ແລະ ນັກລົງທຶນ ເດີນທາງໄປສຶກສາຄວາມເປັນໄປໄດ້ ໃນການລົງທຶນຢູ່ສປປລາວ ໃນຂະແໜງການທີ່ມີທ່າແຮງສູງເປັນຕົ້ນ ກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ພະລັງງານ-ໄຟຟ້າ, ບໍ່ແຮ່ ແລະ ອື່ນໆ ໃຫ້ສອງຝ່າຍມີການຮ່ວມມືກັນ ຕື່ມອີກ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຊື້ອເຊີນສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ, ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ເພື່ອເປັນໜຶ່ງໃນກິດຈະກໍາ ຂອງການສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດເພື່ອນມິດພວກເຮົາ ໃນປີ 2026 ທີ່ຈະມາເຖິງນີ້.

ພ້ອມດຽວກັນ,ໃນຕອນເຊົ້າຂອງວັນທີ11ກຸມພາ 2025 ຜ່ານມາ, ທ່ານ ທານິ ບິນ ອາເມັດ ອາລ ເຊຢູດິ ລັດຖະມົນຕີ ແຫ່ງລັດ ຮັບຜິດຊອບດ້ານການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ເຂົ້າພົບຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອປຶກສາຫາລືການຮ່ວມມື ເພື່ອສົ່ງເສີມດ້ານການຄ້າ ແລະ ການລົງທຶນທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ.

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      2/13/2025 2:41:40 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ” ທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທການເມືອງ

      ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທ

      2/13/2025 2:18:00 PM

      ຂປລ. ໃນວັນທີ 13 ກຸມພາ 2025 ນີ້, ຄະນະບໍລິຫານງານ ຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຊຸດທີ VIII, ເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ເລຂາ ຊາວໜຸ່ມຮາກຖານ ກະຊວງ ຖວທ ນຳໂດຍ ສະຫາຍ ບົວໄລ ພານຸວົງ ເລຂາທິການສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸມ ກະຊວງ ຖວທ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້.

    • ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວການເມືອງ

      ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

      2/13/2025 2:11:52 PM

      ຂປລ. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

    • ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ ການເມືອງ

      ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

      2/13/2025 2:02:03 PM

      ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ​ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ​ໄດ້​ພົບ​ປະ​ຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນ​ວັນ​ທີ 11 ກຸມພາ 2025 ຜ່ານ​ມາ.

    • ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນການເມືອງ

      ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນ

      2/13/2025 1:46:22 PM

      ຂປລ. ​ໃນ​ໂອກາດ ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ ແຂວງ​ ໄຊ​ສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງ​ແຂວງ ​ໂດຍ​ໄດ້​ໃຫ້​ທິດ​ຊີ້​ນໍາ​​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ໃນ​ຕໍ່ໜ້າ​ຫລາຍ​ບັນຫາ​ສໍາຄັນ ໂດຍ​ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກ​ແຫ​ລ່ງທົ່ວແຂວງ ເຂົ້າຮ່ວມຮັບ​ຟັງ.

ads
ads

Top