ຂປລ
ຂປລ. ໃນໂອກາດ ເຄື່ອນໄຫວວຽກງານຢູ່ ແຂວງ ໄຊສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງແຂວງ ໂດຍໄດ້ໃຫ້ທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າຫລາຍບັນຫາສໍາຄັນ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກແຫລ່ງທົ່ວແຂວງ ເຂົ້າຮ່ວມຮັບຟັງ.
![](https://kpl.gov.la/Media/Upload/News/Thumb/2025/02/13/101.jpg)
ຂປລ. ໃນໂອກາດ ເຄື່ອນໄຫວວຽກງານຢູ່ ແຂວງ ໄຊສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງແຂວງ ໂດຍໄດ້ໃຫ້ທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າຫລາຍບັນຫາສໍາຄັນ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກແຫລ່ງທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ທ່ານ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ແຂວງສືບຕໍ່ ຈັດຕັ້ງປະຕິບັດນະໂຍບາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເຜີຍແຜ່ເຊື່ອມຊຶມບັນດານິຕິກຳ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ພ້ອມທັງຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ ຫລຸດດໜ່ອຍຖອຍລົງ. ນອກນີ້, ຕ້ອງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດ ມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະ ສິກຳເປັນສິນຄ້າຂອງປະຊາຊົນ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ຂອງຂະແໜງສຶກສາ ແລະ ຂະແໜງສາທາລະນະສຸກ ໃຫ້ບັນລຸຕາມຄາດໝາຍ, ສືບຕໍ່ແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການສະເຫລີມສະຫລອງ 3 ວັນປະຫວັດສາດ ທີ່ຈະມາຮອດໃນມໍ້ໆນີ້.
![](https://kpl.gov.la/Media/Upload/News/Thumb/2025/02/13/103.jpg)
ໂອກາດດຽວກັນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ລາຍງານໂດຍສັງເຂບ ວຽກທີ່ພົ້ນເດັ່ນຂອງ ແຂວງ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ, ແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດ ດໍາລັດ 414/ລບ, ສອງວາລະແຫ່ງຊາດ 1 ປີ ຜ່ານມາ (2024) ແລະ ທິດທາງແຜນການ ປີ 2025 ຊຶ່ງຕະຫລອດໄລຍະທີ່ຜ່ານມາ ຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ. ໃນນີ້, ສາມາດສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງໄດ້ 5 ບ້ານ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 12 ບ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດ ແລະ ອື່ນໆ ໃຫ້ຫລຸດໜ່ອຍຖອຍລົງ; ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 28 ລາຍ, ກັກຕົວຜູ້ກະທໍາຜິດ 577 ຄົນ ຍິງ 38 ຄົນ, ຢຶດຂອງກາງຢາບ້າໄດ້ 79.767 ເມັດ, ຝິ່ນ 5.504 ບັກ, ຄໍລາເຈນ 1.830 ຖົງ, ເຄຕາມິນ 6 ຖົງໃຫຍ່, ປືນແກັບ 6 ກະບອກ, ປືນສັ້ນ 4 ກະບອກ, ລູກປືນສັ້ນ 204 ລູກ, ລູກປືນອາກາ (AK) 57 ລູກ, ທຳລາຍສວນຝິ່ນໄດ້ 12 ເຮັກຕາ; ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ເຮັດໃຫ້ເສດຖະກິດມະຫາພາກ ຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບດີ, ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ (ໂຄງການສືບຕໍ່ ແລະ ສະເໜີໃໝ່) ທັງໝົດ 158 ໂຄງການ, ຂັ້ນແຂວງຄຸ້ມຄອງມີທັງໝົດ 102 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 1.856 ຕື້ກວ່າກີບ, ໄດ້ຊຸກຍູ້ສົ່ງເສີມການຜະລິດ ກະສິກຳເປັນສິນຄ້າ ຂອງປະຊາຊົນ ແລະ ວຽກງານອື່ນໆ.
ຂ່າວ: ຄຳໝັ້ນ ພຽງພິລາ
KPL