ຂປລ
ທ່ານ ໂຣຊານ ເປຣກາຊາ ຣູສລານີ ລັດຖະມົນຕີ ກະຊວງ ການລົງທຶນ ແລະ ອຸດສາຫະກຳ ປາຍນໍ້າ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ກຳນົດ ເປົ້າໝາຍ ດຶງດູດ ການລົງທຶນ ລະຫວ່າງ ປີ 2025-2029 ໂດຍມີມູນຄ່າ 8,15 ແສນລ້ານ ໂດລາ ສະຫະລັດ ເພື່ອບັນລຸ ອັດຕາ ການເຕີບໂຕ ຂອງ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ກວມເອົາ 8%.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 11 ກຸມພາ, ທ່ານ ໂຣຊານ ເປຣກາຊາ ຣູສລານີ ລັດຖະມົນຕີ ກະຊວງ ການລົງທຶນ ແລະ ອຸດສາຫະກຳ ປາຍນໍ້າ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ກຳນົດ ເປົ້າໝາຍ ດຶງດູດ ການລົງທຶນ ລະຫວ່າງ ປີ 2025-2029 ໂດຍມີມູນຄ່າ 8,15 ແສນລ້ານ ໂດລາ ສະຫະລັດ ເພື່ອບັນລຸ ອັດຕາ ການເຕີບໂຕ ຂອງ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ກວມເອົາ 8%.
ທ່ານ ໂຣຊານ ເປຣກາຊາ ຣູສລານີ ກ່າວວ່າ ການລົງທຶນ ເປັນຕົວຂັບເຄື່ອນຫລັກ ໃນການ ບັນລຸ ການເຕີບໂຕ ຂອງ ລວມຍອດ ຜະລິດ ຕະພັນ ພາຍໃນ ປະເທດ, ໂດຍມີ ເປົ້າໝາຍ ດຶງດູດ ການລົງທຶນ ທັງໝົດ ໃນໄລຍະ 5 ປີ ຕໍ່ໜ້າ (2025-2029) ຈະສູງກວ່າ 8 ແສນລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 143% ເມື່ອທຽບກັບ ການລົງທຶນທັງໝົດ ໃນໄລຍະ ທົດສະວັດ ທີ່ຜ່ານມາ. ນອກນັ້ນ, ບົດບາດ ສຳຄັນ ຂອງ ການລົງທຶນ ໃນໂຄງສ້າງ ເສດຖະກິດ ຂອງ ອິນໂດເນເຊຍ. ປັດຈຸບັນ ມີປະມານ 53% ຂອງ ການເຕີບໂຕ ທາງເສດຖະກິດ ຂອງ ປະເທດ ຂັບເຄື່ອນ ດ້ວຍການບໍລິໂພກ ພາຍໃນປະເທດ 28% ຂັບເຄື່ອນ ດ້ວຍການລົງທຶນ, 9% ຂັບເຄື່ອນດ້ວຍ ການໃຊ້ຈ່າຍ ຂອງ ລັດຖະບານ ແລະ 2% ຂັບເຄື່ອນ ດ້ວຍມູນຄ່າການສົ່ງອອກສຸດທິ. /
KPL