ຫວຽດເຈັດ ຖືກຈັດອັນດັບເປັນສາຍການບິນລາຄາຖືກທີ່ສຸດໃນປີ 2025

13/02/2025 21:39
ຂປລ ສາຍການບິນຫວຽດເຈັດ (VietJet) ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025

ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກເວັບໄຊ AirlineRatings.com ຊຶ່ງເປັນເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ. ຂະນະດຽວກັນສາຍການບິນໄດ້ສືບຕໍ່ເສີມຂະຫຍາຍເຮືອບິນ A330 ແລະ A321 ເຊິ່ງເຮັດໃຫ້ການເດີນທາງເທິງອາກາດສາມາດເຂົ້າເຖິງທຸກຄົນ. VietJet ຍັງໄດ້ຮັບການຍອມຮັບໃນດ້ານຜະລິດຕະພັນສາຍການບິນລາຄາປະຢັດຂອງວົງການການບິນ ເຊິ່ງລວມມີການບໍລິການຊັ້ນທຸລະກິດທີ່ມອບປະສົບການທີ່ດີໃຫ້ແກ່ຜູ້ໂດຍສານ. ເວັບໄຊAirlineRatings ຍັງໄດ້ໃຫ້ຄະແນນແກ່ VietJet ລະດັບ 7 ດາວ ໃນການເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກ, ແລະ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນ 10 ສາຍການບິນທີ່ປອດໄພທີ່ສຸດ ແລະ ລາຄາປະຢັດທີ່ສຸດໃນໂລກເປັນເວລາຫລາຍປີ. ໃນປີ 2022 VietJet ຍັງໄດ້ຮັບນາມເປັນສາຍການບິນທີ່ຄຸ້ມຄ່າແຫ່ງປີ.VietJet ມີຄວາມພາກພູມໃຈໃນມອບການຄວາມສຸກ ແລະ ໃຫ້ລາຄາທີ່ປະຢັດຜ່ານເຮືອບິນລຳທີ່ທັນສະໄໝ ແລະ ປະຢັດນ້ຳມັນ, ພ້ອມທັງຮັບປະກັນການບໍລິການທີ່ດີເລີດໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ປັດຈຸບັນນີ້, ສາຍການບິນດັ່ງກ່າວມີຖ້ຽວບິນໂດຍກົງຈາກນະຄອນຫລວງວຽງຈັນ ໄປ ນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍ.

ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກໄດ້ຖືກຈັດໂດຍ ເວັບໄຊ AirlineRatings ແຕ່ປີ 2013 ເພື່ອເປັນກຽດແກ່ສາຍການບິນທີ່ດີທີ່ສຸດໃນໝວດໝູ່ທີ່ສໍາຄັນຕ່າງໆໃນອຸດສາຫະກໍາການບິນ. ໃນແຕ່ລະສາຍການບິນໄດ້ຮັບການປະເມີນຢ່າງລະອຽດ ໂດຍພິຈາລະນາໃນສິ່ງທີ່ສະໜອງໃຫ້ແກ່ຜູ້ໂດຍສານ. ນອກຈາກນີ້, ສາຍການບິນຊັ້ນນໍາອື່ນໆທີ່ໄດ້ຮັບການຍອມຮັບໃນປີນີ້ກໍ່ມີສາຍການບິນ Korean Air, Qatar, Air New Zealand, Emirates, ແລະ Etihad.

KPL

ຂ່າວອື່ນໆ

ads
ads

Top