ການສຶກສາອົບຮົມຊາວໜຸ່ມ ໃຫ້ຮູ້ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງຊາດ

13/02/2025 10:09
ຂປລ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ການສຶກສາອົບຮົມໄວໜຸ່ມໃນການອະນຸລັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາອັນດີງາມຂອງຊາດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນດ້ວຍຫລາຍຮູບແບບ.

      *ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ການສຶກສາອົບຮົມໄວໜຸ່ມໃນການອະນຸລັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາອັນດີງາມຂອງຊາດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນດ້ວຍຫລາຍຮູບແບບ ໂດຍສະເພາະຖືສໍາຄັນວຽກງານວັດທະນະທໍາສັງຄົມ, ສິລະປະ-ວັນນະຄະດີເຂົ້າໃນແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ຍຸດທະສາດພັດທະນາຊາວໜຸ່ມ, ໂຄສະນາຜ່ານສື່ຂອງສູນກາງຊາວໜຸ່ມ ເພື່ອເຮັດໃຫ້ຊາວໜຸ່ມ- ເຍົາວະຊົນຮູ້ອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດຕະຫລອດໄປ. 

      ທ່ານ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ກ່າວຕໍ່ກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ປີ 2024 ແລະ ທິດທາງປີ 2025 ມໍ່ໆນີ້ວ່າ: ເພື່ອເປັນການອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງລາວໄວ້ກັບຄົນຮຸ່ນໜຸ່ມນັ້ນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດໜຶ່ງໃນນັ້ນ ໄດ້ຖືສໍາຄັນເປັນບູລິມະສິດແມ່ນນໍາເອົາວຽກງານວັດທະນະທໍາສັງຄົມ, ສິລະປະ-ວັນນະຄະດີເຂົ້າໃນແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ຍຸດທະສາດພັດທະນາຊາວໜຸ່ມ ພ້ອມສ້າງຄູ່ມືເອກະສານມູນເຊື້ອຂອງຄະນະຊາວໜຸ່ມທີ່ຮັບໃຊ້ໃຫ້ແກ່ວຽກງານໂຄສະນາສຶກສາອົບຮົມ ນອກຈາກດ້ານນິຕິກໍາແລ້ວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຍັງມີກົມສື່ມວນຊົນໜຸ່ມລາວ, ສະໂມສອນທີ່ເຄື່ອນໄຫວວຽກງານຊາວ ໜຸ່ມທີ່ເຮັດໜ້າທີ່ໃນການໂຄສະນາ, ສຶກສາອົບຮົມຜ່ານສື່ທາງເອເລັກໂຕຣນິກ, ສື່ສິ່ງພິມ, ສື່ອອນລາຍ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມີສະຖານີວິທະຍຸ, ວັງເຍົາວະຊົນ ທີ່ສູນກິດຈະກໍາຄົບວົງຈອນ ທີ່ມີຫ້ອງມູນເຊື້ອຍັງໄດ້ໃຊ້ຫລາຍຮູບແບບ ແລະ ວິທີການເພ່ືອໃຫ້ເຍົາວະຊົນ-ຊາວໜຸ່ມໄດ້ຮຽນຮູ້ວັດທະນະທໍາຮີດຄອງປະເພນີ ວິຖີຊີວິດເປັນການສືບທອດມູນເຊື້ອແຕ່ດຶກດໍາບັນ ທີ່ປູ່ຍ່າຕາຍາຍໄດ້ບັນທຶກໄວ້ໃນປະຫວັດສາດຂອງຊາດລາວ. ສຳລັບທາງດ້ານສິລະປະ-ວັນນະຄະດີ ມີໜ່ວຍສິລະປະຢູ່ສູນກາງ ແລະ ແຕ່ລະໜ່ວຍຊາວໜຸ່ມກະຊວງ, ອົງການ, ສູນກາງ, ແຂວງຍັງໄດ້ຈັດງານພົບປະແລກປ່ຽນ ສໍາລັບຊາວໜຸ່ມ-ເຍົາວະຊົນທົ່ວປະເທດພ້ອມທັງໄປສະແດງຢູ່ຕ່າງປະເທດເຊ່ັນ: ຄ້າຍຊາວໜຸ່ມ- ຣັດເຊຍ, ໂຄງການເດີນທະເລ, ຄ້າຍຕະລຸມບອນຊາວໜຸ່ມ.

     ເຖິງແມ່ນວ່າ ໄດ້ມີຫລາຍຮູບແບບໃນການສຶກສາອົບຮົມ ແຕ່ແນໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຄະນະຊາວໜຸ່ມ ຍັງຈະຕ້ອງໄດ້ສຸມໃສ່ການສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີເພື່ອເຮັດໜ້າທີ່ໂຄສະນາໄລຍະໃໝ່;  ສືບຕ່ໍບູລະນະຍົກລະດັບທາງດ້ານວັດຖຸເຕັກນິກພື້ນຖານໂຄງລ່າງໃຫ້ທັນສະໄໝ ເພື່ອໃຫ້ເຍົາວະຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານໄດ້ງ່າຍໃນເງື່ອນໄຂປັດຈຸບັນຍຸກວິທະຍາສາດເຕັກໂນໂລຊີສູງ ເພາະເຍົາວະຊົນ- ຊາວໜຸ່ມໃນປັດຈຸບັນເຂົ້າເຖິງການຮັບເອົາຂໍ້ມູນຂ່າວສານໄດ້ໄວ ພ້ອມທັງມີຜົນບວກ ແລະ ຜົນລົບ; ສືບຕໍ່ປູກຈິດສໍານຶກດ້ານສິນລະປະວັດທະນະທໍາຮີດຄອງປະເພນີໃຫ້ແກ່ຊາວໜຸ່ມ ໃຫ້ກວ້າງຂວາງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຖືສໍາຄັນໃນການຄົ້ນຄວ້າ ສ້າງທຸກເງື່ອນໄຂໃນສະພາບຄວາມເປັນຈິງ ເພື່ອສຸມໃສ່ໃຫ້ຊາວໜຸ່ມສີວິໄລທາງດ້ານຄວາມຮູ້ຄວາມສາມາດ, ສຸຂະພາບແຂງແຮງ, ຮຽນຮູ້ປະຫວັດສາດຂອງຊາດ, ຮຽນຮູ້ຄຸນສົມບັດທັດສະນະຂອງບັນພະບູລຸດອະນຸລັກຮັກສາຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ ໄວ້ຄູ່ຄົນຮຸ່ນໜຸ່ມຕະຫລອດໄປ. ທ່ານ ບົວໂຮມ ສົມວິຈິດ ກ່າວ.

KPL

ຂ່າວອື່ນໆ

ads
ads

Top