ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊ

13/02/2025 14:30
ຂປລ ຂປລ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫລາຍຂຶ້ນ.

ຂປລ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫລາຍຂຶ້ນ. ປັດຈຸບັນ, ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ​ເຊິ່ງມີເນື້ອທີ່ທັງໝົດ 6.700 ຕາແມັດ, ກວດກູ້ສຳເລັດແລ້ວ 3.800 ກວ່າຕາແມັດ, ພົບລະເບີດ ຈໍຳນວນ 9 ລູກ, ສໍຳພາວຸດ 3 ລູກ, ​ໂບມ​ບີບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ.

ສະຫາຍ ພັນໂທ ພູວຽງ ວັນນະສອນ ຮອງຫົວໜ້າການທະຫານ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ, ຮັບຜິດຊອບດ້ານວິຊາການ ເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ປະຈຳເມືອງວຽງໄຊ ແຂວງຫົວພັນ ​ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ທີມງານຂອງພວກເຮົາ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ໂຮງຮຽນ ມສ ວຽງໄຊ ໂດຍໄດ້ລົງມືຈັດຕັ້ງປະຕິບັດກວດກູ້ແຕ່ວັນທີ 23 ມັງກອນ 2025 ເປັນຕົ້ນມາ ເຊິ່ງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ຂໍ້​ສະດວກ ​ແມ່ນຂັ້ນເທິງໄດ້ລົງເລິກໃກ້ຊິດຕິດແທດ ແລະ ຕອບສະໜອງດ້ານອຸປະກອນການຮັບໃຊ້ຕ່າງໆ, ຕະຫລອດຮອດອຳນາດການປົກຄອງ, ຄະນະອຳນວຍການ ​ແລະ ນັກຮຽນໃຫ້ການຮ່ວມມືເປັນຢ່າງດີ. ສ່ວນຂໍ້ຫຍຸ້ງຍາກ  ແມ່ນສະຖານທີ່ດັ່ງກ່າວ ເປັນຂອບເຂດຖົມດິນ, ດິນແຂງຜ່ານການໂລມາກ່ອນ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຂຸດ. ໃນນັ້ນ, ຍັງພົບເສດສະເກັດ ແລະ ຊິ້ນສ່ວນລະເບີດເປັນຈຳນວນຫລວງຫລາຍ. ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບດ້ານວິຊາການ ເກັບກູ້ລະເບີດ ຮ່ວມມື ລາວ-ຣັດເຊຍ ກໍໄດ້ຂຸ້ນ ຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ ເມືອງວຽງໄຊ ແຂວງຫົວພັນ ໃຫ້ສຳເລັດກ່ອນວັນທີ 8 ກຸມພາ 2025 ນີ້.

ໃນປັດຈຸບັນ ລະເບີດທີ່ຍັງບໍ່ທັນແຕກ(ລບຕ) ຍັງສືບຕໍ່ສົ່ງຜົນກະທົບຢູ່ບໍລິເວນກວ້າງຂວາງຂອງ ປະເທດເຮົາເຊັ່ນ: ໃນປ່າດົງ, ທົ່ງໄຮ່-ທົ່ງນາ, ບ້ານ, ໂຮງຮຽນ, ຖະໜົນຫົນທາງ ແລະ ເຂດທີ່ຢູ່ອາ​ໄສ ຂອງປະຊາຊົນ ຢ່າງຫລວງຫລາຍ. ສະນັ້ນ ກອງກວດ-ກູ້ລະເບີດ ເພື່ອມະນຸດສະທຳ  58 ຜູ້ທີ່ປະຕິບັດໜ້າທີ່ຕົວຈິງ ໄດ້ສູ້ຊົນປະຕິບັດໜ້າ ທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນເຮັດໃຫ້ປະຊາຊົນ ໄດ້ຮັບຄວາມປອດໄພສູງສຸດ ຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ.

ພາບ-ຂ່າວ: ອາໄຊ

KPL

ຂ່າວອື່ນໆ

    • ສື່ມວນຊົນຢ້ຽມຢາມໂຄງການຂຸດຄົ້ນ ປຸງແຕ່ງທອງ-ຄຳບໍລິສັດພູເບ້ຍມາຍນິງວັດທະນະທຳ-ສັງຄົມ

      ສື່ມວນຊົນຢ້ຽມຢາມໂຄງການຂຸດຄົ້ນ ປຸງແຕ່ງທອງ-ຄຳບໍລິສັດພູເບ້ຍມາຍນິງ

      2/13/2025 2:26:06 PM

      ຂປລ ລະຫວ່າວັນທີ 12-14 ກຸມພາ 2025 ນີ້, ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໄດ້ນຳພາສື່ມວນຊົນລົງຢ້ຽມຢາມ ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄຳ ນໍາໂດຍ ທ່ານ ແກ້ວ​ເລີດສະໄໝ ທໍາມະລັງສີ ທີ່ປຶກ ສາລະດັບສູງ ຝ່າຍພົວພັນສື່ສານຂອງ ບໍລິສັດພູເບ້ຍມາຍນິງ ຈຳກັດ.

    • ການສຶກສາອົບຮົມຊາວໜຸ່ມ ໃຫ້ຮູ້ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງຊາດວັດທະນະທຳ-ສັງຄົມ

      ການສຶກສາອົບຮົມຊາວໜຸ່ມ ໃຫ້ຮູ້ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງຊາດ

      2/13/2025 10:09:49 AM

      ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ການສຶກສາອົບຮົມໄວໜຸ່ມໃນການອະນຸລັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາອັນດີງາມຂອງຊາດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນດ້ວຍຫລາຍຮູບແບບ.

    • ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດວັດທະນະທຳ-ສັງຄົມ

      ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

      2/12/2025 2:31:37 PM

      ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ  70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ

      2/12/2025 2:25:47 PM

      ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ

      2/12/2025 2:23:35 PM

      ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.

ads
ads

Top