ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

13/02/2025 14:11
Email Print 123
ຂປລ ຂປລ. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.




ຂປລ. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ
3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.




ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງຄະນະພັກ
, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ສ້າງມາໄດ້ ເຊິ່ງສະແດງໃຫ້ເຫັນມີຫລາຍອັນທີ່ພົ້ນເດັ່ນ ພ້ອມທັງ ໃຫ້ທິດເຍືອງທາງຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຄວນເອົາໃຈໃສ່ຄົ້ນຄວ້າ ຮູບແບບໂຄສະນາ-ສຶກສາອົບຮົບ ການເມືອງ-ນຳພາແນວຄິດ ຕໍ່ສະມາຊິກນັກຮົບເກົ່າ ໃຫ້ແທດເໝາະ ແລະ ສອດຄ່ອງແຕ່ລະເປົ້າໝາຍ ໃນແຕ່ລະໄລຍະ ເພື່ອໃຫ້ເຂົ້າເຈົ້າກໍາໄດ້ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງ ໂດຍຖືເອົາ 3 ວັນປະຫວັດສາດ ສຳຄັນຂອງຊາດ, ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນປີ 2025 ນີ້ ເປັນການໂຄສະນາປຸກ ລະດົມນັກຮົບເກົ່າ ກໍຄື ປະຊາຊົນລາວບັນດາເຜົ່າໃຫ້ເລິກເຊິ່ງ ແລະ ກວ້າງຂວາງ.




ພ້ອມນີ້
, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕ້ອງໄດ້ເພີ່ມທະວີ ເອົາໃຈໃສ່ແກ້ໄຂບັນດາຂໍ້ ຄົງຄ້າງໃນປີຜ່ານມາ ໃນຂັ້ນຮາກຖານພັກ ເພື່ອຂົນຂວາຍປຸກລະດົມປະຊາຊົນ ເຮັດວຽກງານຮາກຖານ ຊ່ວຍຄະນະພັກຂັ້ນເທິງ; ປັບປຸງເນື້ອໃນ ແລະ ຮູບແບບເຄື່ອນໄຫວນຳພາ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດ ແລະ ໜ້າທີ່ ຂອງສະຫະພັນນັກຮົບເກົ່າ; ເອົາໃຈໃສ່ປະສານສົມທົບແໜ້ນກັບ ບັນດາກະຊວງ, ອົງການຂັ້ນສູນກາງ ກໍຄື ຄະນະພັກອົງການປົກຄອງທ້ອງຖິ່ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກນັກຮົບເກົ່າ; ເອົາໃຈໃສ່ໃນການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ສອດຄ່ອງ, ຮັບປະກັນເລືອກໄດ້ບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຖືກຕ້ອງ, ມີຄວາມຮູ້ຄວາມສາມາດ ໃນການນໍາພາ-ຊີ້ນຳວຽກງານ; ຊຸກຍູ້ຂະບວນການແຂ່ງຂັນ ຂອງສະຫະພັນນັກຮົບເກົ່າ ຕິດພັນກັບຂະບວນ ການຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກ ຕ້ອງສຸມໃສ່ພ້ອມກັນປະຕິບັດ ຂໍ້ແຂ່ງຂັນຂອງນັກຮົບເກົ່າ ໃຫ້ແຂ່ງແຮງ ແລະ ເປັນຂະບວນຟົດຟື້ນ; ເອົາໃຈໃສ່ບຳລຸງ, ຍົກລະດັບ, ກໍ່ສ້າງພະນັກງານ ແລະ ປັບປຸງບູລະນະການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ປະກອບມີພະນັກງານ-ລັດຖະກອນ ຜູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ; ເພີ່ມທະວີວຽກງານກໍ່ສ້າງຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈ ໃສ່ເສີມຂະຫຍາຍສາຍພົວພັນ ຮ່ວມມືທີ່ເປັນມູນເຊື້ອ ກັບສະມາຄົມນັກຮົບເກົ່າຫວຽດນາມ ແລະ ບັນ ດາປະເທດເພື່ອນມິດ ພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງ ການຕ່າງປະເທດ ຂອງພັກ-ລັດ ເພື່ອຍົກສູງບົດບາດ ຂອງນັກຮົບເກົ່າລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ, ທັງຮັບປະກັນນຳຜົນປະໂຫຍດຕົວຈິງ ໃນການພັດທະນາວຽກງານ ຂອງນັກຮົບເກົ່າ ໃຫ້ມີບາດກ້າວຫັນປ່ຽນດີຂຶ້ນ.

ຂ່າວ: ສຸເວດ ສີດາຄໍາ

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      2/13/2025 2:41:40 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ” ທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ

      2/13/2025 2:36:49 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ທີ່ຈັດ ໃນລະຫວ່າງວັນທີ 11-13 ກຸມພາ 2025 ທີ່ນະຄອນດູໄບ, ສະຫະນະຄອນເອເມຣັດອາຣັບ, ໃນວັນທີ12 ກຸມພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະ ມົນຕີ, ເຈົ້າຄອງນະຄອນດູໄບ.

    • ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທການເມືອງ

      ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທ

      2/13/2025 2:18:00 PM

      ຂປລ. ໃນວັນທີ 13 ກຸມພາ 2025 ນີ້, ຄະນະບໍລິຫານງານ ຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຊຸດທີ VIII, ເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ເລຂາ ຊາວໜຸ່ມຮາກຖານ ກະຊວງ ຖວທ ນຳໂດຍ ສະຫາຍ ບົວໄລ ພານຸວົງ ເລຂາທິການສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸມ ກະຊວງ ຖວທ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້.

    • ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ ການເມືອງ

      ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

      2/13/2025 2:02:03 PM

      ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ​ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ​ໄດ້​ພົບ​ປະ​ຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນ​ວັນ​ທີ 11 ກຸມພາ 2025 ຜ່ານ​ມາ.

    • ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນການເມືອງ

      ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນ

      2/13/2025 1:46:22 PM

      ຂປລ. ​ໃນ​ໂອກາດ ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ ແຂວງ​ ໄຊ​ສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງ​ແຂວງ ​ໂດຍ​ໄດ້​ໃຫ້​ທິດ​ຊີ້​ນໍາ​​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ໃນ​ຕໍ່ໜ້າ​ຫລາຍ​ບັນຫາ​ສໍາຄັນ ໂດຍ​ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກ​ແຫ​ລ່ງທົ່ວແຂວງ ເຂົ້າຮ່ວມຮັບ​ຟັງ.

ads
ads

Top