ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

13/02/2025 14:02
Email Print 101
ຂປລ ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ​ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ​ໄດ້​ພົບ​ປະ​ຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນ​ວັນ​ທີ 11 ກຸມພາ 2025 ຜ່ານ​ມາ.



ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ
2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ​ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ​ໄດ້​ພົບ​ປະ​ຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນ​ວັນ​ທີ 11 ກຸມພາ 2025 ຜ່ານ​ມາ.




ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ທີ່ມາຢ້ຽມຢາມແຂວງຈຳປາສັກ ໃນຄັ້ງ​ນີ້ ເຊິ່ງບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ນີ້ມີຫລາຍກິດຈະກຳປິ່ນອ້ອມ ທີ່ຕິດພັນກັບວັນສຳຄັນຕ່າງໆຂອງພັກ ຂອງຊາດ, ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ໂດຍປະຊາຊົນມີສ່ວນຮ່ວມ, ການສົ່ງເສີມການຕະຫລາດແລກປ່ຽນການຊື້-ຂາຍ, ຈັບ ຄູ່ທຸລະກິດ ແລະ ການສົ່ງອອກ, ເປັນເຈົ້າການອະນຸລັກ-ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ອົງການປົກຄອງແຂວງ ໃນການນຳພາ-ຊີ້ນຳການ​ເຄື່ອຍ​ໄຫວ ​ວຽກ​ງານ​ຢ່າງ​ທີ​ຜົນ​ສໍາ​ເລັດ ໂດຍສະເພາະ ແມ່ນຜົນງານດ້ານການທ່ອງທ່ຽວແຂວງຈຳປາສັກ, ການເປີດບຸນນະມັດສະການ ຜະສາດຫີນວັດພູຈຳປາສັກ ປີນີ້ ເຫັນວ່າມີບັນຍາກາດ ຄຶກຄື້ນ, ມີໃບໜ້າອັນໃໝ່, ປະຊາຊົນໄດ້ມີສ່ວນຮ່ວມ ເປັນເຈົ້າການອະນຸລັກ-ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ, ສືບທອດໄປສູ່ຄົນຮຸ່ນຫລັງ ດ້ວຍຜົນສຳເລັດຢ່າງຈົບງານ ແລະ ຂໍໃຫ້ສືບຕໍ່ຊີ້ນຳວຽກງານດັ່ງກ່າວໃຫ້ດີຂຶ້ນເລື້ອຍໆ.




ພ້ອມກັນນີ້
, ທ່ານເຈົ້າແຂວງຈຳປາສັກ ແລະ ທ່ານລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍັງໄດ້ຕົກລົງເຫັນດີທີ່ຈະຄົ້ນຄວ້າ ສະເໜີດ້ານການທ່ອງທ່ຽວ ເປັນແຜນຍຸດທະສາດລະດັບຊາດ, ຊຸກຍູ້ທ່າແຮງດ້ານການທ່ອງທ່ຽວ, ພັດທະນາເຂດທ່ອງທ່ຽວເກາະ, ດອນ (ສີທັນດອນ) ລວມທັງການທ່ອງທ່ຽວ ທີ່ເຊື່ອມໂຍງ ເຊື່ອມຈອດ ກັບພາກພື້ນ ​ແລະ ປະເທດ​ໃກ້ຄຽງ ຕື່ມອີກ.

ຂ່າວ: ທັດຊະນະ

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      2/13/2025 2:41:40 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ” ທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຮອງ ປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ

      2/13/2025 2:36:49 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ທີ່ຈັດ ໃນລະຫວ່າງວັນທີ 11-13 ກຸມພາ 2025 ທີ່ນະຄອນດູໄບ, ສະຫະນະຄອນເອເມຣັດອາຣັບ, ໃນວັນທີ12 ກຸມພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະ ມົນຕີ, ເຈົ້າຄອງນະຄອນດູໄບ.

    • ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທການເມືອງ

      ວາງກະຕ່າດອກໄມ້ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ກະຊວງ ຖວທ

      2/13/2025 2:18:00 PM

      ຂປລ. ໃນວັນທີ 13 ກຸມພາ 2025 ນີ້, ຄະນະບໍລິຫານງານ ຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຊຸດທີ VIII, ເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ເລຂາ ຊາວໜຸ່ມຮາກຖານ ກະຊວງ ຖວທ ນຳໂດຍ ສະຫາຍ ບົວໄລ ພານຸວົງ ເລຂາທິການສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸມ ກະຊວງ ຖວທ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້.

    • ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວການເມືອງ

      ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາ ຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

      2/13/2025 2:11:52 PM

      ຂປລ. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

    • ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນການເມືອງ

      ຮອງນາຍົກລັດຖະມົນຕີ ໃຫ້ທິດຊີ້ນໍາ ການນໍາ ແຂວງໄຊສົມ ບູນຫລາຍບັນຫາສໍາຄັນ

      2/13/2025 1:46:22 PM

      ຂປລ. ​ໃນ​ໂອກາດ ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ ແຂວງ​ ໄຊ​ສົມບູນ ວັນທີ 11 ກຸມພາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງຂອງ​ແຂວງ ​ໂດຍ​ໄດ້​ໃຫ້​ທິດ​ຊີ້​ນໍາ​​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ໃນ​ຕໍ່ໜ້າ​ຫລາຍ​ບັນຫາ​ສໍາຄັນ ໂດຍ​ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫລັກ​ແຫ​ລ່ງທົ່ວແຂວງ ເຂົ້າຮ່ວມຮັບ​ຟັງ.

ads
ads

Top