ຂປລ
ລັດຖະບານ ສ.ອາເມລິກາ ຍົກເລິກ ການບໍລິຈາກ ອາຫານ ໃຫ້ແກ່ ໂຄງການ ອາຫານໂລກ (ດັບເບີລຢູເອຟພີ) ຫລັງຈາກ ໜ່ວຍງານ ດ້ານອາຫານ ຂອງ ສະຫະປະຊາຊາດ (ຢູເອັນ) ເຕືອນວ່າ ການຢຸດຕິ ດັ່ງກ່າວ ເຮັດໃຫ້ອາຫານ ປະມານ 500.000 ເມຕິກໂຕນ ພວມຕົກ ຢູ່ໃນສະຖານະ ທີ່ບໍ່ແນ່ນອນ.
![](https://kpl.gov.la/Media/Upload/News/Thumb/2025/02/12/FDA_a.jpg)
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອວັນທີ 11 ກຸມພາ, ລັດຖະບານ ສ.ອາເມລິກາ ຍົກເລິກ ການບໍລິຈາກ ອາຫານ ໃຫ້ແກ່ ໂຄງການ ອາຫານໂລກ (ດັບເບີລຢູເອຟພີ) ຫລັງຈາກ ໜ່ວຍງານ ດ້ານອາຫານ ຂອງ ສະຫະປະຊາຊາດ (ຢູເອັນ) ເຕືອນວ່າ ການຢຸດຕິ ດັ່ງກ່າວ ເຮັດໃຫ້ອາຫານ ປະມານ 500.000 ເມຕິກໂຕນ ພວມຕົກ ຢູ່ໃນສະຖານະ ທີ່ບໍ່ແນ່ນອນ.
ໂດຍ ທາງການ ສ.ອາເມລິກາ ໄດ້ຢຸດຕິ ການຊ່ວຍເຫລືອ ດ້ານອາຫານ ຕໍ່ດັບເບີລຢູເອຟພີ ສົ່ງຜົນໃຫ້ການຊື້ ແລະ ການສົ່ງມອບ ອາຫານ ພາຍໃຕ້ ຂໍ້ຕົກລົງ ຂອງ ໜ່ວຍງານ ເພື່ອການພັດທະນາ ລະຫວ່າງ ປະເທດ ສ.ອາເມລິກາ (ຢູເອສເອດ) ກັບຄືນມາ ດຳເນີນການ ໄດ້ອີກຄັ້ງ .
ລັດຖະບານ ສ.ອາເມລິກາ ຢຸດຕິການຊື້ ສິນຄ້າ ບໍລິໂພກ ທີ່ ຜະລິດ ໂດຍກະສິກອນ ພາຍໃນ ປະເທດ ເພື່ອການບໍລິຈາກ ເຖິງແມ່ນວ່າ ມີການ ຍົກເວັ້ນ ການຊ່ວຍເຫລືອ ດ້ານອາຫານ ສຸກເສີນກໍ່ຕາມ, ຫລັງຈາກ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ສັ່ງຢຸດຕິ ການຊ່ວຍເຫລືອ ຕ່າງປະເທດ ທັງໝົດ ເປັນເວລາ 90 ວັນ ເພື່ອກວດກາ ການບໍລິຈາກ ສອດຄ່ອງກັບ ນະໂຍບາຍ ຂອງປະເທດ. /
KPL