ຂປລ
ເຂດຮົງກົງ ຈະຫ້າມການຄອບຄອງ ແລະ ໃຊ້ຢາສູບໄຟຟ້າ ທີ່ ສາທາລະນະ ໃນກາງປີ 2026 ໃນຂະນະທີ່ ລັດຖະບານ ພວມຊຸກຍູ້ ນະໂຍບາຍ ຕໍ່ຕ້ານການສູບຢາຢ່າງເຂັ້ມງວດ.
![](https://kpl.gov.la/Media/Upload/News/Thumb/2025/02/12/750x422_849850_1570277473.jpg)
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ເຂດບໍລິຫານ ພິເສດ ຮົງກົງ ປະເທດ ສປຈີນ ເມື່ອບໍ່ດົນມານີ້, ເຂດຮົງກົງ ຈະຫ້າມການຄອບຄອງ ແລະ ໃຊ້ຢາສູບໄຟຟ້າ ທີ່ ສາທາ ລະນະ ໃນກາງປີ 2026 ໃນຂະນະທີ່ ລັດຖະບານ ພວມຊຸກຍູ້ ນະໂຍບາຍ ຕໍ່ຕ້ານການສູບຢາຢ່າງເຂັ້ມງວດ. ໂດຍທ່ານ ໂລ ຊຸງເມົາ ເຈົ້າໜ້າທີ່ລະດັບສູງ ຝ່າຍສາທາລະນະສຸກ ເຂດຮົງກົງ ກ່າວວ່າ ຈຸດປະສົງຕົ້ນຕໍ່ ເພື່ອປົກປ້ອງ ຄົນລຸ້ນໃໝ່ ໂດຍ ຈະເລີ່ມຕົ້ນ ດ້ວຍການອອກກົດໝາຍ ຫ້າມຄອບຄອງ ການໃຊ້ ຢາສູບ ໄຟຟ້າກາງແຈ້ງ ກ່ອນ ຈະຂະຫຍາຍ ໄປໃຫ້ຄວບຄຸມ ສະ ຖານທີ່ ສາທາລະນະ ທຸກແຫ່ງ.
ຮ່າງກົດໝາຍ ດັ່ງກ່າວ ຈະຖືກສົ່ງຕໍ່ ໄປຍັງ ສະພາ ນິຕິບັນຍັດ ໃນເດືອນເມສານີ້ ຄາດວ່າ ຈະມີຜົນບັງຄັບໃຊ້ ໃນກາງ ປີ 2026 ໂດຍ ຈະເລີ່ມຈາກ ສະຖານທີ່ ສາທາລະນະ ເປັນອັນດັບທຳອິດ ເນື່ອງຈາກ ເປັນພື້ນທີ່ ພາຍນອກອາຄານ ຈະຜະເຊີນກັບ ບັນຫາ ໃນການ ບັງຄັບໃຊ້ ກົດໝາຍ. ນອກນັ້ນ ທາງການ ເຂດຮົງກົງ ຈະປັບຫລຸດອັດຕາ ການສູບຢາສູບ ໃຫ້ ຫລຸດລົງເຫລືອ 7,8% ໃນປີນີ້ ຈາກ ຕົວເລກ 9,1% ໃນປີ 2023. /
KPL