ສສ ຫວຽດນາມ-ສ.ເກົາຫລີ ຊຸກຍູ້ຍຸດທະສາດພັດທະນາຮອບດ້ານ

13/02/2025 13:40
ຂປລ ສະຖາບັນ ຄົ້ນຄວ້າ ການພັດທະນາ ເຂດພາກແບບຍືນຍົງ (ສະພາມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ); ສະຖາປັນຄົ້ນຄວ້າເສດຖະກິດ ແລະ ໂຄງການ ນະໂຍບາຍ ທົ່ວໂລກ ສ.ເກົາຫລີ; ມະຫາວິທະຍາໄລ Korea (ສ.ເກົາຫລີ) ສົມທົບກັນ ຈັດກອງປະຊຸມ “ຊຸກຍູ້ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ແລະ ຊັບພະຍາກອນ ພະລັງງານ ໃນວິວັດການເປີດປະຕູ ແລະ ປະຕິຮູບ ເສດຖະກິດຂອງ ສສ ຫວຽດນາມ”.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ສະຖາບັນ ຄົ້ນຄວ້າ ການພັດທະນາ ເຂດພາກແບບຍືນຍົງ (ສະພາມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ); ສະຖາປັນຄົ້ນຄວ້າເສດຖະກິດ ແລະ ໂຄງການ ນະໂຍບາຍ ທົ່ວໂລກ ສ.ເກົາຫລີ; ມະຫາວິທະຍາໄລ Korea (ສ.ເກົາຫລີ) ສົມທົບກັນ ຈັດກອງປະຊຸມ ຊຸກຍູ້ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ແລະ ຊັບພະຍາກອນ ພະລັງງານ ໃນວິວັດການເປີດປະຕູ ແລະ ປະຕິຮູບ ເສດຖະກິດຂອງ ສສ ຫວຽດນາມ”. ກອງປະຊຸມເພື່ອແນໃສ່ ຕີລາຄາ ຄວາມສາມາດ ບົ່ມຊອນ, ສິ່ງທ້າທາຍ ແລະ ສະເໜີ ມາດຕະການແກ້ໄຂຂອງການພັດທະນາ ໃນສະພາບການ ເຊື່ອມໂຍງ ສາກົນ.ຈາກນັ້ນ ບັນດາຜູ້ແທນ ໄດ້ສຸມໃສ່ ປຶກສາຫາລື ກ່ຽວກັບ ສະພາບການ ພັດທະນາແບບຍືນຍົງ ຢູ່ບັນດາ ປະເທດ ພາຍຫລັງ ການປະຕິຮູບ ແລະ ເປີດປະຕູ, ພ້ອມກັນນັ້ນ, ສະເໜີ ບັນດາ ມາດຕະການ ແກ້ໄຂ ຊຸກຍູ້ ການເຕີບໂຕ ແບບຍືນຍົງ ໃນສະພາບການໃໝ່. ບັນດາຜູ້ແທນ ກໍ່ເນັ້ນໜັກເຖິງ ຄວາມສຳຄັນ ຂອງການສ້າງໂຄງ ປະກອບ ພື້ນຖານ ເສດຖະກິດ ຄືນໃໝ່, ເພີ່ມທະວີ ປະສິດທິຜົນ ການລົງທຶນ ແລະ ປົວແປງ ຄວາມສາມາດ ແກ່ງແຍ້ງ ໃນສະພາບການໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top