ຂປລ
ທ່ານ ນາງ ອູຊູລາ ວອນ ເດີ ເລເອີນ(Ursula von der Leyen), ປະທານ ຄະນະກຳມະການ ສະຫະພາບ ເອີຣົບ ໄດ້ປະກາດ ຂໍ້ລິເລີ່ມ "ລົງທຶນ ໃນດ້ານ ປັນຍາປະດິດ( AI)” ໃນກອງປະຊຸມ ສຸດຍອດ ການເຄື່ອນໄຫວ AI ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ປາຣີ ຂອງຝຣັ່ງ ໂດຍມີແຜນ ຈະລະດົມທຶນ 200 ຕື້ເອີໂຣ ເພື່ອຊຸກຍູ້ ການພັດທະນາ AI.
![](https://cms.kpl.gov.la/Media/Upload/News/Hot/2025/02/13/1739340425806_845.jpg)
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ນາງ ອູຊູລາ ວອນ ເດີ ເລເອີນ(Ursula von der Leyen), ປະທານ ຄະນະກຳມະການ ສະຫະພາບ ເອີຣົບ ໄດ້ປະກາດ ຂໍ້ລິເລີ່ມ "ລົງທຶນ ໃນດ້ານ ປັນຍາປະດິດ( AI)” ໃນກອງປະຊຸມ ສຸດຍອດ ການເຄື່ອນໄຫວ AI ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ປາຣີ ຂອງຝຣັ່ງ ໂດຍມີແຜນ ຈະລະດົມທຶນ 200 ຕື້ເອີໂຣ ເພື່ອຊຸກຍູ້ ການພັດທະນາ AI. ຕາມປະກາດແຈ້ງການ ຂອງຄະນະກຳມະການ ສະຫະພາບ ເອີຣົບ ແຈ້ງໃຫ້ຮູ້ວ່າ: ຂໍ້ລິເລີ່ມ ດັ່ງກ່າວນີ້ ຈະຈັດຕັ້ງ 20 ຕື້ເອີໂຣ ໂດຍສະເພາະ ໃຊ້ເຂົ້າໃນການສ້າງຕັ້ງ ຊູເບີໂຮງງານ AI ຢູ່ເອີຣົບ ເພື່ອຝຶກແອບ ຮູບຈຳລອງ ປັນຍາປະດິດ ທີ່ສັບສົນທີ່ສຸດ ແລະມີຂະໜາດໃຫຍ່.ໃນເດືອນທັນວາ ປີ2024 ຜ່ານມາ, ຄະນະກຳມະການ ສະຫະພາບເອີຣົບ ໄດ້ປະກາດ ສ້າງຕັ້ງ ໂຮງງານ AI ຈຳນວນ 7ແຫ່ງ ໃນງວດທຳອິດ, ຍັງວາງແຜນ ຈະປະກາດຂໍ້ລິເລີ່ມ "ການນຳໃຊ້ AI” ໃນປີນີ້ ເພື່ອຊຸກຍູ້ ການນຳໃຊ້ AI ໃນອຸດສາຫະກຳ ຂໍກະແຈ ຢ່າງກວ້າງຂວາງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL