ຂປລ
ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ບຸກຄະລາກອນ ອາເມລິກາໄດ້ສົ່ງອີເມວ ໃຫ້ພະນັກງານ ຂອງຕົນ ໃນວັນທີ12ກຸມພານີ້ ໂດຍກ່າວວ່າ: ເລີ່ມຕັດຈຳນວນລັດຖະກອນ ຂະໜາດໃຫຍ່ ໃນປະຫວັດສາດ ໂດຍເລີ່ມຄວບຄຸມ ຫລາຍກວ່າເກົ່າ ຕໍ່ການຮັບສະໝັກ ລັດຖະກອນ ໃນທົ່ວປະເທດ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 12 ກຸມພານີ້, ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ບຸກຄະລາກອນ ອາເມລິກາໄດ້ສົ່ງອີເມວ ໃຫ້ພະນັກງານ ຂອງຕົນ ໃນວັນທີ12ກຸມພານີ້ ໂດຍກ່າວວ່າ: ເລີ່ມຕັດຈຳນວນລັດຖະກອນ ຂະໜາດໃຫຍ່ ໃນປະຫວັດສາດ ໂດຍເລີ່ມຄວບຄຸມ ຫລາຍກວ່າເກົ່າ ຕໍ່ການຮັບສະໝັກ ລັດຖະກອນ ໃນທົ່ວປະເທດ. ພາຍຫລັງ ເຈົ້າໜ້າ ທີ່ທຳນຽບຂາວ ອາເມລິກາ ພວມພິຈາລະນາ ຈະຫລຸ ດງົບປະມານສະເລ່ຍ ຂອງອົງການປົກຄອງທົ່ວປະເທດ ໃຫ້ໜ້ອຍລົງ 30-40%, ມາດຕະການຕົ້ນຕໍ ແມ່ນຕັດຈຳນວນລັດຖະກອນ ຂະໜາດໃຫຍ່, ແຕ່ກະຊວງ ປ້ອງກັນ ປະເທດ ແລະ ກະຊວງຄວາມໝັ້ນຄົງ ດ້ານດິນແດນ ແຫ່ງຊາດ ຂອງ ສ.ອາເມລິກາ ຈະບໍ່ຖືກ ຜົນກະທົບ ເປັນການຊົ່ວຄາວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL