ກອງປະຊຸມຫາລືເຈົ້າໜ້າທີ່ອາວຸໂສ ຈີນ-ອາຊຽນ ຄັ້ງທີ 31

13/02/2025 13:38
ຂປລ ທ່ານ ກົ່ວເຈ່ຍຄູ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ເປີດເຜີຍວ່າ: ກອງປະຊຸມຫາລື ເຈົ້າໜ້າທີ່ອາວຸໂສ ຈີນ-ອາຊຽນ ຄັ້ງທີ 31 ຈັດຂຶ້ນ ຢູ່ນະຄອນນີງໂປ່ ແຂວງເຈີ້ຈ່ຽງຈີນ ລະຫວ່າງ ວັນທີ 12 ຫາ 14 ກຸມພານີ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ກົ່ວເຈ່ຍຄູ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ເປີດເຜີຍວ່າ: ກອງປະຊຸມຫາລື ເຈົ້າໜ້າທີ່ອາວຸໂສ ຈີນ-ອາຊຽນ ຄັ້ງທີ 31 ຈັດຂຶ້ນ ຢູ່ນະຄອນນີງໂປ່ ແຂວງເຈີ້ຈ່ຽງຈີນ ລະຫວ່າງ ວັນທີ 12 ຫາ 14 ກຸມພານີ້. ກອງປະຊຸມດັ່ງກ່າວ ແມ່ນກົນໄກ ສົນທະນາຮ່ວມມື ປະຈຳປີ ທີ່ສຳຄັນ ລະຫວ່າງ ພາກສ່ວນ ການຕ່າງປະເທດຂອງ ສປ ຈີນ ແລະ ບັນດາ ປະເທດອາຊຽນ. ສປ ຈີນ ຫວັງວ່າ ກອງປະຊຸມຄັ້ງນີ້ ຈະຊຸກຍູ້ ຈັດຕັ້ງປະຕິບັດ ຄວາມຮັບຮູ້ທີ່ເປັນເອກະພາບກັນ ອັນສຳຄັນ ໃນກອງປະຊຸມ ຜູ້ນຳ ສປ ຈີນ-ອາຊຽນ ເພື່ອລົງເລິກ ແລກປ່ຽນກ່ຽວກັບ ການຮ່ວມມືອາຊີ ຕາເວັນອອກ ພາຍໃຕ້ ສະພາບການໃໝ່, ແລກປ່ຽນ ຄວາມຄິດ ຄວາມເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ໃຫ້ຄວາມສົນໃຈ ຮ່ວມກັນ ເພື່ອຊຸກຍູ້ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ສປ ຈີນ-ອາຊຽນ ໃຫ້ຂະຫຍາຍຕົວໄປໃນຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top