ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

05/03/2025 18:18
Email Print 350
ຂປລ ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ



ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງ ສະຫາຍ ນາງ ຫລຽນຄຳ ວິລະພັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກຳມະການພັກ ນວ, ປະທານສະຫະພັນແມ່ຍິງ ນວ ແລະ ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ຮອງປະ ທານສະຫະພັນແມ່ຍິງ ຮາກຖານນັກທຸລະກິດຍິງ ນວ,
ມີສະມາຊິກສະຫະພັນແມ່ຍິງຮາກຖານນັກທຸ ລະກິດຍິງ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ໃນໄລຍະ 5 ປີ ຜ່ານມາ (2020-2024) ເຊິ່ງສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນວ ແມ່ນກົງຈັກໜຶ່ງທີ່ໄດ້ຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຕາມພາລະບົດບາດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ, ເປັນອົງການຈັດຕັ້ງໜຶ່ງ ທີ່ເປັນຕົວແທນໃຫ້ແກ່ແມ່ຍິງ ທີ່ປະກອບການດ້ານທຸລະກົດທຸກລະດັບ ພາຍໃນນະຄອນຫລວງວຽງຈັນ ທີ່ມີຄວາມຕື່ນຕົວດ້ວຍຄວາມສະໝັກໃຈ ໃນການຊ່ວຍເຫລືອສັງຄົມ. ຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 5 ປີ ຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງ ສະຫະພັນແມ່ຍິງ, ວຽກກໍ່ສ້າງພະນັກງານເພດຍິງ, ສະມາ ຊິກສະຫະພັນແມ່ຍິງ, ວຽກງານນະໂຍບາຍຍ້ອງຍໍ, ວຽກງານໃຫ້ຄຳປຶກສາປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ, ແມ່-ເດັກ, ວຽກງານພັດທະນາຊີວິດການເປັນຢູ່ ເພື່ອແກ້ໄຂຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ, ການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ວຽກງປຸກລະດົມແມ່ຍິງ ເຂົ້າຮ່ວມພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ. ອັນພົ້ນເດັນ ແມ່ນໄດ້ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນວ ໄດ້ໄປຝຶກອົບຮົມວິຊາຊີບ, ຖອດຖອນບົດຮຽນ ເພື່ອຮຽນຮູ້ບົດຮຽນໃນການພັດທະນາທຸລະກິດ ເປັນຄູ່ຮ່ວມໃນການລົງທຶນທຸລະກິດຂະໜາດນ້ອຍ, ຂະໜາດກາງ ເພື່ອສ້າງໃຫ້ເປັນເຈົ້າ ຂອງທຸລະກິດ, ພ້ອມທັງໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ນັກທຸລະກິດຍິງ ໄປຖອດຖອນບົດຮຽນ ເພື່ອຮຽນຮູ້ບົດຮຽນໃນການພັດທະນາຢູ່ຕ່າງປະເທດ ດ້ວຍທຶນຕົນເອງຕາມເງື່ອນໄຂຕົວຈິງ ຕື່ມອີກ.




ພ້ອມນີ້, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ຍັງໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນທິດທາງແຜນການ ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນຕໍ່ໜ້າ.ໃນກອງປະຊຸມ ຍັງໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ໂດຍແຕ່ງຕັ້ງ ສະຫາຍ ນາງ ອິນທະຣົງຈິດ ແສງສະຫວັນ ເປັນປະທານສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ອິນທະຫວາ ຈັນທະລາວົງ ເປັນຮອງປະທານ, ທັງເປັນຮອງປະທານກວດກາ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ຄະນະ ອີກ 4 ສະຫາຍ.
ໂອກາດນີ້, ສະຫາຍ ນາງ ຫລຽນຄຳ ວິລະພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຮັດໃຫ້ນັກທຸລະກິດຍິງ ຢູ່ ນວ ກໍຄື ນັກທຸລະກິດຍິງ ໃນຂອບເຂດທົ່ວປະເທດ ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພ້ອມທັງເນັ້ນໃຫ້ຄະນະສະຫະພັນແມ່ ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກ ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້; ໃຫ້ນັກທຸລະກິດຍິງຮ່ວມກັນ ລົງ ມືເຮັດທຸລະກິດໃດໜຶ່ງຮ່ວມກັນ ເພື່ອສ້າງລາຍຮັບ ແລະ ສ້າງວຽກງານງານທຳ ໃຫ້ກັບປະຊາຊົນລາວ ບັນດາເຜົ່າ ຕື່ມອີກ.



ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວວັດທະນະທຳ-ສັງຄົມ

      ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວ

      3/6/2025 3:48:11 PM

      ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ

    • ເຮືອນສາມ ນໍ້າສີວັດທະນະທຳ-ສັງຄົມ

      ເຮືອນສາມ ນໍ້າສີ

      3/6/2025 9:43:42 AM

      ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.

    • ແມ່ຍິງ ກະຊວງ ຖວທ  ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານວັດທະນະທຳ-ສັງຄົມ

      ແມ່ຍິງ ກະຊວງ ຖວທ ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

      3/5/2025 6:12:02 PM

      ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.

    • ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍວັດທະນະທຳ-ສັງຄົມ

      ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

      3/5/2025 6:02:05 PM

      ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ

    • ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງວັດທະນະທຳ-ສັງຄົມ

      ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງ

      3/5/2025 5:51:00 PM

      ຂປລ. ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການໄຈກາ ຈັດກອງປະຊຸມແລກປ່ຽນບົດຮຽນໃນວຽກງານການແຈ້ງພາສີ ດ້ວຍການບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການເສີມສ້າງປະສິດທິພາບ ດ້ານພາສີເພື່ອຂະຫຍາຍການເຊື່ອມໂຍງ ໃນຂົງເຂດລຸ່ມແມ່ນໍ້າຂອງ ໃນວັນທີ 4 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ຄຸລິຕະ ໂນໂບລຸ ຊ່ຽວຊານໄຈກາປະຈໍາກົມພາສີ, ເຈົ້າໜ້າທີ່ອາວຸໂສວິເຄາະຂ່າວກອງ, ສູນຂໍ້ມູນຂ່າວກອງ ແລະ ກຳນົດເປົ້າໝາຍແຫ່ງຊາດ (NITC), ກົມພາສີຍີ່ປຸ່ນ (CTB) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top