ຂປລ
ຂປລ. ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການໄຈກາ ຈັດກອງປະຊຸມແລກປ່ຽນບົດຮຽນໃນວຽກງານການແຈ້ງພາສີ ດ້ວຍການບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການເສີມສ້າງປະສິດທິພາບ ດ້ານພາສີເພື່ອຂະຫຍາຍການເຊື່ອມໂຍງ ໃນຂົງເຂດລຸ່ມແມ່ນໍ້າຂອງ ໃນວັນທີ 4 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ຄຸລິຕະ ໂນໂບລຸ ຊ່ຽວຊານໄຈກາປະຈໍາກົມພາສີ, ເຈົ້າໜ້າທີ່ອາວຸໂສວິເຄາະຂ່າວກອງ, ສູນຂໍ້ມູນຂ່າວກອງ ແລະ ກຳນົດເປົ້າໝາຍແຫ່ງຊາດ (NITC), ກົມພາສີຍີ່ປຸ່ນ (CTB) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວົງວັນເພັງ ພູມສະຫວັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລືໃນ 2 ໜ້າວຽກງານຫລັກທີ່ຕິດພັນກັບກົມພາສີລາວ ເຊັ່ນ: ການນໍາໃຊ້ລະບົບຄຸ້ມຄອງ ຂໍ້ມູນປະຫວັດຄ່າຄວາມສ່ຽງ (SCS) ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍອີງຕາມແຈ້ງການຂອງກົມພາສີ ສະບັບເລກທີ 11311/ກພສ, ລົງວັນທີ 25 ກັນຍາ 2024 ວ່າດ້ວຍ ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນປະຫວັດຄ່າ ຄວາມສ່ຽງຂອງລັດຖະການພາສີ ຢູ່ດ່ານພາສີຊາຍແດນທົ່ວປະເທດ ແລະ ການສ້າງຮ່າງຄູ່ມືການຈັດຕັ້ງປະຕິບັດ ວຽກງານບໍລິຫານຄວາມສ່ຽງ ໃຫ້ແກ່ເຈົ້າໜ້າທີ່ພາສີ ໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດລະຫວ່າງກົມພາສີ ແລະ ຊ່ຽວຊານໄຈກາ ປະຈໍາກົມພາສີ. ພ້ອມກັນນັ້ນ, ກໍໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນກັບຊ່ຽວຊານກົມພາສີຍີ່ປຸ່ນ ຕໍ່ກັບຫລັກການ, ວິທີການ ແລະ ບັນດາໜ້າວຽກທີ່ສຳຄັນຂອງວຽກງານ ການບໍລິຫານຄວາມສ່ຽງໃນການແຈ້ງພາສີ ເພື່ອຫລຸດຜ່ອນຄວາມສ່ຽງໃນການລັກ ລອບໜີພາສີ ໃນປະເທດຍີ່ປຸ່ນ.
ໂອກາດນີ້, ທ່ານ ວົງວັນເພັງ ພູມສະຫວັນ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ປະກອບຄໍາຄິດຄໍາເຫັນກ່ຽວກັບຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີເພີ່ມເຕີມ ໃນການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນ ປະຫວັດຄ່າຄວາມສ່ຽງ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາລະບົບດັ່ງກ່າວ ໃຫ້ມີຄວາມສະດວກ ແລະ ສອດຄ່ອງຕໍ່ການ ໃຊ້ງານຕົວຈິງ ເຊັ່ນດຽວກັບຮ່າງຄູ່ມື ການຈັດຕັ້ງປະຕິບັດ ວຽກງານບໍລິຫານຄວາມສ່ຽງ ໃຫ້ລະດົມແນວຄວາມຄິດຕໍ່ຮ່າງດັ່ງກ່າວ ເພື່ອໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ ໃນການ ຈັດຕັ້ງປະຕິບັດຕົວຈິງ ແລະ ຖອດຖອນບົດຮຽນກັບຊ່ຽວຊານ ຈາກກົມພາສີຍີ່ປຸ່ນ ໃຫ້ຫລາຍທີ່ສຸດ ເພື່ອເອົາມາປັບໃຊ້ໃຫ້ແທດເໝາະກັບ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ.
KPL