ຂປລ
ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.
*ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ. ໃນບັນດາຫລັກຄຳສອນຂອງຄົນສະໄໝບູຮານ ນັ້ນກໍມີຫລາຍອັນທີ່ຖືກຕ້ອງ ແລະ ສອດຄອງກັບຍຸກສະໄໝໃໝ່ທີ່ພວກເຮົາຄວນປະຕິບັດເພື່ອໃຫ້ກາຍເປັນຄົນດີ ແລະ ມີຄຸນຄ່າຂອງສັງຄົມ ໂດຍສະເພາະແມ່ນຄຳສອນທີ່ກ່ຽວຂອງກັບແມ່ຍິງລາວ ເຊັ່ນ: ເຮືອນສາມນ້ຳສີ່ (ເຮືອນ 3 ນໍ້າ 4) ແມ່ນເປັນຄຳສັ່ງສອນຂອງຄົນບູຮານທີ່ມີແກ່ລູກຫລານ ໂດຍສະເພາະແມ່ຍິງເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ. ສະນັ້ນ, ແມ່ຍິງລາວຍຸກໃໝ່ຕ້ອງຮູ້ໄວ້ ແລະ ນຳໄປປະຕິບັດທັງເກັບໄວ້ບອກລູກຫລານໃນພາຍພາກໜ້າໃຫ້ຄຽງຄູ່ຄົນລາວຕະຫລອດໄປ.
ສຳລັບເຮືອນ 3 ປະກອບມີ:
1. ເຮືອນຄົວແມ່ນເປັນທີ່ມີໄວ້ສຳລັບປຸງແຕ່ງອາຫານ, ການແຕ່ງກິນ, ດັ່ງນັ້ນຜູ້ເປັນແມ່ເຮືອນຈິ່ງຕ້ອງມີໜ້າທີ່ຮັກສາ, ປັດກວາດໃຫ້ສະອາດ, ເປັນລະບຽບຮຽບຮ້ອຍເພື່ອສຸຂະພາບອະນາໄມທີ່ດີ,
2. ເຮືອນນອນ: ແມ່ນເປັນສະຖານທີ່ພັກຜ່ອນຫລັບນອນ ແລະ ເປັນທ່ີສ້າງຄວາມໜ້າຢູ່ມີຄວາມຮົ່ມເຢັນ ແກ່ຜູ້ທີ່ມາຂໍເພິ່ງພາອາໄສໃຫ້ມີຄວາມເປັນລະບຽບໃນການມ້ຽນມັດເຊັດຖູເກັບມ້ຽນຜ້າແພເຄື່ອງນຸ່ງຫົ່ມໃຫ້ເປັນລະບຽບ ແລະ ສະອາດ,
3. ເຮືອນຜົມ: ແມ່ຍິງລາວໃນຍຸກບູຮານນະການແມ່ນມັກໃຫ້ຜົມຍາວດຳເຫລື້ອມເປັນເງົາ ແລະ ເກົ້າເປັນມວຍງາມ, ສະນ້ັນ ນາງຈິ່ງຕ້ອງຮູ້ຈັກຮັກສາຜົມທີ່ຍາວດຳໃຫ້ມັນສະອາດ, ຫວີຈົບງາມເຮັດໃຫ້ຜູ້ພົບເຫັນຮູ້ສຶກສະອອນເມື່ອໄດ້ເບິ່ງ ເກົ້າຜົມດຳເປັນເງົາງາມອັນພາໃຫ້ເຊີດຊູບຸກຄະລິກບໍ່ແມ່ນວ່າຈະປ່ອຍໃຫ້ມັນຫຍຸ້ງເຫຍີງຂາດການເອົາໃຈໃສ່.
ສ່ວນນ້ຳ 4: ແມ່ນ
1. ໄດ້ແກ່ ນ້ຳອາບ ໃນຄຳສ່ັງສອນຂອງຄົນບູຮານນັ້ນນ້ຳອາບສົງຄົນໃນບ້ານ ຕ້ອງຕັກມ້ຽນໄວ້ບໍ່ໃຫ້ອຶດຢາກດັ່ງຄຳສຸພາສິດທີ່ວ່າ: “ຢ່າໃຫ້ໄຫໃນບ້ານຂາດແຫ້ງ ຢ່າໃຫ້ແອ່ງຂາດກ້ຽງ ຊາວບ້ານຊີກ່າວຂວັນລະເດີ”,
2. ນ້ຳສຳລັບດື່ມກິນ: ແມ່ນໝາຍເຖິງນ້ຳສະອາດບໍລິສຸດ ເອົາໄວ້ດື່ມກິນຕັກນ້ຳກິນໃສ່ໄຫໄວ້ໜ້າຂັ້ນໄດເຮືອນ ເພ່ືອຜູ້ໃດຜ່ານມາຈະໄດ້ແວ່ເຊົາກິນນ້ຳໃສສະອາດໃນໄຫນັ້ນໄດ້ສະດວກ ແລະ ກໍເພື່ອຄົນໃນເຮືອນເຊັ່ນກັນດັ່ງນັ້ນບູຮານ ເພິ່ນຈິ່ງສັ່ງສອນວ່າ: “ຢ່າໃຫ້ແມງງ່ອງແງ່ງລົງຫລິ້ນນ້ຳແອ່ງກິນຢ່າ ໃຫ້ມີຂີ້ໝ້ຽງສະນິມໄຄໃຕ້ກົ້ນແອ່ງ ຢ່າໃຫ້ນ້ຳຂອດແຫ້ງແລ້ງເຊົ້າໃຫ້ ເຈົ້າເກືອຍຂົນເດີ”,
3. ນ້ຳເຕົ້າປູນ ແມ່ນໄດ້ແກ່ນ້ຳທີ່ຄວນໃສ່ໃນເຕົ້າປູນ ຜູ້ໃດເປັນແມ່ເຮືອນກໍຕ້ອງຮັກສານ້ຳໃນກະບອກປູນຢ່າໃຫ້ມັນແຫ້ງ ເພາະເມື່ອຫາກມີແຂກມາຢ້ຽມຢາມຖາມຂ່າວຄາວສຸກທຸກຕາມອັດທະຍາໄສ ກໍຈະໄດ້ໃຊ້ເພື່ອຄ້ຽວໝາກ
4. ນ້ຳໃຈອັນນີ້ ແມ່ນໝາຍເຖິງນ້ຳຈິດນ້ຳໃຈຂອງເຈົ້າແມ່ເຮືອນ ໂດຍຄວນເປັນຄົນໃຈກວ້າງເຜື່ອແຜ່ແກ່ຍາດຕິພີ່ນ້ອງ ຂອງຝ່າຍສາມີ ແລະ ຝ່າຍຕົນ ໃຫ້ສະເໝີພາບກັນ ເພື່ອສາມັກຄີປອງດອງພາຍໃນຄອບຄົວ.
ຖ້າຫາກແມ່ຍິງລາວຍຸກໃໝ່ຮູ້ຈັກ ແລະ ປະຕິບັດໄດ້ຕາມຫລັກຄຳສອນດັ່ງກ່າວ ກໍຈະເປັນຜົນດີ ແລະ ເປັນສິລິມຸງຄຸນແກ່ຕົນເອງເພາະໃນຄຳສອນນັ້ນ ລ້ວນແຕ່ມີຈຸດປະສົງຢາກໃຫ້ແມ່ຍິງລາວຮັກສາໄດ້ຄວາມດຸໝັ່ນຂະຫຍັນພຽນ, ມີຄວາມເປັນລະບຽບຮຽບຮ້ອຍ, ມີການນຸ່ງຖືທີ່ຈົບງາມ ແລະ ຖືກຕ້ອງຕາມປະເພນີ. ສິ່ງສຳຄັນແມ່ນຕ້ອງເປັນຄົນທີ່ມີນ້ຳໃຈໂອບເອື້ອອາລີຕ່ໍມິດສະຫາຍ, ຍາດຕິພີ່ນ້ອງ ແລະ ຄອບຄົວລູກຜົວ. ຖ້າຫາກປະຕິບັດໄດ້ຕາມຄຳສອນດັ່ງກ່າວແມ່ຍິງຄົນນັ້ນກໍຈະກາຍເປັນຄົນທີ່ມີຄຸນຄ່າ ທີ່ສຸດໃນສັງຄົມ.
ຮຽບຮຽງໂດຍ: ໄໝຄຳຍ້ອມສິນ
KPL