ຂປລ
ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ

ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ ແຕ່ເດືອນກໍລະກົດ 2025 ຫາ ເດືອນມິຖຸນາ 2029 ໂດຍເປັນປະທານຮ່ວມຂອງ ທ່ານ ວົງສິນ ໄຊຍະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ແລະ ທ່ານ ນາງ ໜໍ່ຄໍາ ສຸພານຸວົງ ຜູ້ອໍານວຍການອົງການຣູມທູຣີດ ປະຈໍາລາວ, ມີຜູ້ຕາງໜ້າກົມ, ສະຖາບັນ, ພະແນກ, ວິທະຍາໄລຄູປາກເຊ ແລະ ຫລວງພະບາງ, ພ້ອມດ້ວຍ ການນໍາຂັ້ນເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາ ຈາກ 8 ເມືອງເປົ້າໝາຍ ເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ກໍເພື່ອປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງ ກະຊວງ ສສກ ແລະ ອົງການຣູມທູຣີດ ປະຈໍາລາວ ກ່ຽວກັບໂຄງການສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ແຕ່ເດືອນ ກໍລະກົດ 2025 ຫາ ມິຖຸນາ 2029 ທີ່ຈະຈັດຕັ້ງປະຕິບັດຢູ່ແຂວງຫລວງພະບາງ ແລະ ຈໍາປາສັກ ເຊິ່ງໂຄງການດັ່ງກ່າວ, ເປັນໂຄງການໃໝ່ທີ່ຈະສືບຕໍ່ຫລັງໂຄງການສົ່ງ ເສີມການສຶກສາສໍາລັບເດັກຍິງ ທີ່ພວມປະຕິບັດຢູ່ໃນສອງແຂວງ ທີ່ຈະສິ້ນສຸດລົງໃນວັນທີ 30 ມິຖຸນາ 2025 ທີ່ຈະມາເຖິງນີ້.

ໂຄງການສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ໂດຍອົງການຣູມທູຣີດ ຈະໃຫ້ການສະໜັບສະໜູນດ້ານວິຊາການ ໃຫ້ແກ່ກະຊວງ ສສກ ໃນການພັດທະນາຫລັກສູດ ແລະ ອຸປະກອນທີ່ຈຳເປັນສໍາລັບການເສີມສ້າງຂີດຄວາມສາມາດ ສະໜອງການຝຶກອົບຮົມ ໃຫ້ຄໍາແນະນໍາແກ່ທີມງານຄູຝຶກຫລັກແຫລ່ງ ໃນໂຮງຮຽນເປົ້າໝາຍຂອງໂຄງການ ເຊິ່ງປະກອບມີໂຮງຮຽນ ມຕົ້ນ 16 ແຫ່ງ ຂອງ 8 ເມືອງ ໃນ 2 ແຂວງ, ເປັນການເສີມສ້າງຂີດຄວາມສາມາດໃຫ້ຄູປະຈໍາຫ້ອງ ຈໍານວນ 165 ຄົນ ແລະ ຜູ້ອໍານວຍການໂຮງຮຽນ 16 ຄົນ ແລະ ວິທະຍາໄລຄູ 2 ແຂວງເປົ້າໝາຍ ກ່ຽວກັບຫລັກສູດການຝຶກອົບຮົມນັກຮຽນຄູ ແລະ ຄູປະຈຳການທີ່ມາເຊື່ອມຕໍ່ ແລະ ນັກກຮຽນ ມຕົ້ນ 4.510 ຄົນ, ຍິງ 1.821 ຄົນ ຕໍ່ໜຶ່ງສົກຮຽນ.
ຂໍ້ມູນ-ພາບ: ວຽງຈັນໃໝ່
KPL