ແມ່ຍິງ ກະຊວງ ຖວທ ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

05/03/2025 18:12
Email Print 320
ຂປລ ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.



ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.





ໂອກາດນີ້, ທ່ານ ນາງ ສຸລິຕາ ຜາເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ໃຫ້ຮູ້ວ່າ:
ຕໍານັກຜ້າໄໝລາວບູຮານ ໄດ້ຮວບຮວມຜ້າແພພື້ນເມືອງລາວ ທີ່ສ່ອງແສງເຖິງຄວາມຫລາກຫລາຍ ທາງດ້ານວັດທະນະທໍາ ຂອງບັນດາເຜົ່າໃນປະເທດລາວ ທີ່ມີເອກະລັກ, ມີຄວາມໂດດເດັ່ນ ແລະ ມີຄວາມຫລາກຫລາຍ ປະກອບດ້ວຍຊຸດແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ ໝວດພາສາ ລາວ-ໄຕ, ຊົນ ເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ ແລະ ຜ້າປະເພດຕົກແຕ່ງເຮືອນ. ນອກຈາກ, ຍັງມີຫລາຍກິດຈະກໍາ ເຊັ່ນ: ການສາທິດຕໍ່າຫູກດ້ວຍກີ່ຕັ້ງກີີ່ ແລະ ການຕໍ່າຜ້າພົມ, ການສາວໄໝ, ການເຂັນຝ້າຍ,ການເລັ່ນຝ້າຍ-ເລັ່ນໄໝ, ຊົມຄລີບວິດີໂອ ກ່ຽວກັນວິຖີຊີວິດຂອງຊາວຊ່າງຕໍ່າຫູກ, ນໍາສະເໜີ ສິລະປະຫັດຖະກໍາລາວ ແບບປະຍຸກ ມີທັງຈັດວາງສະແດງ ແລະ ຈໍາໜ່າຍ ລວມທັງຮ້ານກາເຟ ໄວ້ບໍລິການແຂກທີ່ມາຢ້ຽມຊົມ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້.



ຫລັງຈາກນັ້ນ, ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ຢ້ຽມຊົມ ຫໍພິພິທະພັນແຫ່ງຊາດ ພ້ອມທັງຟັງປະຫວັດຄວາມເປັນມາ ຂອງຫໍພິພິທະພັນແຫ່ງຊາດລາວ ແລະ ໄດ້ຢ້ຽມຊົມຮູບພາບ, ວັດຖຸບູຮານໃນແຕ່ລະໄລຍະປະຫວັດສາດຂອງຊາດລາວ
ຂ່າວ: ກິດຕາ
KPL

ຂ່າວອື່ນໆ

    • ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວວັດທະນະທຳ-ສັງຄົມ

      ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວ

      3/6/2025 3:48:11 PM

      ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ

    • ເຮືອນສາມ ນໍ້າສີວັດທະນະທຳ-ສັງຄົມ

      ເຮືອນສາມ ນໍ້າສີ

      3/6/2025 9:43:42 AM

      ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.

    • ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IVວັດທະນະທຳ-ສັງຄົມ

      ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

      3/5/2025 6:18:19 PM

      ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

    • ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍວັດທະນະທຳ-ສັງຄົມ

      ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

      3/5/2025 6:02:05 PM

      ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ

    • ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງວັດທະນະທຳ-ສັງຄົມ

      ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງ

      3/5/2025 5:51:00 PM

      ຂປລ. ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການໄຈກາ ຈັດກອງປະຊຸມແລກປ່ຽນບົດຮຽນໃນວຽກງານການແຈ້ງພາສີ ດ້ວຍການບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການເສີມສ້າງປະສິດທິພາບ ດ້ານພາສີເພື່ອຂະຫຍາຍການເຊື່ອມໂຍງ ໃນຂົງເຂດລຸ່ມແມ່ນໍ້າຂອງ ໃນວັນທີ 4 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ຄຸລິຕະ ໂນໂບລຸ ຊ່ຽວຊານໄຈກາປະຈໍາກົມພາສີ, ເຈົ້າໜ້າທີ່ອາວຸໂສວິເຄາະຂ່າວກອງ, ສູນຂໍ້ມູນຂ່າວກອງ ແລະ ກຳນົດເປົ້າໝາຍແຫ່ງຊາດ (NITC), ກົມພາສີຍີ່ປຸ່ນ (CTB) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top