ຂປລ
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ກັບທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ ໄດ້ສົນທະນາ ຜ່ານທາງໂທລະສັບ, ໂດຍທັງສອງຝ່າຍ ໄດ້ປຶກສາ ຫາລືກ່ຽວກັບ ບັນຫາພາສີ ແລະ ສານເຟັນທານິນ.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 5 ມີນານີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ກັບທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ ໄດ້ສົນທະນາ ຜ່ານທາງໂທລະສັບ, ໂດຍທັງສອງຝ່າຍ ໄດ້ປຶກສາ ຫາລືກ່ຽວກັບ ບັນຫາພາສີ ແລະ ສານເຟັນທານິນ. ທ່ານ ໂດນັນ ທຣຳ ໄດ້ເຜີຍໃຫ້ຮູ້ ຜ່ານທາງສື່ສັງຄົມ ອອນລາຍວ່າ: ທ່ານ ຕຣູໂດ ໄດ້ໂທລະສັບ ລົມກັບຕົນ, ຖາມວ່າ ຈະສາມາດ ໃຊ້ມາດຕະການແນວໃດແດ່ ເພື່ອຮັບມືກັບ ບັນຫາພາສີ. ທ່ານ ເວົ້າຕໍ່ ທ່ານ ຈັສຕິນ ຕຣູໂດວ່າ: ມີຫລາຍຄົນ ເສຍຊີວິດຍ້ອນ ສານເຟັນທານິນ ທີ່ເຂົ້າແດນ ອາເມລິກາ ໂດຍຜ່ານເຂດຊາຍແດນ ການາດາ ແລະ ເມັກຊິກ, ພ້ອມກັ້ນນັ້ນ, ບໍ່ມີຫລັກຖານ ອ້າງອີງໃດໆ ສາມາດຢືນຢັນວ່າ ສະພາບການດັ່ງກ່າວ ໄດ້ສິ້ນສຸດລົງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL