ສປ ຈີນ ຊຸກຍູ້ການແລກປ່ຽນ-ຖອດຖອນບົດຮຽນດ້ານອາລິຍະທຳໂລກ

06/03/2025 22:27
Email Print 137
ຂປລ ກອງ​ປ​ະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ​ສະ​ໄໝ​ທີ 78 ໄດ້​ດຳ​ເນີນ​ ການ​ປຶກ​ສາ​ ຫາ​ລື ແລະ ​ຕົກ​ລົງ ​ເປັນ​ເອ​ກະ​ພາບ​ກັນ ​​ຮັບ​ຮອງ​ມະ​ຕິ​ ກ່ຽວ​ກັບ​ ການ​ກຳ​ນົດ ​ວັນ​ສົນ​ທະ​ນາ ອາ​ລິ​ຍະ​ທຳ ສາ​ກົນ​ທີ່​ ສປ ຈີນ ​ເປັນ​ຜູ້​ສະ​ເໜີ​ອອກ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງ​ປ​ະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ​ສະ​ໄໝ​ທີ 78 ໄດ້​ດຳ​ເນີນ​ ການ​ປຶກ​ສາ​ ຫາ​ລື ແລະ ​ຕົກ​ລົງ ​ເປັນ​ເອ​ກະ​ພາບ​ກັນ ​​ຮັບ​ຮອງ​ມະ​ຕິ​ ກ່ຽວ​ກັບ​ ການ​ກຳ​ນົດ ​ວັນ​ສົນ​ທະ​ນາ ອາ​ລິ​ຍະ​ທຳ ສາ​ກົນ​ທີ່​ ສປ ຈີນ ​ເປັນ​ຜູ້​ສະ​ເໜີ​ອອກ. ຫລັງຈາກ ສຳ​ນັກ​ງານ ​ເລ​ຂາ​​ທິ​ການ ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ​ ໄດ້​ສ້າງ​ຕັ້ງ​ເວັບ​​ໄຊ ສະ​ເພາະ ​​ວັນ​ສົນ​ທະ​ນາ ອາ​ລິ​ຍະ​ທຳ ສາ​ກົນ(ສະ​ບັບ ​ພາ​ສາ​ອັງ​ກິດ).ຈາກນັ້ນ ທ່ານ ລີນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ​ວ່າ: ໃນ​ວັນ​ທີ 10 ມິ​ຖຸ​ນາ​​ປີ​ນີ້, ປະ​ຊາ​ຄົມ​ໂລກ ​ຈະ​ສະ​ເຫລີມ ​ສະ​ຫລອງ ວັນ​ສົນ​ທະ​ນາ ອາ​ລິ​ຍະ​ທຳ ສາ​ກົນ ຄັ້ງທຳ​ອິດ. ໃນ​ຖາ​ນະ​ທີ່ ​ເປັນ​ປະ​ເທດ ​ລິ​ເລີ່ມ​, ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ ​ບັນ​ດາ​ຝ່າຍ,ເກາ​ະ​ແຂນ ຮ່ວມ​ກັນ ​ຊຸກ​ຍູ້​ ການ​ແລ​ກ​ປ່ຽນ​ ແລະ​ ຖອດ​ຖອນ​ບົດ​ຮຽນ ​ດ້ານອາ​ລິ​ຍະ​ທຳຂອງ​ໂລກ, ຜ່ານ​ການ​ສົນ​ທະ​ນາ​ ດ້ານ​ອາ​ລິ​ຍະ​ທຳ​ ມາ​ປົກ​ປັກ​ຮັກ​ສາ ​ສັນ​ຕິ​ພາບ​ຂອງ​ໂລກ ແລະ ​ຊຸກ​ຍູ້​ ການ​ພັດ​ທະ​ນາ​ ຮ່ວມ​ກັນ​ ໃຫ້ດີກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top