ຂປລ
ສິງກະໂປ ຈະລົງທຶນ 7,5 ລ້ານໂດລາ ສະຫະລັດ ເພື່ອປັບປຸງ ແລະ ເຮັດຄວາມສະອາດ ຫ້ອງນໍ້າ ສາທາລະນະ ຢູ່ຮ້ານກາເຟຄັ້ງໃຫຍ່. ໂດຍກະຊວງ ສິ່ງແວດລ້ອມ ສິງກະໂປ ຈັດຕັ້ງໜ່ວຍ ປະຕິບັດການພິເສດ ດ້ານສາທາລະນະ ເມື່ອປີກາຍ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກປະເທດ ສິງກະໂປ ເມື່ອບໍ່ດົນມານີ້, ສິງກະໂປ ຈະລົງທຶນ 7,5 ລ້ານໂດລາ ສະຫະລັດ ເພື່ອປັບປຸງ ແລະ ເຮັດຄວາມສະອາດ ຫ້ອງນໍ້າ ສາທາລະນະ ຢູ່ຮ້ານກາເຟຄັ້ງໃຫຍ່. ໂດຍກະຊວງ ສິ່ງແວດລ້ອມ ສິງກະໂປ ຈັດຕັ້ງໜ່ວຍ ປະຕິບັດການພິເສດ ດ້ານສາທາລະນະ ເມື່ອປີກາຍ ເພື່ອພິຈາລະນາຫ້ອງນໍ້າ ທີ່ບໍ່ຜ່ານການ ສຳຫລວດ ຄວາມສະອາດ.
ໂຄງການດັ່ງກ່າວ ດຳເນີນການ ໂດຍສະມາຄົມສຸຂະສິງກະໂປ ຊຶ່ງເປັນການ ເປີດໂຕຄັ້ງທຳອິດ ເມື່ອປີ 2003 ເພື່ອແນໃສ່ ຈັດລຳດັບ ຫ້ອງນໍ້າ ສາທາລະນະ ຕັ້ງແຕ່ລະດັບ 1 ດາວ ໄປຈົນເຖິງ 6 ດາວ ຊຶ່ງເປັນ ລຳດັບສູງສຸດ. ພາຍໃຕ້ ໂຄງການໃໝ່ນີ້, ຜູ້ປະກອບການຮ້ານກາເຟ ສາມາດສະໝັກ ຂໍຮັບເງິນທຶນ ຈາກ ລັດຖະບານ ເພື່ອຂໍເງິນສະໜັບສະໜູນປັບປຸງຫ້ອງນໍ້າ ໄດ້ສູງສຸດ ເຖິງ 95% ດ້ວຍມູນຄ່າ 50.000 ໂດລາສະຫະລັດ ຈາກນັ້ນ ຍັງມີເງິນອຸດໜູນ ສຳລັບ ການເຮັດຄວາມສະອາດ ຢ່າງລະອຽດ ອີກດ້ວຍ./
KPL