ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

31/07/2025 14:25
Email Print 327
ຂປລ ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ​ໄດ້ລາຍງານສະພາບການທີ່ພົ້ນເດັ່ນ ຂອງເມືອງໃນໄລຍະ 6 ເດືອນຕົ້ນປີ 2025 ໂດຍສັງເຂບຈາກ ​ເຊິ່ງໃນໄລຍະ 6 ເດືອນຕົ້ນປີເສດຖະກິດ ຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ, ທັງ​ໄດ້ສຸມໃສ່ເກັບລາຍຮັບ ໄດ້​ເກືອບ 3 ຕື້ກີບ ເທົ່າກັບ 64,93% ຂອງແຜນການປີ ແລະ ຄຸ້ມຄອງລາຍຈ່າຍໄດ້ 1,3 ຕື້​ກວ່າກີບ ເທົ່າກັບ 47,06% ຂອງແຜນການປີ, ໄດ້ສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນ ຖານໂຄງລ່າງ ​ອໍານວຍຄວາມສະດວກ ແກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ. ໃນນັ້ນ, ສໍາເລັດການປູກເຂົ້ານາປີ ແລ້ວ 100% ໃນເນື້ອທີ່ 3.358,20ເຮັກຕາ, ປູກເຂົ້າໄຮ່ 320 ເຮັກຕາ, ປູກໝາກເດືອຍ 600 ເຮັກຕາ ແລະ ປູກມັນຕົ້ນ 1.500 ເຮັກຕາ. ສະເພາະວຽກງານໄພພິບັດ, ເມືອງຊຽງຮ່ອນ ເກີດມີໄພພິບັດນໍ້າຖ້ວມ 2 ຄັ້ງຄື: ຄັ້ງທີ 1 ​ໃນວັນທີ 16-17 ກໍລະກົດ 2025 ເກີດຝົນຕົກໜັກເຮັດໃຫ້ມີນໍ້າໄຫລຊຸ ແລະ ຖ້ວມເຮືອນ, ພື້ນ ຖານໂຄງລ່າງ ແລະ ພື້ນທີ່ທໍາການຜະລິດ ຂອງປະຊາຊົນພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ, 1.877 ຄອບຄົວ, ມູນຄ່າເສຍຫາຍທັງໝົດ 17,7 ຕື້ກວ່າກີບ ແລະ ຄັ້ງທີ 2 ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບທັງໝົດ 4,6 ຕື້ກວ່າກີບ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມ​ຄະນະ ກໍໄດ້ລົງຕິດ ຕາມເບິ່ງເສັ້ນທາງຍຸດທະສາດ ທົ່ງກາບ-ຫ້ວຍຕອງ, ຢ້ຽມຢາມ ແລະ ພົບປະປະຊາຊົນເຂດທົ່ງກາບ ເຊິ່ງເປັນເຂດທີ່ຈະສ້າງເປັນຕາແສງທົ່ງກາບ, ພ້ອມ​ທັງ​ໄດ້ມີ​ຄໍາ​ເຫັນໂອ້ລົມ ຕໍ່ພະນັກງານຂອງເມືອງ ແລະ ປະຊາຊົນ, ທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ ຕື່ມ​ອີກ.

​ໃນ​ໂອກາດ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມ​ຄະນະ ກໍໄດ້ລົງຢ້ຽມຢາມ ແລະ ຕິດຕາມ-ຊຸກຍູ້ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງໄຊຍະບູລີ ​ໂດຍ​ໄດ້ໄດ້ລົງຕິດຕາມເບິ່ງຂົວອູ່ບ້ານນາຕໍໃຫຍ່ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ພ້ອມທັງພົບປະໂອ້ລົມປະຊາຊົນ. ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງ ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ ມີທັງໝົດ 40 ບ້ານ, 1.820 ຄອບຄົວ, ປະເມີນມູນຄ່າເສຍຫາຍລວມ 32,4 ຕື້​ກວ່າກີບ. ​ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນຊຸກຍູ້ໃຫ້ອົງການ ປົກຄອງບ້ານນາຕໍ​ໃຫຍ່ ຈໍານວນ 10 ລ້ານກວ່າກີບ.

ຂ່າວ: ​ແຂວງ​ໄຊ​ຍະ​ບູລີ

KPL

ຂ່າວອື່ນໆ

ads
ads

Top