ຂປລ
ຂປລ. ໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້, ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ບາງທັດສະນະ ຕໍ່ສື່ມວນຊົນລາວ

ຂປລ. ໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້, ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ບາງທັດສະນະ ຕໍ່ສື່ມວນຊົນລາວ ໃນວັນທີ 5 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ ເຖິງປັດຈຸບັນ, ສື່ມວນຊົນລາວ ມີຄວາມບຸກໜ້າບືນຕົວ, ດຸໜັ່ນຫ້າວຫັນ ແລະ ໄດ້ມີການພັດທະນາ ຢ່າງກ້າວກະໂດດ, ເປັນກະບອກສຽງອັນແຫລມຄົມ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍຂອງລັດຖະບານ, ລວມເຖິງການສ້າງສາພັດທະນາປະເທດຊາດ, ພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ຊາວໂລກໄດ້ຮັບຮູ້ ຢ່າງທົ່ວເຖິງ, ທັງເປັນກະບອກສຽງ ໃນການຕອບໂຕ້ ຫລື ຊີ້ແຈງຕໍ່ຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວທີ່ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ ຫລື ໂຈມຕີຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໄດ້ຢ່າງວ່ອງໄວ. ສື່ມວນຊົນລາວ ຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຕ້ອງ. ພ້ອມນີ້, ສື່ມວນຊົນລາວ ຍັງມີຄວາມສຳຄັນຕໍ່ ການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະບອກ ສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ, ໂຄສະນາເຜີຍແຜ່ນະໂຍບາຍດ້ານຕ່າງໆ ໃນແຕ່ລະໄລຍະ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ຢູ່ພາຍໃນປະເທດ ຜ່ານຊ່ອງທາງຕ່າງໆ ອອກໄປບັນດາປະເທດໃນທົ່ວໂລກ ໄດ້ຮັບຮູ້ຢ່າງທົ່ວເຖິງ.
ພ້ອມນີ້, ທ່ານ ບຸ່ຍ ຊວັນ ຕູ໊ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດ ໃນການເຄື່ອນໄຫວວຽກງານ ຂອງສຳນັກຂ່າວສານຫວຽດນາມ ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ເຄື່ອນໄຫວ ເກັບກຳຂ່າວເຫດ ການສຳຄັນຕ່າງໆ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ-ສັງຄົມ ໂດຍສະເພາະ ການເຄື່ອນໄຫວຢ້ຽມຢາມ ຂອງບັນດາການນຳຂັ້ນສູງ ຂອງຫວຽດນາມ ຢູ່ ສປປ ລາວ. ທັງໄດ້ໂຄສະນາເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງ ສປປ ລາວ ລວມເຖິງສະຖານທີ່ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ທົ່ວໂລກ ກໍຄື ປະຊາຊົນຫວຽດນາມ ໄດ້ຮັບຮູ້ຢ່າງທົ່ວເຖິງ ເຊິ່ງໄລຍະ 1 ປີຜ່ານມາ, ຂ່າວສານຫວຽດນາມ ປະຈຳລາວ ສາມາດຜະລິດຂ່າວ, ວິດີໂອ ແລະ ຮູບພາບ ເຫດການສຳຄັນຕ່າງໆ ຢູ່ ສປປ ລາວ ສົ່ງໄປອອກຂ່າວຢູ່ຫວຽດນາມ ໄດ້ທັງໝົດ 900 ກວ່າຂ່າວ. ສຳລັບ 6 ເດືອນຕົ້ນປີ 2025 ນີ້, ສາມາດຜະລິດຂ່າວ, ວີດີໂອ ແລະ ຮູບພາບ ສົ່ງໄປອອກຂ່າວຢູ່ຫວຽດນາມ ໄດ້ປະມານ 400-500 ຂ່າວ.
ພ້ອມນີ້, ຂ່າວສານຫວຽດນາມ ຍັງໄດ້ຄຽງບ່າຄຽງໄຫລ່ ກັບສຳນັກຂ່າວສານປະເທດລາວ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ຕະຫລອດມາ ນັບແຕ່ອະດີດ ຈົນຮອດປັດຈຸບັນ ສອງສຳນັກຂ່າວສານ ລາວ-ຫວຽດນາມ ໄດ້ຕິດພັນສະໜິດແໜ້ນທຸກບາດກ້າວ, ທຸກຂະບວນການ ຂອງການນຳພາຕໍ່ສູ້ປົດປ່ອຍປະເທດຊາດ ຂອງຜູ້ນຳປະຕິວັດໃນເມື່ອກ່ອນ ເພື່ອໂຄສະນາ ເຜີຍແຜ່ຜົນສຳເລັດໃນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັກຜູ້ຮຸກຮານ ກໍຄື ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຊາວໂລກໄດ້ຮັບຮູ້, ທັງໄດ້ເປັນກະບອກສຽງສໍາຄັນ ໃນການໂຄສະນາ ປຸກລະດົມມວນຊົນເຂົ້າຮ່ວມ ຂະບວນການປະຕິວັດປົດປ່ອຍຊາດ ອອກຈາກແອກປົກຄອງຂອງ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ພ້ອມທັງຮ່ວມກັນໂຄສະນາເຜີຍແຜ່ ສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ-ຫວຽດນາມ-ລາວ ເປັນປົກກະຕິ.
ຂ່າວ: ທະນູທອງ
ພາບ: ຂັນໄຊ
KPL