ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ແລະ ມອບເຄື່ອງຊ່ວຍເຫລືອ ແກ້ໄຂໄພພິບັດຢູ່ແຂວງຫົວພັນ

07/08/2025 11:21
Email Print 426
ຂປລ ຂປລ. ໃນຕອນບ່າຍ ວັນທີ 6 ສິງຫາ 2025 ທີ່ຫ້ອງວ່າການແຂວງຫົວພັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມື ກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຮອບດ້ານ ແຂວງຫົວພັນ

ຂປລ. ໃນຕອນບ່າຍ ວັນທີ 6 ສິງຫາ 2025 ທີ່ຫ້ອງວ່າການແຂວງຫົວພັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມື ກັບຕ່າງປະເທດ, ທັງເປັນຜູ້ຊີ້ນຳວຽກງານຮອບດ້ານ ແຂວງຫົວພັນ ໄດ້ພົບປະໂອ້ລົມການນຳຫລັກແຫລ່ ງແຂວງຫົວພັນ ແລະ ມອບເຄື່ອງຊ່ວຍເຫລືອ ເພື່ອແກ້ໄຂໄພພິບັດ ຢູ່ແຂວງດັ່ງກ່າວ ຊຶ່ງໃຫ້ການຕ້ອນຮັບ ໂດຍ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ
ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.



ໃນໂອກາດນີ້, ທ່ານ ເຈົ້າແຂວງຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນ າເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ແລະ ສະພາບຜົນກະທົບຈາກໄພພິບັດ ຢູ່ພາຍໃນແຂວງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ຮອດປັດຈຸບັນ ປະຕິບັດໄດ້ ເກືອບບັນລຸ 120 ຕື້ກີບ; ການປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນແຂວງ ແລະ ສົ່ງອອກເປັນສິນຄ້າ ແມ່ນສາມາດບັນລຸຕາມແຜນການ ເປັນສ່ວນໃຫຍ່, ມູນຄ່າສົ່ງອອກສິນຄ້າ ບັນລຸ 20 ກວ່າລ້ານໂດລາສະຫະລັດ; ການສ້າງບ້ານ ວັດທະນະທຳ ບັນລຸ 45% ຂອງແຜນການປີ; ການປະຕິບັດຄາດໝາຍການພັດທະນາດ້ານສາທາລະນະສຸກ ໃນ 11 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 9 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາການເກີດ ມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນ ເດັກລຸ່ມ 1 ປີ); ການປະຕິບັດຄາດໝາຍ ດ້ານການສຶກສາ ໃນ 14 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 13 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາເຂົ້າຮຽນ ຊັ້ນ ມ4); ທົ່ວແຂວງ ມີເສັ້ນທາງທຽວໄດ້ສອງລະດູ ກວມ 66%; ບ້ານມີສັນຍານໂທລະສັບ ກວມ 95%. ສໍາລັບຜົນກະທົບຈາກພາຍຸວິພາ ໃນທ້າຍເດືອນກໍລະກົດ ຜ່ານມາ ພາໃຫ້ເກີດມີຝົນຕົກໜັກ, ນໍ້າຍຶ່ງຖ້ວມ, ນໍ້າໄຫລຊຸ, ດິນເຈື່ອນ... ໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ 5 ເມືອງ, 32 ບ້ານ, 602 ຄອບຄົວ, ພົນລະເມືອງ 972 ຄົນ, ມີຜູ້ເສຍຊີວິດ 8 ຄົນ ແລະ ສູນຫາຍ 3 ຄົນ. ສໍາລັບຜົນເສຍຫາຍ ດ້ານຊັບສິນຂອງປະຊາຊົນ ປະເມີນເບື້ອງຕົ້ນ ມີມູນຄ່າຫລາຍສົມຄວນ.



ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ, ພາກພື້ນ ແລະ ພາຍໃນປະເທດ ໂດຍສະເພາະ ທ່າອ່ຽງ, ຄວາມສ່ຽງ ແລະ ບັນດາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ; ນະໂຍບາຍສົ່ງເສີມການລົງທຶນ ໂດຍສະເພາະ ການປັບປຸງຂອດຂັ້ນການອະນຸມັດລົງທຶນ ທີ່ສັ້ນກະທັດຮັດ, ວ່ອງໄວ ແລະ ໂປ່ງໃສຫລາຍຂຶ້ນ; ນະໂຍບາຍຂອງລັດຖະບານ ຕໍ່ການແກ້ໄຂວຽກງານຂົງເຂດບໍ່ແຮ່; ການແກ້ໄຂບັນຫາລົດເຖື່ອນ-ລົດນຳເຂົ້າບໍ່ຖືກຕ້ອງ ແລະ ອື່ນໆ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພະນັກງານຫລັກແຫລ່ງ ແຂວງຫົວພັນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ໃນໄລຍະສະເຫລີມສະຫລອງວັນສຳຄັນຕ່າງໆ ທາງດ້ານປະຫວັດສາດຂອງຊາດ, ລວມທັງ ເຂດທີ່ມີຄວາມຫລໍ່ແຫລມ;​ ພ້ອມກັນສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໂດຍເອົາໃຈໃສ່ດຳເນີນຕາມຂັ້ນຕອນ-ລະບຽບການທີ່ກຳນົດໄວ້ ແລະ ທັນຕາມກຳນົດເວລາ; ເອົາໃຈໃສ່ຄຸ້ມຄອງປ່າໄມ້ ໂດຍສະເພາະ ປ່າສະຫງວນແຫ່ງຕ່າງໆ ຢູ່ພາຍໃນແຂວງໃຫ້ດີ, ທັງຈຳກັດໄດ້ການສວຍໂອກາດ ຂອງຄົນບໍ່ດີເຂົ້າບຸກລຸກ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ປະເທດເພື່ອນມິດ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງເອົາການຊ່ວຍເຫລືອ ໃນວຽກງານຕ່າງໆ; ສືບຕໍ່ຟື້ນຟູຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະ ບັນດາໂຄງລ່າງພື້ນຖານ ເສັ້ນທາງ, ຊົນລະປະທານ, ຂົວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະກຳມະການຄຸ້ມຄອງໄພພິບັດສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 2,1 ຕື້ກວ່າກີບ ໃຫ້ແກ່ອົງການ ປົກຄອງ ແຂວງຫົວພັນ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນຕອນແລງຂອງວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ສືບຕໍ່ໄປຕິດຕາມເບິ່ງສະພາບ ການທົດລອງນຳໃຊ້ຕຶກອາຄານ ແລະ ບໍລິການປິ່ນປົວສຸຂະພາບ ຂອງປະຊາຊົນ ຢູ່ໂຮງໝໍ ແຂວງຫົວພັນຫລັງໃໝ່ ທີ່ກໍ່ສ້າງໃກ້ຈະສຳເລັດ ແລະ ຈະມອບ-ຮັບໂຄງການ ໃນທ້າຍປີນີ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top