ທູດລາວປະຈຳ ສສ ຫວຽດນາມ ລົງນາມບົດບັນທຶກ ຄວາມເຂົ້າໃຈ ກັບສະຖານທູດບັງກະລາເທດ ປະຈຳລາວ

07/08/2025 11:14
Email Print 229
ຂປລ ຂປລ. ວັນທີ 6 ສິງຫາ 2025, ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາ ຊົນ ບັງກະລາເທດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ມີພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຈັດສ້າງຕັ້ງກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ


ຂປລ. ວັນທີ 6 ສິງຫາ 2025, ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາ ຊົນ ບັງກະລາເທດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ມີພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຈັດສ້າງຕັ້ງກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ຕາງໜ້າລົງນາມຝ່າຍລາວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ
ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕາງໜ້າລົງນາມຝ່າຍ ບັງກະລາເທດ ໂດຍ ທ່ານ Md. Lutfor Rahman ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ບັງກະລາເທດ ປະຈໍາ ສປປ ລາວ, ມີພະນັກງານນັກ ການທູດທັງສອງສະຖານທູດ ເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ເປັນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງ ສອງກະຊວງການຕ່າງປະເທດ, ເປັນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມື ລະຫວ່າງສອງ ປະເທດໃນຂົງເຂດ ທີ່ເປັນເອກະພາບກັນ ເຊັ່ນ: ດ້ານການເມືອງ, ເສດຖະກິດ-ສັງຄົມ ລະຫວ່າງສອງປະເທດ, ທັງເປັນການສ້າງຕັ້ງກົນໄກ ເພື່ອການຈັດຕັ້ງການປຶກສາຫາລື ລະດັບສູງໃຫ້ເປັນປະຈຳ ແລະ ເປັນຮູບປະທຳຍິ່ງຂຶ້ນ ເຊິ່ງເປັນການບົ່ງບອກ ແລະ ຢືນຢັນເຖິງວິໄສທັດ ໃນການເຊື່ອງໂຍງຮ່ວມກັນ ເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງສອງປະເທດ ກໍຄື ພາກພື້ນ ແລະ ສາກົນ.


ພ້ອມກັນນັ້ນ, ລາວ ແລະ ບັງກະລາເທດ ເຊື່ອໝັ້ນວ່າ ຈະສາມາດປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ, ພ້ອມທັງຊຸກຍູ້ຄວາມເຂົ້າໃຈ ແລະ ຄວາມສາມັກຄີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບດີຂຶ້ນ. ການລົງນາມບົດບັນທຶກຄວາມເຂົ້າໃຈນີ້, ຍັງຈະເປັນເວທີແລກປ່ຽນປະສົບການ, ຖອດຖອນບົດຮຽນ ແລະ ແລກປ່ຽນທັດສະນະໃນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຄຽງຄູ່ກັນນີ້, ກໍເພື່ອເປັນການສ້າງໃຫ້ ມີນິຕິກໍາຮ່ວມກັນ, ເປັນເອກະສານອ້າງອີງໃຫ້ແກ່ ລາວ ແລະ ບັງກະລາເທດ ໃນການພົວພັນຮ່ວມມືໃນອະນາຄົດ.
ສປປ ລາວ ແລະ ສປ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດມາເປັນເວລາ 37 ປີ ຄືໃນປີ 1988. ປັດຈຸບັນ, ນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ແລະ ໄດ້ມີການເຊັນສັນຍາ ຍົກເວັ້ນວີຊາໃຫ້ການທູດ ແລະ ທາງລັດຖະການລະຫວ່າງສອງປະເທດໃນປີ 2013.

ຂ່າວ-ພາບ: ສະຖານທູດລາວປະຈຳຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top