ເສັ້ນທາງລົດໄຟຂອງ ສປ ຈີນ ໄດ້ຂົນສົ່ງຜູ້ໂດຍສານ 600 ລ້ານກວ່າເທື່ອຄົນ

13/08/2025 13:54
Email Print 136
ຂປລ ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ ​ຫາ​ວັນ​ທີ 11 ສິງ​ຫາ​ນີ້, ເສັ້ນ​ທາງ​ລົດ​ໄຟ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 616 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກຸ່ມ​ບໍ​ລິ​ສັດ​ ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ ຈຳ​ກັດ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ ​ຫາ​ວັນ​ທີ 11 ສິງ​ຫາ​ນີ້, ເສັ້ນ​ທາງ​ລົດ​ໄຟ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 616 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​, ໂດຍໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ ສະ​ເລ່ຍ 14.675.000 ເທື່ອ​ຄົນ​ຕໍ່​ວັນ. ດ່ານ​ທາງ​ລົດ​ໄຟບໍ່​ຫານ ​ລວມແລ້ວ ​ໄດ້​ກວດ​ກາ ​ແລະ ​ອະ​ນຸ​ຍາດ​ ໃຫ້​ນັກ​ທ່ອງ​ທ່ຽວ 26.000 ເທື່ອ​ຄົນ ​ເຂົ້າ​ອອກ​ເມືອງ, ເພີ່ມ​ຂຶ້ນ 10,33% ເມື່ອ​ທຽບ​ໃສ່​ປີ​ກາຍ, ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ ທີ່​ອອກ​ເມືອງ​ ເພື່ອ​ການ​ທ່ອງ​ທ່ຽວ​​ ກວມ​​ເອົາ ຫລາຍກວ່າ 60% ຂອງ​ຜູ້​ໂດຍ​ສານ ​ທັງ​ໝົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top