ເກີດແຜ່ນດິນໄຫວຄວາມແຮງ 6,4 ລິກເຕີຢູ່ອິນໂດເນເຊຍ

13/08/2025 13:54
Email Print 135
ຂປລ ເວ​ລາ 17 ໂມງ 24 ນາ​ທີ​ ຂອງວັນ​ທີ 12 ສິງ​ຫາ​ນີ້​ ຢູ່​ເຂດ​ແຄມທະ​ເລ​ ໃກ້​ກັບ ​ແຂວງ​ປາ​ປົວ​ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ ຄວາມແຮງ 6,4 ລິກ​ເຕີ.

ຂປລ.ຕາມ​ຂ່າວ​ຈາກ​ ກົມ​ອຸ​ຕຸ​ນິ​ຍົມ, ດິນ​ຟ້າ​ອາ​ກາດ ແລະ​ ທໍ​ລະ​ນີ ​ຟີ​ຊິກ​ ຂອງ​ອິນ​ໂດ​ເນ​ເຊຍ ​ແຈ້ງ​ໃຫ້​ຮູ້​ວ່າ: ເວ​ລາ 17 ໂມງ 24 ນາ​ທີ​ ຂອງວັນ​ທີ 12 ສິງ​ຫາ​ນີ້​ ຢູ່​ເຂດ​ແຄມທະ​ເລ​ ໃກ້​ກັບ ​ແຂວງ​ປາ​ປົວ​ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ ຄວາມແຮງ 6,4 ລິກ​ເຕີ. ປັດ​ຈຸ​ບັນ ​ຍັງ​ບໍ່​​ທັນມີ​ການ​ລາຍ​ງານ​​ ຜູ້​ເສຍ​ຊີ​ວິດ ​ແລະ ​ບາດ​ເຈັບ ​ກໍ​ຄື​ ຜົນ​ເສຍ​ຫາຍ​ທາງ​ດ້າ​ນ​ຊັບ​ສິນ​ເທື່ອ.ສູນກາງ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ ເລິກ​ລົງ​ໄປ​ໃຕ້​ດິນ 13 ກິ​​ໂລແມັດ, ​ຢູ່​ເສັ້ນ​ຂະ​ໜານ​ໃຕ້ 1,90 ອົງ​ສາ ແລະ ເສັ້ນ​ແວງ​ ຕາ​ເວັນ​ອອກ 138,99 ອົງ​ສາ. ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ ຈະ​ບໍ່​ເຮັດ​ໃຫ້​ເກີດ​ຄື້ນ​ ຊຶ​​ນາ​ມິ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top