ຂປລ
ກະຊວງແຮງງານ ສະຫະລັດ ອາເມລິກາ ລະບຸວ່າ ດັດຊະນີ ລາຄາຜູ້ບໍລິໂພກ (CPI), ຊຶ່ງເປັນຕົວຊີ້ວັດ ການປ່ຽນແປງ ຂອງລາຄາສິນຄ້າ ແລະ ການບໍລິການ ທີ່ຜູ້ບໍລິໂພກ ທົ່ວໄປ ຊື້ໃຊ້ ໃນໄລຍະເວລາໜຶ່ງວ່າ ສະຖິຕິ ສຳລັບ ເດືອນກໍລະກົດ ຜ່ານມາ ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີກາຍ

ຂປລ.ຕາມຂ່າວຈາກ ວໍຊີງຕັນ, ວັນທີ 12ສິງຫານີ້, ກະຊວງແຮງງານ ສະຫະລັດ ອາເມລິກາ ລະບຸວ່າ ດັດຊະນີ ລາຄາຜູ້ບໍລິໂພກ (CPI),ຊຶ່ງເປັນຕົວຊີ້ວັດ ການປ່ຽນແປງ ຂອງລາຄາສິນຄ້າ ແລະ ການບໍລິການ ທີ່ຜູ້ບໍລິໂພກ ທົ່ວໄປ ຊື້ໃຊ້ ໃນໄລຍະເວລາໜຶ່ງວ່າ ສະຖິຕິ ສຳລັບ ເດືອນກໍລະກົດຜ່ານມາ ເພີ່ມຂຶ້ນ 2,7%ເມື່ອທຽບໃສ່ປີກາຍ ເຖິງວ່າ ດັດຊະນີ ລາຄາພະລັງງານ ແລະ ນ້ຳມັນເຊື້ອໄຟ ຫລຸດລົງ ໃນເດືອນດັ່ງກ່າວ ແຕ່ຄ່າໃຊ້ຈ່າຍ ດ້ານທີ່ຢູ່ອາໄສກັບ ເພີ່ມຂຶ້ນ.ຂະນະທີ່ ລາຄາສິນຄ້າ ອາຫານ ແລະ ພະລັງານ ຊຶ່ງມີການປ່ຽນແປງ,ດັດຊະນີລາຄາຜູ້ບໍລິໂພກ ພື້ນຖານ(CPI)ປັບຕົວຂຶ້ນ 0,3% ເມື່ອທຽບໃສ່ ເດືອນຕໍ່ເດືອນ ໃນເດືອນກຳລະກົດ ເພີ່ມຂຶ້ນຈາກ 0,2% ໃນເດືອນມິຖຸນາທີ່ຜ່ານມາ.ຫາກຈຳແນກຕາມປະເພດຂງສິນຄ້າ ລາຄາສິນຄ້າ ອາ ຫານ ເພີ່ມຂຶ້ນ 2,7% ໂດຍສະເພາະ ໄຂ່ໄກ່ ເພີ່ມຂຶ້ນ 16,4%,ກາແຟຄົວ ເພີ່ມຂຶ້ນ ຫລາຍກວ່າ 14,8% ແລະ ຊີ້ນບົດ ເພີ່ມຂຶ້ນ 11,5%.ຂະນະທີ່ ອັດຕາເງິນເຟີ້ ພື້ນຖານ ເພີ່ມຂຶ້ນ 3,1% ປັບຂຶ້ນຈາກກ່ອນໜ້ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL