ນາຊາ ຕັ້ງເປົ້າໝາຍສົ່ງນັກບິນອາວະກາດໂຄຈອນດວງຈັນໃນຕົ້ນປີໜ້າ

29/09/2025 20:58
Email Print 169
ຂປລ ອົງການ ບໍລິຫານ ການບິນ ແລະ ອາວະກາດແຫ່ງຊາດ (ນາຊາ) ລະບຸວ່າ: ໜ່ວຍງານ ດັ່ງກ່າວມີແຜນ ຈະສົ່ງນັກບິນ ອາວະກາດ ຂຶ້ນໄປໂຄຈອນ ຮອບດວງຈັນ ໃນຕົ້ນປີ 2026

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ອົງການ ບໍລິຫານ ການບິນ ແລະ ອາວະກາດແຫ່ງຊາດ (ນາຊາ) ລະບຸວ່າ: ໜ່ວຍງານ ດັ່ງກ່າວມີແຜນ ຈະສົ່ງນັກບິນ ອາວະກາດ ຂຶ້ນໄປໂຄຈອນ ຮອບດວງຈັນ ໃນຕົ້ນປີ 2026 ໃນຂະນະທີ່ ສ.ອາເມລິກາ ພວມແຂ່ງຂັນກັບຈີນ ໃນການກັບໄປສູ່ ພື້ນຜີວ ດວງຈັນ ອີກຄັ້ງ.

ການປະຕິບັດ ໜ້າທີ່ບໍ່ສຳເລັດ ໃນຫລາຍຄັ້ງ ເຮັດໃຫ້ ພາລະກິດ ອາຣທິມີສ-2 ຕ້ອງຊັກຊ້າ, ແຕ່ປັດຈຸບັນນີ້ ພວມກຳນົດ ການສົ່ງນັກບິນ ອາວະກາດ ຂຶ້ນໄປດວງຈັນ ໃນເດືອນກຸມພາ 2026 ຢ່າງໄວທີ່ສຸດ ແລະ ເດືອນເມສາ ຢ່າງຊ້າທີ່ສຸດ.ໂດຍຈຸບິນ ຈະປະກອບດ້ວຍ ນັກບິນອາວະກາດ ຊາວສ.ອາເມລິກາ 3 ຄົນ ແລະ ຊາວການາດາ 1 ຄົນ ຊຶ່ງຄາດວ່າ ຈະເປັນຈຸບິນ ກຸ່ມທຳອິດ ທີ່ໂຄຈອນ ຮອບດວງຈັນ ໃນຮອບກວ່າ 50 ປີ, ແຕ່ພາລະກິດນີ້ ຈະບໍ່ລົງຈອດເທິງດວງຈັນ ເນື່ອງຈາກ ການບັນລຸເປົ້າໝາຍ ດັ່ງກ່າວ ເປັນຂອງພາລະກິດ ອາຣທິມີສ-3. ໂຄງການອາຣທີມີສ ຂອງ ນາຊາ ໄດ້ມຸ່ງຫວັງ ທີ່ຈະສົ່ງມະນຸດ ກັບໄປຍັງ ດວງຈັນ, ໃນຂະນະທີ່ ຈີນ ໄດ້ສືບຕໍ່ ໂຄງການແຂ່ງຂັນ ກັບ ສ.ອາເມລິກາ , ໂດຍມີ ເປົ້າໝາຍ ສົ່ງນັກບິນອາວະກາດ ໄປຍັງດວງຈັນ ຄັ້ງທຳອິດ ໃນປີ 2030 ຢ່າງຊ້າທີ່ສຸດ./

KPL

ຂ່າວອື່ນໆ

ads
ads

Top