ຂປລ
ທ່ານ ຍູລດີ ຍູສມັນ ຮັກສາການອະທິບໍດີ ກອງອຳນວຍການ ກວດຄົນ ເຂົ້າເມືອງ ສັງກັດ ກະຊວງ ການກວດຄົນເຂົ້າເມືອງ ແລະ ການແກ້ໄຂ ຂອງ ອິນໂດເນເຊຍ ໄດ້ອອກ ວິຊ້າທອງຄຳ(golden visa) ໃຫ້ຊາວຕ່າງປະເທດແລ້ວ 1.012 ສະບັບ, ຊຶ່ງສາມາດ ດຶງດູດເງິນລົງທຶນເຂົ້າປະເທດໄດ້ ຫລາຍກວ່າ 48 ພັນຕື້ຣູເປຍ.

ຂປລ.ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້ວ່າ: ທ່ານ ຍູລດີ ຍູສມັນ ຮັກສາການອະທິບໍດີ ກອງອຳນວຍການ ກວດຄົນ ເຂົ້າເມືອງ ສັງກັດ ກະຊວງ ການກວດຄົນເຂົ້າເມືອງ ແລະ ການແກ້ໄຂ ຂອງ ອິນໂດເນເຊຍ ໄດ້ອອກ ວິຊ້າທອງຄຳ(golden visa) ໃຫ້ຊາວຕ່າງປະເທດແລ້ວ 1.012 ສະບັບ, ຊຶ່ງສາມາດ ດຶງດູດເງິນລົງທຶນເຂົ້າປະເທດໄດ້ ຫລາຍກວ່າ 48 ພັນຕື້ຣູເປຍ.
ຄວາມສຳເລັດຂອງໂຄງການ ວິຊ້າທອງຄຳ ຕັ້ງແຕ່ ເລີ່ມຕົ້ນ ຈົນເຖິງເດືອນກັນຍາໃນປີນີ້ ໄດ້ສະແດງໃຫ້ເຫັນວ່າ: ອິນໂດເນເຊຍ ພວມກາຍເປັນ ແຫລ່ງດຶງດູດນັກລົງທຶນ ແລະ ບຸກຄະລາກອນ ໃນລະດັບໂລກ ຫລາຍຂຶ້ນ ແລະ ທ່າອຽງເຊິງບວກ ດັ່ງກ່າວ ຈະສືບຕໍ່ ສະໜັບສະໜູນ ການພັດທະນາ ປະເທດ ແລະ ເສີມສ້າງຄວາມເຂັ້ມແຂງ ຂອງ ເສດຖະກິດ ອິນໂດເນເຊຍ ຕໍ່ໄປ. ບ້ວງເງິນ ການລົງທຶນ ເບື້ອງຕົ້ນ ມາຈາກ ບໍລິສັດ ຕ່າງປະເທດ 46,5 ພັນຕື້ຣູເປຍ ຈາກ ນັກລົງທຶນ ບຸກຄົນ 249.000 ລ້ານຣູເປຍ ແລະ ຈາກປະເພດອື່ນໆ 1,45 ພັນຕື້ຣູເປຍ . ໃນຂະນະດຽວກັນ ໂຄງການວິຊ້າທອງຄຳ ສ້າງລາຍໄດ້ຂອງລັດທີ່ບໍ່ແມ່ນພາສີ ອີກປະມານ 12.900 ລ້ານຣູເປຍ./
KPL