ສປຈີນ ເປີດຕົວສູນປະຕິບັດການເງິນຢວນດີຈີຕອນສາກົນ

29/09/2025 20:58
Email Print 195
ຂປລ ທະນາຄານປະຊາຊົນຈີນ (ພີບີໂອຊີ) ຫລືທະນາຄານກາງຂອງ ຈີນ ເປີດເຜີຍສູນປະຕິບັດການ ເງິນຢວນດີຈິຕອນສາກົນ ເລີ່ມດຳເນີນງານຢ່າງເປັນທາງການ ທີ່ນະຄອນຊຽງໄຮ້.

ຂປລ.ສຳນັກຂ່າວຊິນຮວາ ລາຍງານຈາກນະຄອນຫລວງ ປັກກິ່ງຂອງ ສປຈີນ ວ່າ: ທະນາຄານປະຊາຊົນຈີນ (ພີບີໂອຊີ) ຫລືທະນາຄານກາງຂອງ ຈີນ ເປີດເຜີຍສູນປະຕິບັດການ ເງິນຢວນດີຈິຕອນສາກົນ ເລີ່ມດຳເນີນງານຢ່າງເປັນທາງການ ທີ່ນະຄອນຊຽງໄຮ້. ໂຄງການລິ່ເລີ່ມດັ່ງກ່າວ ເປັສ່ວນໜຶ່ງຂອງ 8 ມາດຕະການໃໝ່ ທີ່ທ່ານພານ ກົງເຊິ່ງຜູ້ວ່າການ ພີບີໂອຊີ ປະກາດໄວ້.

ທ່ານພານ ກົງເຊິ່ງ ກ່າວວ່າ: ​ສູນແຫ່ງນີ້ ມີໜ້າທີ່ສົ່ງເສີມການ ໃຊ້ເງິນຢວນດີຈິຕອນ ສູ່ລະດັບສາກົນ ແລະ ພັດທະນາບໍລິການ ທາງການເງິນ, ສະໜັບສະໜູນ ການພັດທະນາບໍລິການ ຕະຫລາດການເງິນ, ຄຽງຄູ່ກັບການສະໜັບສະໜູນ ວັດທະນະທຳ ການເງິນດີຈິຕອນ. ນອກຈາກການເປີດຕົວ ສູນດັ່ງກ່າວແລ້ວ ຍັງມີການເປີດຕົວ ແພດຟອມຣຫລັກ 3 ແຫ່ງ ໄດ້ແກ່: ແພດຟອມຣ ການຊຳລະເງິນດີຈິຕອນ ຂ້າມຊາຍແດນ; ແພດຟອມຣບໍລິການ ບລອກເຊນ ແລະ ແພດຟອມຣ ຊັບສິນດີຈິຕອນ. ການເປີດຕົວສູນ ແຫ່ງນີ້ ເປັນບາດກ້າວ ສຳຄັນ ໃນການ ພັດທະນາ ເງິນຢວນ ດີຈິຕອນ  ພ້ອມຈະຊ່ວຍ ຍົກລະດັບ ອິດທິພົນຂອງຈີນ ໃນລະບົບ ການເງິນໂລກ ແລະ ມອບທາງອອກ ແບບເປີດກ້ວາງ ຄວບຄຸມ ແລະ ສ້າງສັນ ສຳລັບຈີນ ໃນການ ປັບປຸງ ລະບົບຊຳລະເງິນ ຂ້າມຊາຍແດນ ໃນລະດັບສາກົນ./

KPL

ຂ່າວອື່ນໆ

ads
ads

Top