ກອງປະຊຸມວຽກງານສະຖາບັນການປົກຄອງທົ່ວປະເທດຈີນ

29/09/2025 15:58
Email Print 181
ຂປລ ກອງ​ປະ​ຊຸມ ​ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ການ​ປົກ​ຄອງ​ ທົ່ວ​ປະ​ເທດ​ຈີນ ​ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ.

ຂປລ.ວິ​ທະ​ຍຸ​-ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG. ກອງ​ປະ​ຊຸມ ​ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ການ​ປົກ​ຄອງ​ ທົ່ວ​ປະ​ເທດ​ຈີນ ​ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ.ທ່ານ ​ສີ​ ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ປະ​ທານ ​ປະ​ເທດ​ຈີນ, ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ ສູນ​ກາງ​ຈີນ ​ໄດ້​ໃຫ້​ຄຳ​ຊີ້​ນຳສຳ​ຄັນ​ຕໍ່​ ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ດັ່ງ​ກ່າວ ໂດຍ​ໄດ້​ຢືນ​ຢັນ​ ຢ່າງ​ເຕັມ​ທີ່ ​ຕໍ່​ຜົນ​ງານ​ໃໝ່ ​ນັບ​ຕັ້ງ​ແຕ່ ກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນທົ່ວ​ປະ​ເທດ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ເປັນ​ຕົ້ນ​ມາ ຂອງ​ສະ​ຖາ​ບັນ​ ການ​ປົກ​ຄອງ​ຂັ້ນ​ຕ່າງໆ ​ໃນ​ດ້ານ​ຄຸນ​ນະ​ພາບ​ການ​ຮຽນ-ການ​ສອນ, ການ​ຄົ້ນ​ຄ້​ວາ​ ວິ​ທະ​ຍາ​ສາດ ​ແລະ​ ການ​ປະ​ດິດ​ສ້າງ. ທ່ານ​ ສີ​ ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ໃນ​ຂະ​ບວນ​ການ​ໃໝ່, ຕ້ອງ​ຍຶດ​ໝັ້ນ ​ຖືເອົາ​ແນວ​ຄິດ ​ສັງ​ຄົມ​ນິ​ຍົມ​ ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ ສປ ຈີນ ​ໃນ​ຍຸກ​ໃໝ່ ​ເປັນ​ທິດ​ຊີ້​ນຳ, ລົງ​ເລິກ​ການ​ປະ​ຕິ​ຮູບ ​ການ​ຮຽນ-ການ​ສອນ, ເພີ່ມ​ທະ​ວີ​ ການ​ສຶກ​ສາ​​ອົບ​ຮົມ ດ້ານ​ທິດ​ສະ​ດີ​ພັກ, ການ​ຝຶກ​ຝົນ ຫລໍ່ຫລອມ ​ຕໍ່​​ສະ​ຕິ​ພັກ ແລະ ການ​ອົບ​ຮົມ ​ຄວາມ​ສາ​ມາດ​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ເພີ່ມທະ​ວີ ​ການ​ຄົ້ນ​ຄວ້າ​ ທິດ​ສະ​ດີ​​ພັກ ທີ່​ມີ​ການ​ປະ​ດິ​ສ້າງ ​ຢ່າງ​ເປັນ​ລະ​ບົບ, ເສີມ​ຂະ​ຫຍາຍ ​ບົດ​ບາດ​ຂອງ​ຄັງ​ປັນ​ຍາ. ​ພ້ອມ​ນີ້ ທ່ານ​ ສີ ​ຈິ້ນ​ຜິງ ຍັງ​ໄດ້ຮຽກ​ຮ້ອງ ​ໃຫ້​ຍຶດ​ໝັ້ນ​ ການ​​ຄຸ້ມ​ຄອງ ສະ​ຖາ​ບັນ ​ຢ່າງ​ເຂັ້ມ​ງວດ, ສ້າງ​ສະ​ຖາ​ບັນ ​ດ້ວຍ​ຄຸນ​ນະ​ພາບ​ດີ, ສ້າງ​ຖັນ​ແຖວ ​ຄູ​ສອນ​ ໃຫ້​ເຂັ້ມ​ແຂງ, ​ຄຸ້ມ​ຄອງ​ນັກ​​ສຶ​ກ​ສາ ​ຢ່າງ​ເຂັ້ມ​ງວດ. ຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ຕ້ອງ​ເພີ່ມ​ທະ​ວີ ​ການ​ຮັບ​ປະ​ກັນ ແລະ ການ​ສະ​ໜັບ​ ສະ​ໜູນ, ຊຸກ​ຍູ້​ໃຫ້​ວຽກ​ງານ ​ຂອງ​ສະ​ຖາ​ບັນ​ ການ​ປົກ​ຄອງ ​ພັດ​ທະ​ນາ​ ດ້ວຍ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top