ຂປລ
ຂົວຂ້າມ ໂກຣກທາຣຮວາຈຽງ ຫລື ແກຣນແດນຍອນຮວາຈຽງ ເປັນຂົວທີ່ສູງທີ່ສຸດໃນໂລກ ເປີດໃຫ້ສັນຈອນ ຢ່າງເປັນທາງການ ທີ່ຕັ້ງຢູແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ ປະເທດຈີນ ຊຶ່ງເປັນ ຄວາມສຳເລັດ ທາງວິສາວະກຳ ທີ່ໃຊ້ເວລາ ກໍ່ສ້າງ ຫລາຍກວ່າ 3 ປີ.
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະະຄອນຫລວງປັກກິ່ງ ປະເທດສປຈີນ ເມື່ອບໍ່ດົນມານີ້ວ່າ: ຂົວຂ້າມ ໂກຣກທາຣຮວາຈຽງ ຫລື ແກຣນແດນຍອນຮວາຈຽງ ເປັນຂົວທີ່ສູງທີ່ສຸດໃນໂລກ ເປີດໃຫ້ສັນຈອນ ຢ່າງເປັນທາງການ ທີ່ຕັ້ງຢູແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ ປະເທດຈີນ ຊຶ່ງເປັນ ຄວາມສຳເລັດ ທາງວິສາວະກຳ ທີ່ໃຊ້ເວລາ ກໍ່ສ້າງ ຫລາຍກວ່າ 3 ປີ.
ຂົວແຫ່ງນີ້ ມີຄວາມສູງຊັນ ຈາກພື້ນຂົວ ເຖິງພື້ນແມ່ນໍ້າ ດ້ານລຸ່ມ 625 ແມັດ, ສ່ວນໂຕຂົວ ມີຄວາມຍາວ ລວມ 2.890 ແມັດ ແລະ ຊ່ວງຂົວຫລັກຍາວ 1.420 ແມັດ ຊຶ່ງກາຍເປັນຂົວສູງ ທີ່ສຸດໃນໂລກ ທີ່ສ້າງຢູ່ເຂດພູ.
ເມື່ອຫລາຍທົດສະວັດ ທີ່ຜ່ານມາ, ການເຕີບໂຕ ທາງດ້ານເສດຖະກິດ ແລະ ການຂະຫຍາຍຕົວ ຂອງຕົວເມືອງ ຢ່າງວອງໄວ, ເຮັດໃຫ້ ຈີນ ຕ້ອງໄດ້ລົງທຶນ ຢ່າງໜັກ ໃນໂຄງການ ສ້າງພື້ນຖານ ຂະໜາດໃຫຍ່ , ໂດຍສະເພາະຢ່າງຍິ່ງ ແຂວງກຸ້ຍໂຈວ ຊຶ່ງມີ ພູມປະເທດ ເປັນເນີນ , ເຊິ່ງມີຂົວ ນັບເປັນພັນແຫ່ງ ລວມເຖິງ ຂົວຂ້າມ ໂກຣກທາຣ ຮວາຈຽງ ອີກດ້ວຍ./
KPL