ສປປ ລາວ ສະຫລອງວັນຜູ້ບໍລິຈາກເລືອດໂລກ

15/06/2024 13:09
Email Print 538
ຂປລ ຂປລ. ພິ​ທີສະເຫລີມສະຫລອງ ວັນຜູ້ບໍລິຈາກເລຶອດໂລກ 14 ​ມິຖຸນາ ຄົບຮອບ 20 ປີ ຈັດຂຶ້ນ​ທີ່ສູນການຄ້າລາວໄອເຕັກມໍ, ນະຄອນຫລວງວຽງຈັນ ເພື່ອລະນຶກ ແລະ ຍ້ອງຍໍສັນລະເສີນຜູ້ບໍລິຈາກເລືອດ. ພ້ອມນີ້, ຍັງເປັນການທົບທວນຜົນສໍາເລັດ ໃນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ, ຊອກໃຫ້ເຫັນໄດ້ດ້ານຕັ້ງໜ້າ, ສິ່ງທ້າທາຍ ເພື່ອແກ້ໄຂກັບບັນດາສິ່ງທ້າທາຍຕ່າງໆ ແລະ ພ້ອມກັນກຳນົດຍຸດທະສາດ ທິດທາງແຜນການໃນອະນາຄົດ



ຂປລ. ພິ​ທີສະເຫລີມສະຫລອງ ວັນຜູ້ບໍລິຈາກເລຶອດໂລກ
14 ​ມິຖຸນາ ຄົບຮອບ 20 ປີ ຈັດຂຶ້ນ​ທີ່ສູນການຄ້າລາວໄອເຕັກມໍ, ນະຄອນຫລວງວຽງຈັນ ເພື່ອລະນຶກ ແລະ ຍ້ອງຍໍສັນລະເສີນຜູ້ບໍລິຈາກເລືອດ. ພ້ອມນີ້, ຍັງເປັນການທົບທວນຜົນສໍາເລັດ ໃນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ, ຊອກໃຫ້ເຫັນໄດ້ດ້ານຕັ້ງໜ້າ, ສິ່ງທ້າທາຍ ເພື່ອແກ້ໄຂກັບບັນດາສິ່ງທ້າທາຍຕ່າງໆ ແລະ ພ້ອມກັນກຳນົດຍຸດທະສາດ ທິດທາງແຜນການໃນອະນາຄົດ ແນໃສ່ໃຫ້ທຸກຄົນສາມາດເຂົ້າເຖິງ ການບໍລິການເລືອດທີ່ປອດໄພ ໃນທຸກບ່ອນ ເຊິ່ງການສະເຫລີມສະຫລອງ ວັນຜູ້ບໍລິຈາກເລຶອດໂລກ ກໍຄື ການຈັດງານໃນມື້ນີ້ ຄາດວ່າຈະໄດ້ຮັບບໍລິຈາກເລືອດ ຫລາຍກວ່າ 500 ຖົງ.



ໃນໂອກາດນີ້
, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາຂົງເຂດວຽກງານ ວັດທະນະທຳ-ສັງຄົມ ໄດ້ກ່າວວ່າ: ການບໍລິຈາກເລືອດມີບົດບາດສໍາຄັນ ໃນການປະກອບສວ່ນ ເຂົ້າໃນການວຽກງານການປີ່ນປົວສຸຂະພາບ, ເປັນປະໂຫຍດຕໍ່ຄົນເຈັບ ແລະ ສາມາດຊ່ວຍກອບກູ້ເອົາຊີວິດຄົນເຈັບ ທີ່ຈໍາເປັນຕ້ອງການສົ່ງເລືອດ ແລະ ສ່ວນປະກອບຂອງເລືອດ ນໍາໃຊ້ເຂົ້າໃນການປີ່ນປົວພະຍາດຕ່າງໆ ທີ່ເປັນອັນຕະລາຍຕໍ່ຊີວິດຂອງຄົນເຈັບ, ການສົ່ງເລືອດ ແລະ ຜະລິດຕະພັນເລືອດ ຊ່ວຍຄົນເຈັບໃຫ້ມີຊີວິດສືບຕໍ່ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ, ການສົ່ງເລືອດຍັງສະໜັບສະໜູນ ຂັ້ນຕອນປີ່ນປົວທາງດ້ານການແພດ ແລະ ການຜ່າຕັດທີ່ສັບສົນ. ນອກຈາກນັ້ນ, ການສົ່ງເລືອດຍັງເປັນການຊ່ວຍຊີວິດ ຂອງແມ່ທີ່ສູນເສຍເລືອດໃນເວລາເກີດລູກຫລື ຍ້ອນໄພທາງທຳມະຊາດ. ເຖິງຢ່າງໃດກໍຕາມ, ຍັງມີຫລາຍປະເທດ ທີ່ຄວາມຕ້ອງການເລືອດຫລາຍກວ່າ ຄວາມສາມາດໃນການຕອບສະໜອງ. ການປຸກລະ ດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ ຍັງຜະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ທີ່ຈະສາມາດບັນລຸການ ຕອບສະໜອງເລືອດໃຫ້ມີຄວາມພຽງພໍ, ປອດໄພ ແລະ ທັນເວລາ, ພ້ອມທັງຮັບປະກັນທາງດ້ານຄຸນນະພາບ. ການບໍລິຈາກເລືອດແບບສະມັກໃຈ ບໍ່ຮຽກຮ້ອງສີ່ງຕອບແທນ ຖືວ່າແມ່ນ ພື້ນຖານຂອງການຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພ.



ສຳລັບ ສປປ ລາວ
, ການປຸກລະດົມຂົນຂວາຍບໍລິຈາກເລືອດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກສັງຄົມ ທຸກຂະແໜງການຢ່າງກວ້າງຂວາງ ແຕ່ສູນກາງຮອດທ້ອງຖິ່ນ ເຫັນວ່າມີລັກສະນະພົ້ນເດັ່ນ, ມີຜູ້ບໍລິຈາກເລືອດແບບ ປະຈຳຫລາຍຄັ້ງກວມ ເອົາ 60% ຂອງຈໍານວນຜູ້ບໍລິຈາກເລືອດທັງໝົດ ເດັ່ນກວ່າແມ່ນມີຜູ້ບໍລິຈາກເລືອດສະສົມໄດ້ 70-80 ກວ່າຄັ້ງແລ້ວ. ໃນປີ 2023, ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ຕ້ອງໃຫ້ບັນລຸ 73.000 ຖົງ, ແຕ່ພາກປະຕິບັດຕົວຈິງ ໄດ້ເລືອດທັງໝົດ 73.023 ຖົງ. ໃນປີ 2024 ນີ້, ສະພາແຫ່ງຊາດ ໄດ້ມີມະຕິຕົກລົງຮັບຮອງເອົາ ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ຕ້ອງໃຫ້ບັນລຸ 78.000 ຖົງ. ໃນນີ້, ສູນກາງຕ້ອງໃຫ້ບັນລຸ 33.300 ຖົງ ແລະ ທ້ອງຖິ່ນໃຫ້ບັນລຸ 44.700 ຖົງ ໂດຍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງ ນໍາໄປຈັດຕັ້ງປະຕິບັດ. ໃນປີ ຕໍ່ໆປີ ກໍຈະມີການເພີ່ມຂຶ້ນໃນແຕ່ລະປີ ຮອດປີ 2030 ຕ້ອງໃຫ້ບັນລຸ 120.000 ຖົງ ແລະ ການບໍລິຈາກເລືອດ ແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ໃຫ້ກວມເອົາ ເປັນສ່ວນໃຫຍ່.

ການທີ່ຈະບັນລຸຕົວເລກຄາດໝາຍສູ້ຊົນດັ່ງກ່າວ, ຈຶ່ງມີຄວາມຈໍາເປັນໃນການເພີ່ມທະວີ ການປຸກລະດົມຂົນ ຂວາຍ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ການຕອບສະໜອງງົບປະມານທີ່ຈໍາເປັນ, ການປະກອບວັດຖຸອຸບປະກອນ ທາງດ້ານເຕັກນິກ, ການເພີ່ມທະວີຄວາມຮັບຜິດຊອບຂອງວິຊາການ ແລະ ອື່ນໆ ເພື່ອໃຫ້ວຽກງານ ອັນມີຄວາມໝາຍຕໍ່ຊີວິດ ແລະ ຂາດບໍ່ໄດ້ນີ້ ສາມາດບັນລຸຕາມຄາດໝາຍ ແລະ ສາມາດຕອບສະໜອງເລືອດໃຫ້ ຄົນເຈັບ ຢ່າງພຽງພໍ, ປອດໄພ ແລະ ທັນເວລາ ໃນຂອບເຂດທົ່ວປະເທດ ເຊິ່ງເປັນສິ່ງທ້າທາຍ ຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ພໍສົມຄວນ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ເພີດເພີນໄປກັບການສື່ສານຜ່ານຟັ່ງຊັ້ນ ‘ຂໍ້ຄວາມ’ໃນ LaoAppວັດທະນະທຳ-ສັງຄົມ

      ເພີດເພີນໄປກັບການສື່ສານຜ່ານຟັ່ງຊັ້ນ ‘ຂໍ້ຄວາມ’ໃນ LaoApp

      6/26/2024 2:46:00 PM

      ທ່ານຮູ້ ຫລື ຍັງ? ນອກຈາກ LaoAppຈະມີຫລາກຫລາຍຟັ່ງຊັນ ໃຫ້ທ່ານໄດ້ເລືອກໃຊ້ແລ້ວ, ອີກໜຶ່ງຟັ່ງຊັ້ນ ຂອງ LaoApp ທີ່ຈະເຮັດໃຫ້ການສື່ສານຂອງທ່ານເພີດເພີນ ແລະ ງ່າຍຂຶ້ນ, ກັບຟັ່ງຊັນ “ຂໍ້ຄວາມ” ທີ່ທ່ານສາມາດຕິດຕໍ່ສື່ສານໄດ້ຢ່າງຫລາກຫລາຍບໍ່ວ່າຈະເປັນ ການໂທດ້ວຍສຽງ ຫລື ໂທແບບວິດີໂອ ແລະ ການສົ່ງຂໍ້ຄວາມໄດ້ຫລາຍຮູບແບບເຊັ່ນ: ຮູບພາບ, ວິດີໂອ, ສຽງ, ເອກະສານຕ່າງໆ ແລະ ສາມາດຊວນໝູ່ມາຟັງເພງໄປພ້ອມກັນໄດ້ອີກດ້ວຍ. ພ້ອມຍັງມີສະຕິກເກີ້ສຸດໜ້າຮັກ, ຫລາຍຮູບແບບທີ່ມີສະເພາະໃນ LaoApp ເທົ່ານັ້ນ​ ແລະ ພິເສດສຸດໆສໍາລັບເບີເຄືອຂ່າຍ Unitel ແມ່ນໃຊ້ໂດຍບໍ່ເສຍດາຕ້າ ແລະ ສົ່ງຂໍ້ຄວາມຄົບ 5 ທ່ານ ຮັບທັນທີ 30Mb.

    • ປະກາດໃຊ້ ປື້ມຍຸດທະສາດແຫ່ງຊາດ ແກ້ໄຂ ການປ່ຽນແປງດິນຟ້າອາກາດ ຮອດປີ 2030ວັດທະນະທຳ-ສັງຄົມ

      ປະກາດໃຊ້ ປື້ມຍຸດທະສາດແຫ່ງຊາດ ແກ້ໄຂ ການປ່ຽນແປງດິນຟ້າອາກາດ ຮອດປີ 2030

      6/26/2024 1:59:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກາດນຳໃຊ້ ປື້ມຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຮອດປີ 2030 ແລະ ຄູ່ມືການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ (ສຳລັບລະດັບຜູ້ຕັດສິນບັນຫາ) ໃນວັນທີິ 26 ມິຖຸນາ 2024 ໂດຍມີທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ໂຊໂນມິ (Sonomi) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ

    • ປີນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ-ສັດນ້ຳ ໃຫ້ໄດ້ 64 ລ້ານໂຕວັດທະນະທຳ-ສັງຄົມ

      ປີນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ-ສັດນ້ຳ ໃຫ້ໄດ້ 64 ລ້ານໂຕ

      6/26/2024 1:44:23 PM

      ຂປລ. ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2024 ທີ່ຈະມາເຖິງນີ້, ຂະແໜງກະສິກຳ ແລະ ປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນ້ຳທຳມະຊາດ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ໃນຂະນະທີປີ 2023 ຜ່ານມາ ສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ.

    • ຄະນະທີ່ປຶກສາວຽກງານສາສະໜາ  ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ວັດທະນະທຳ-ສັງຄົມ

      ຄະນະທີ່ປຶກສາວຽກງານສາສະໜາ ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

      6/26/2024 7:44:25 AM

      ຂປລ. ກົມສາສະຫນາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະທີ່ປຶກສາວຽກງານສາສະໜາ ຈັດກອງປະຊຸມສະຫລຸບ ວຽກນງານການເຄື່ອນໄຫວ ຂອງຄະນະທີ່ປຶກສາວຽກງານສາສະໜາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2024 ໃນວັນທີ 24 ມິຖຸນາ 2024 ຜ່ານມາ

    • ສະຖານທູດອິນເດຍ ສະຫລອງວັນ ໂຍຄະສາກົນ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ສະຖານທູດອິນເດຍ ສະຫລອງວັນ ໂຍຄະສາກົນ ທີ່ນະຄອນຫລວງວຽງຈັນ

      6/24/2024 2:15:20 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບລາວ-ອິນເດຍ ສະເຫລີມສະຫລອງວັນໂຍຄະສາກົນ ຄັ້ງທີ 10 ໃນຫົວຂໍ້ "ໂຍຄະເພື່ອຕົນເອງ ແລະ ສັງຄົມ" ໃນວັນທີ 22 ມິຖຸນາ 2024 ທີ່ນະ ຄອນຫລວງວຽງຈັນ

ads
ads

Top