ຂປລ
ຈີນ ກາຍເປັນ ຈຸດໝາຍ ປາຍທາງ ຊັ້ນນໍາ ສຳລັບ ການສົ່ງອອກ ຂອງ ອາຣັບບີ ຊາອຸດິດ ເມື່ອເດືອນ ເມສາປີນີ້. ໂດຍສະເພາະ ເດືອນເມສາ ຈີນ ເປັນຜູ້ນໍາເຂົ້າສິນຄ້າ ຈາກ ອາຣັບບີ ຊາອຸດິດ ຂະໜາດໃຫຍ່ທີ່ສຸດ ກວມເອົາ ອັດຕາສ່ວນ 16,6%
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອ້າງຕາມ ຂໍ້ມູນ ຈາກ ການຄ້າ ລະຫວ່າງ ປະເທດ ໃນເບື້ອງຕົ້ນ ຈາກ ສຳນັກງານ ສະຖິຕິທົ່ວໄປ ແຫ່ງອາຣັບບີ ຊາອຸດິດ ລະບຸ ວ່າ: ຈີນ ກາຍເປັນ ຈຸດໝາຍ ປາຍທາງ ຊັ້ນນໍາ ສຳລັບ ການສົ່ງອອກ ຂອງ ອາຣັບບີ ຊາອຸດິດ ເມື່ອເດືອນ ເມສາປີນີ້. ໂດຍສະເພາະ ເດືອນເມສາ ຈີນ ເປັນຜູ້ນໍາເຂົ້າສິນຄ້າ ຈາກ ອາຣັບບີ ຊາອຸດິດ ຂະໜາດໃຫຍ່ທີ່ສຸດ ກວມເອົາ ອັດຕາສ່ວນ 16,6% ຂອງ ການສົ່ງອອກ ສິນຄ້າທັງໝົດຂອງ ປະເທດນີ້ , ກວມເອົາມູນຄ່າ ປະມານ 1,69 ໝື່ນລ້ານຣິຢັດ.
ສ່ວນ ຍີ່ປຸ່ນ ແລະ ອິນເດຍ ກວມເອົາ ອັນດັບ 2 ແລະ ອັນດັບ 3 ດ້ວຍອັດຕາສ່ວນ 9,2% ແລະ 8,1% ຕາມລຳດັບ .ໂດຍ ການຄ້າ ລະຫວ່າງ ປະເທດ ຂອງ ອາຣັບບີ ຊາອຸດິດ ເກີນດູນປະມານ 4,14 ໝື່ນລ້ານຣີຢັດ ໃນເດືອນ ເມສາ ຊຶ່ງເປັນຕົວເລກຫລາຍສຸດ ໃນປີນີ້ , ເພີ່ມຂຶ້ນ 36% ຈາກ ເດືອນມີນາ ແລະ ເພີ່ມຂຶ້ນ ຫລາຍກວ່າ 48,5% ນັບແຕ່ເລີ່ມປີນີ້. ສ່ວນມູນຄ່າ ການສົ່ງອອກ ສິນຄ້າ ຂອງ ອາຣັບບີ ຊາອຸດິດ ໃນເດືອນເມສາ ລວມມີ 1,01 ແສນລ້ານຣີຢັດ ໂດຍ ການສົ່ງອອກ ທີ່ບໍ່ແມ່ນນໍ້າມັນ ເພີ່ມຂຶ້ນ ປະມານ 1,62 ໝື່ນລ້ານຣີຢັດ , ກວມເອົາ 16% ຂອງການສົ່ງອອກທັງໝົດ. /.
KPL