ຂປລ
ຍອດຈຳໜ່າຍ ຍານພາຫະນະໃໝ່ ໃນຍີ່ປຸ່ນ ໃນໄລຍະ 6 ເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ) ຂອງ ປີ 2024 ລວມມີ ປະມານ 2,13 ລ້ານຄັນ ຫລຸດລົງ 13,2% ເມື່ອທຽບໃສ່ ປີກາຍນີ້ , ເປັນຄັ້ງທຳອິດໃນຮອບ 2 ປີ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ອ້າງຕາມ ຂໍ້ມູນ ຈາກ ກຸ່ມອຸດສາຫະກຳ ຍານພາຫະນະ ຂອງ ຍີ່ປຸ່ນ ເປີດເຜີຍວ່າ: ຍອດຈຳໜ່າຍ ຍານພາຫະນະໃໝ່ ໃນຍີ່ປຸ່ນ ໃນໄລຍະ 6 ເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ) ຂອງ ປີ 2024 ລວມມີ ປະມານ 2,13 ລ້ານຄັນ ຫລຸດລົງ 13,2% ເມື່ອທຽບໃສ່ ປີກາຍນີ້ , ເປັນຄັ້ງທຳອິດໃນຮອບ 2 ປີ. ສະມາຄົມ ຜູ້ຜະລິດ ຍານພາຫະນະ ແລະ ລົດຈັກ ຂະໜາດນ້ອຍ ແຫ່ງຍີ່ປຸ່ນ ລະບຸວ່າ: ຍອດຈຳໜ່າຍ ຍານພາຫະນະ ທີ່ຈົດທະບຽນ ຫລຸດລົງ 10,7% ເມື່ອທຽບປີຕໍ່ປີ ເຫລືອຢູ່ທີ 1.397.651 ຄັນ , ສ່ວນຍອດຈຳໜ່າຍ ຍານພາຫະນະ ຂະໜາດນ້ອຍ ຫລຸດລົງ 17,7% ເຫລືອ 729.839 ຄັນ ໃນໄລຍະ ເວລາດັ່ງກ່າວທ່າມກາງປັດໄຈ ຫລາຍຢ່າງ ທີ່ສົ່ງຜົນໃຫ້ ຍອດຈຳໜ່າຍ ຫລຸດລົງ ໂດຍເຈົ້າໜ້າທີ່ ຊີ້ແຈງວ່າ ກວດພົບຂໍ້ບົກຜອງ ຂອງ ຂໍ້ມູນ ການທົດລອງ ຍານພາຫະນະ ເປັນໜຶ່ງໃນປັດໄຈ ທີ່ ສົ່ງຜົນໃຫ້ ການຜະລິດ ແລະ ການຈັດສົ່ງ ຍານພາຫະນະ ບາງລຸ້ນຕ້ອງ ຢຸດຈຶ້ງ./.
KPL