ສປຈີນ ຈະສ້າງທຳນຽບປະທານາທິບໍດີແຫ່ງໃໝ່ ໃນ ວານູອາຕູ

04/07/2024 11:38
Email Print 163
ຂປລ ທ່ານ ຊາຣລອດ ຊັລວາອີ ນາຍົກ ລັດຖະມົນຕີ ຂອງ ວານູອາຕູ ກ່າວ ໃນພິທີ ສົ່ງມອບ ທໍານຽມ ປະທານາທິບໍດີ ແຫ່ງ ໃໝ່ ຢ່າງເປັນທາງການ ໂດຍແມ່ນ ຈີນ ເປັນຜູ້ສະໜັບ ສະໜູນ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ ​ຈາກ ​ເມືອງ​ຊິດ​ນີ ປະ​ເທດ ອົດ​ສະຕຣາລີ ​ເມື່ອ​ວັນ​ທີ 3 ກໍລະກົດ​,  ທ່ານ ຊາຣລອດ ຊັລວາ​ອີ ນາຍົກ ລັດຖະມົນຕີ ຂອງ ວາ​ນູອາ​ຕູ ກ່າວ ໃນພິທີ ສົ່ງມອບ  ທໍານຽມ ປະທານາທິບໍດີ ​ແຫ່ງ​ ໃໝ່​ ຢ່າງ​ເປັນ​ທາງ​ການ ​ໂດຍ​ແມ່ນ ຈີນ ເປັນຜູ້ສະໜັບ ສະໜູນ. 

ທັງນີ້ ສະຖານ​ ເອກ​ອັກ ຄະ​ລັດຖະທູດ ຈີນ ປະຈຳ ວາ​ນູອາ​ຕູ ຖະ​ແຫລ​ງວ່າ: ​ໂຄງການ​ນີ້ ລວມ​ເຖິງ​ ການ​ກໍ່ສ້າງ ກະຊວງ​ ການ​ເງິນ​ ແຫ່ງ​ໃໝ່ ​ແລະ ການ​ປັບປຸງ ກະຊວງ​ ການ​ຕ່າງປະ​ເທດ ຂອງ​ ວາ​ນູອາ​ຕູ, ອີກ​ທັງ​ເປັນ​ສັນຍາ​ລັກ​ຂອງ ກ້າວ​ສຳຄັນ​ໃໝ່​ກ່ຽວກັບ ​ຄວາມ​ສຳພັນ​ທີ່ ອົບ​ອຸ່ນ ​ລະຫວ່າງ ​ສອງ​ປະ​ເທດ.

ໃນຂະນະດຽວກັນ, ສະ​ຖາ​ບັນ​ໂລ​ວີ ຂອງ​ ອົດ​ສະຕຣາລີ ໄດ້ປະ​ເມີນ​ວ່າ : ຈີນ ​ໄດ້ໃຊ້​ຈ່າຍ​ ບ້ວງເງິນ ເຂົ້າໃນ​ການ​ ກໍ່ສ້າງ​ ຈໍານວນ 21 ລ້ານ​ໂດ​ລາ​ ສະຫະລັດ, ​ເປັນ​ຈຳນວນ​ເງິນ​ ທີ່​ມີ​ໄນ​ສຳຄັນ ສຳລັບ ​ໂຄງການ​ ຊ່ວຍ​ເຫລືອ ​ພາຍໃນ​ປະ​ເທດ ພວມ​ພັດທະນາ ຊຶ່ງ​ມີ ​ປະຊາກອນ ​ບໍ່​ເຖິງ 300.000 ຄົນ. /.

KPL

ຂ່າວອື່ນໆ

ads
ads

Top