ຮອງນາຍົກລັດຖະມົນຕີ ພົບປະເລຂາທິການໃຫຍ່ອາຊຽນ

28/08/2024 19:40
Email Print 497
ຂປລ ຂປລ. ໃນວັນທີ 28 ສິງຫາ 2024 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ດຣ ກາວ ກິມ ຮຸມ ເລຂາທິການໃຫຍ່ອາຊຽນ ກ່ອນເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18.




ຂປລ. ໃນວັນທີ
28 ສິງຫາ 2024 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ດຣ ກາວ ກິມ ຮຸມ ເລຂາທິການໃຫຍ່ອາຊຽນ ກ່ອນເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18.




ໂອກາດນີ້
, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ແຈ້ງສະພາບ ແລະ ບັນຫາຕ່າງໆກ່ຽວກັບ ການກະກຽມຄວາມພ້ອມ ໃນການດໍາເນີນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ມີ ຄວາມພ້ອມ 100%.

ໂອກາດນີ້, ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການກະກຽມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ຂອງ ສປປ ລາວ, ກອງປະຊຸມຄັ້ງນີ້ ໄດ້ມີບົດບາດສໍາຄັນ ໃນການຊຸກຍູ້ບັນດາກົນໄກທີ່ຂຶ້ນກັບ ໂດຍສະເພາະແມ່ນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກອງປະຊຸມຫົວໜ້າກົມຕຳຫລວດກວດຄົນ ເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສູນ ຂອງກະຊວງການຕ່າງ ປະເທດອາຊຽນ ຈັດຕັ້ງປະຕິບັດ ການຮ່ວມມື ພາຍໃຕ້ກົນໄກຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ປະກອບສ່ວນຮັບປະກັນ ຄວາມສະຫງົບປອດໄພ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນ ພາກພື້ນໃຫ້ນັບມື້ດີຂຶ້ນ, ພ້ອມທັງ ອວຍພອນໃຫ້ ການດໍາເນີນກອງປະຊຸມຄັ້ງນີ້ ສໍາເລັດໄປດ້ວຍຜົນສໍາເລັດຢ່າງຈົບງາມ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

      9/13/2024 7:39:09 AM

      3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

    • ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

      9/11/2024 9:16:00 AM

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

ads
ads

Top