ອາຊຽນ+ ສ ເກົາຫລີ ແລກປ່ຽນທັດສະນະ ການປະຕິບັດ ແຜນຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ

30/08/2024 11:16
Email Print 966
ຂປລ ຂປລ. ກອງປະຊຸມລັດຖະມົນຕີອາຊຽນ+ ສ ເກົາຫລີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5 ຈັດຂຶ້ນໃນວັນທີ 29 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັອ ທະວີ ໂຊດຊົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງຣາຊະອານະຈັກໄທ ແລະ ທ່ານ ໂຣ ແມນຊົກ ຫົວໜ້າອົງການໄອຍະການ, ພະແນກຕ້ານຢາເສບຕິດ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ, ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ເກົາຫລີ ໂດຍມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີລັດຖະມົນຕີບັນດາປະເທດສະມາຊິກອາ ຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ, ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.




ຂປລ. ກອງປະຊຸມລັດຖະມົນຕີອາຊຽນ+ ສ ເກົາຫລີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5 ຈັດຂຶ້ນໃນວັນທີ 29 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັອ ທະວີ ໂຊດຊົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງຣາຊະອານະຈັກໄທ ແລະ ທ່ານ ໂຣ ແມນຊົກ ຫົວໜ້າອົງການໄອຍະການ
, ພະແນກຕ້ານຢາເສບຕິດ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ, ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ເກົາຫລີ ໂດຍມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີລັດຖະມົນຕີບັນດາປະເທດສະມາຊິກອາ ຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ, ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.



ກອງປະຊຸມ ໄດ້ພ້ອມກັນຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມືຕ້ານອາຊະຍາກໍາຂ້າມຊາດລະຫວ່າງອາຊຽນ ແລະ ສ ເກົາຫລີ ໃນໄລຍະຜ່ານມາພ້ອມທັງລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+ ສ ເກົາຫລີ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 17
, ຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+ ສ ເກົາຫລີ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ+ ສ ເກົາຫລີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5.



ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ການຈັດຕັ້ງປະຕິບັດແຜນງານ ໃນການຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ລະຫວ່າງອາຊຽນ ແລະ ສ ເກົາຫລີ ໃນໄລຍະປີ 2019-2025 ເປັນຕົ້ນແມ່ນການພົວພັນຮ່ວມມືໃນການຕ້ານ
, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງິນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ, ໄມ້ຫວງຫ້າມ ແລະ ການລັກລອບນໍາຄົນເຂົ້າ-ອອກເມືອງ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ພ້ອມນີ້, ກອງປະຊຸມຍັງໄດ້ກໍານົດວັນເວລາ ແລະ ສະຖານທີ່ຈັດກອງປະຊຸມລັດຖະມົນຕີອາຊຽນ+ ສ ເກົາຫລີ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 6 ທີ່ປະເທດມາເລເຊຍ ຈະເປັນເຈົ້າພາບ, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງກອງປະຊຸມ ລັດຖະມົນຕີອາຊຽນ+ສ ເກົາຫລີ ວ່າດ້ວຍການຕ້ານ ອາຊະຍາກໍາຂ້າມຊາດ ຄັ້ງທີ 5 ແລະ ບົດລາຍງານຜົນຂອງກອງປະຊຸມດັ່ງກ່າວ ເພື່ອເຮັດໃຫ້ການພົວພັນ ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ ລະຫວ່າງອາຊຽນ ແລະ ສ ເກົາຫລີ ມີປະສິດທິພາບ ແລະ ມີປະສິດທິຜົນສູງຂື້ນ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

      9/13/2024 7:39:09 AM

      3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

    • ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

      9/11/2024 9:16:00 AM

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

ads
ads

Top