ຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ

30/08/2024 11:46
Email Print 1158
ຂປລ ຂປລ. ໃນນາມປະທານອາຊຽນໃນປີ 2024 ແລະ ໄທ ໃນນາມປະເທດປະສານງານຂອງອາຊຽນ ກ່ຽວກັບ ການຮ່ວມມືການພັດທະນາແບບຍືນຍົງ ໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລື ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊິຟິກ: ເພື່ອກ້າວໄປສູ່ເປົ້າໝາຍ ການພັດທະນາແບບຍືນຍົງຂອງ ສປຊ 2030 ໃນວັນທີ 30 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ

ຂປລ. ໃນນາມປະທານອາຊຽນໃນປີ 2024 ແລະ ໄທ ໃນນາມປະເທດປະສານງານຂອງອາຊຽນ ກ່ຽວກັບ ການຮ່ວມມືການພັດທະນາແບບຍືນຍົງ ໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລື ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊິຟິກ: ເພື່ອກ້າວໄປສູ່ເປົ້າໝາຍ ການພັດທະນາແບບຍືນຍົງຂອງ ສປຊ 2030 ໃນວັນທີ 30 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໂດຍມີຄະນະຜູ້ແທນ ຈາກປະເທດທີ່ເຂົ້າຮ່ວມກອງປະ ຊຸມສຸດຍອດອາຊີຕາເວັນອອກ (EAS), ປະເທດຄູ່ຮ່ວມຂະແໜງການອາຊຽນ, ກອງເລຂາອາຊຽນ, ອົງການຈັດຕັ້ງ ສາກົນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປິດກອງປະຊຸມປຶກສາຫາລືຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມ ໃນການຈັດກອງປະຊຸມປຶກສາຫາລື ຊຶ່ງເປັນໂອກາດອັນດີໃຫ້ແກ່ ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ຄຳຄິດຄຳເຫັນຕ່າງໆ ລວມທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງຂອງ ສປຊ 2030 ໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ຫາວິທີທາງສຶບຕໍ່ຈັດຕັ້ງ ປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ໃຫ້ບັນລຸຕາມຄາດໝາຍ ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງ ແລະ ຄວາມສົມບູນພູນສຸກຂອງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຄໍາຂວັນ ການເປັນປະທານອາຊຽນ ຂອງ ສປປ ລາວ 2024 “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ກໍຄື ການຈັດຕັ້ງປະຕິບັດບຸລິມະສິດ ການເປັນປະທານອາຊຽນ ແນໃສ່ເຮັດໃຫ້ອາຊຽນ ມີການເຊື່ອມໂຍງ-ເຊື່ອມຈອດກັນຫລາຍຂຶ້ນ ແລະ ມີຄວາມເຂັ້ມແຂງ ກໍຄື ການປະກອບສ່ວນໃນຄວາມພະຍາຍາມ ຂອງບັນດາປະເທດ ສະມາຊິກອາຊຽນ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ 2030 ຂອງຕົນ.

ພ້ອມນີ້, ທ່ານ ນາງ ເອກສິຣິ ປິນຕາຣຸຈິ ເຈົ້າໜ້າທີ່ອາວຸໂສອາຊຽນຂອງໄທ ກໍໄດ້ຮ່ວມກ່າວເປີດກອງປະຊຸມປຶກສາຫາລື ແລະ ທ່ານ ກາວ ກິມ ຮຸນ, ເລຂາທິການໃຫຍ່ອາຊຽນ ກໍໄດ້ສົ່ງບົດຄຳເຫັນຊົມເຊີຍ ຂໍ້ລິເລີ່ມການຈັດກອງປະຊຸມປຶກສາຫາລືດັ່ງກ່າວນີ້.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນ 3 ຫົວຂໍ້ສຳຄັນ ຄື: ການເຊື່ອມໂຍງ-ເຊື່ອມຈອດ ເພື່ອກ້າວໄປສູ່ອາຊຽນສີຂຽວ 2045; ຄວາມເຂັ້ມແຂງຕໍ່ສະພາບດິນຟ້າອາກາດ ແລະ ການຜະລິດ ແລະ ການບໍລິໂພກສີຂຽວ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການພັດ ທະນາແບບຍືນຍົງໃນໄລຍະຜ່ານມາ ໃນຂົງເຂດການພັດທະນາສີຂຽວ, ການຈັດຕັ້ງປະຕິບັດການຟື້ນຟູສະພາບດິນຟ້າອາກາດ ແລະ ການຊອກຫາແນວທາງໃນຕໍ່ໜ້າ ເພື່ອເພິ່ມທະວີການຮ່ວມມືຂອງອາຊຽນ ແລະ ວິທີການທີ່ຈຳເປັນໃນການປັບຕົວເຂົ້າກັບ ສະພາບການປ່ຽນແປງ ດິນຟ້າອາກາດໃນພາກພື້ນ ແລະ ຍຸດທະສາດ ແລະ ແຜນປະຕິບັດງານທີ່ດີໃນການສົ່ງເສີມການຜະລິດ ແລະ ການບໍລິໂພກສີຂຽວ ເພື່ອເປັນບົດຮຽນໃຫ້ແກ່ຜູ້ເຂົ້າຮ່ວມ ສຶບຕໍ່ຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບຍືນຍົງ ສປຊ 2030 ໃຫ້ບັນລຸຕາມແຜນການ.  

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

      9/13/2024 7:39:09 AM

      3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

    • ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

      9/11/2024 9:16:00 AM

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

ads
ads

Top