ປະເທດ ສສ ຫວຽດນາມ

02/09/2024 13:18
Email Print 948
ຂປລ ເນື່ອງໃນໂອກາດ ວັນຊາດ ຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 79 ປີ(2.9.1945-2.9.2024) ຫວຽດນາມ ເປັນປະເທດ ໃນອາຊີຕາເວັນອອກ ສ່ຽງໃຕ້ ຕັ້ງຢູ່ທາງພາກຕາເວັນອອກສຸດຂອງແຫລມອິນດູຈີນ, ມີຊາຍແດນທິດເໜືອ ຕິດກັບປະເທດຈີນ, ທິດຕາເວັນຕົກຕິດກັບ ສປປລາວ, ທິດຕາເວັນຕົກສຽງໃຕ້ ຕິດກັບ ກຳປູເຈຍ, ທິດຕາເວັນອອກຕິດກັບ ທະເລຈີນໃຕ້ ແລະ ອ່າວທອນກິນ(Tonkin) ແລະ ທິດໃຕ້ຕິດກັບ ອ່າວໄທ. ມີນະຄອນຫລວງ ຊື່ວ່າ ຮ່າໂນ້ຍ

            ເນື່ອງ​ໃນ​ໂອກາດ ວັນຊາດ ​ຂອງ​ປະ​ເທດ ສາທາລະນະ​ລັດ​ ສັງຄົມ​ນິຍົມ​ ຫວຽດນາມ(Vietnam) ຄົບ ຮອບ 79 ປີ(2.9.1945-2.9.2024) ​ ຫວຽດນາມ ເປັນປະ​ເທດ ​ໃນ​ອາຊີ​ຕາ​ເວັນ​ອອກ​ ສ່ຽງ​ໃຕ້ ຕັ້ງ​ຢູ່​ທາງພາກ​ຕາ​ເວັນ​ອອກ​ສຸດຂອງ​ແຫລມ​ອິນ​ດູ​ຈີນ, ມີຊາຍ​ແດນ​ທິດ​ເໜືອ ຕິດ​ກັບປະ​ເທດ​ຈີນ, ທິດຕາ​ເວັນ​ຕົກ​ຕິດ​ກັບ ສປປລາວ, ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ ຕິດ​ກັບ ກຳປູ​ເຈຍ, ທິດຕາ​ເວັນ​ອອກ​ຕິດ​ກັບ ທະ​ເລ​ຈີນ​ໃຕ້ ​ແລະ ອ່າວທອນກິນ(Tonkin) ​ແລະ ທິດ​ໃຕ້ຕິດ​ກັບ ອ່າວ​ໄທ. ​ມີນະຄອນຫລວງ ຊື່ວ່າ ຮ່າ​ໂນ້ຍ; ​​ມີເນື້ອ​ທີ່​ທັງ​ໝົດ 331.690 ກິ​ໂລ​ຕາ​ແມັດ ກວມ​ເອົາ​ປະ​ຊາກ​ອນ 100 ລ້ານກວ່າຄົນ(​ໃນປີ 2023) ​ເຮັດ​ໃຫ​້ ຫວຽດນາມ ​ເປັນ​ປະ​ເທດ​ລຳດັບ​ທີ 15 ຂອງ​ໂລກ ​ແລະ​ເປັນ​ປະ​ເທດ​ທີ 3 ​ໃນ​ອາຊີ​ຕາ​ເວັນ​ອອກ ສຽງ​ໃຕ້ ຖັດຈາກ ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ; ​ໃຊ້​ພາສາຫວຽດ ນາມ​​ເປັນ​ພາສາທາງ​ການ​​, ​ໃຊ້​ສະກຸນ​ເງິນດົ່ງ (VND),  ປະຊາຊົນ ສ່ວນ​ໃຫຍ່ ນັບຖື​ສາສະໜາພຸດ ກວມ​ເອົາ 9,3%.

ຫວຽດນາມ ກາຍ​ເປັນ​ປະ​ເທດ​ໜຶ່ງ​ ທີ່​ມີ​ຄວາມ​ຈະ​ເລີ​ນ ​ເຕີບ​ໃຫຍ່ ທາງ​ດ້ານ​ເສດຖະກິດ ຢ່າງ​ວ່ອງ​ໄວ ​ແລະ ທັງ​ເປັນ​ປະ​ເທດ ​ທີ່​ມີ​ຄວາມ​ຫລາກ​ຫລາຍ ທາງ​ຊີວະ​ພາບ​ສູງ ​ເຕັມໄປດ້ວຍ ຊັບພະຍາກອນ​ ທຳ​ມະ​ຊາດ​ທີ່​ສຳຄັນ​ ຢ່າງ​ຫລວງຫລາຍ ທີ່​ ສ້າງ​ລາຍ​ຮັບ​ ໃຫ້​ກັບປະ​ເທດ. ໂດຍລວມຍອດ​ຜະ​ລິດ ​ຕະພັນ​ພາຍ​ໃນ ​ປະ​ເທດ(GDP) ບັນລຸ 408,8 ຕື້ໂດລາສະຫະລັດ(ໃນປີ 2022); ອັດຕາການເຕີບໂຕ 8,0% ຕໍ່ປີ. ຈາກ​ປັດ​ໃຈ​ຫລັກ​ຄື ພາກ​ການທ່ອງທ່ຽວ, ການ​ສົ່ງ​ອອກ ​ແລະ ພາກ​ການ​ຜະລິດ ​ທີ່​ເປັນ​ຫລັກຂອງປະເທດ. ສ່ວນ​ສິນຄ້າ ​ທີ່​ສົ່ງ​ອອກຄື: ​ໂທລະສັບ ​ແລະ ອຸປະກອນ, ​ເກີບ, ​ເສື້ອ​ຜ້າ, ​ເຄື່ອງ​ກົນ​ຈັກ, ອຸປະກອນ​ການ​ແພດ; ສິນຄ້າ​ທີ່​ນຳ​ເຂົ້າ ລວມມີ: ​ເອ​ເລັກ​ໂຕຣນິກ, ​ເຄື່ອງ​ກົນ​ຈັກ(ຄອມ​ພີ​ວ​ເຕີ) , ​ເຊື້ອ​ໄຟ​ທຳ​ມະ​ຊາດ ​ແລະ ອຶ່ນໆ. ສ່ວນ​ປະ​ເທດ​ຄູ່​ການ​ຄ້າ​ທີ່​ສຳຄັນ​ມີ: ຈີນ, ສ.​ເກົາຫລີ, ອາ​ຊຽນ, ສ.ອາ​ເມ​ລິກ, ສະຫະພາບ​ເອີຣົບ, ຍີ່ປຸ່ນ.

ຫວຽດນາມ ຍັງ​ໄດ້ຮັບ​ຄວາມ​ນິຍົມ​ ຈາກນັກທ່ອງທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຍ້ອນ​ຄວາມ​ສວຍ​ງາມທາງ​ທຳ​ມະ​ຊາດ ​ແລະ ສະຖານ​ທີ່​ ທາງ​ປະຫວັດສາດ​ ຫລາຍ​ແຫ່ງ ​ແຕ່​ເໜືອ​ຕະຫລອດ​ໃຕ້ ​ເປັນ​ຕົ້ນ​ ຢູ່ ​ນະຄອນຫລວງ ຮ່າ​ໂນ້ຍ ​ໂດຍສະເພາະ ສຸສານປະທານໂຮ່ຈີ​ມິ​ງ, ພິພິ​ທະພັນໂຮ່ຈີ​ມິ​ງ ​ແລະ ຍັງ​ມີ ອ່າວຮ່າ​ລອງ,  ສະ​ປາອື່ນໆ, ນອກ​ນີ້ ຍັງ​ມີ​ເມືອງເຮ້ວ; ເມືອງດາ​ນັງ; ເມືອງໂຮ້ຍ​ອານ; ​ເມືອງຍາ​ຈາງ; ເມືອງດາລາ​ດ ​ແລະ ນະຄອນ​ໂຮ່ຈີ່​ມິ​ງ ອື່ນໆ​ອີກ.

ປະ​ເທດ ຫວຽດນາມ ແລະ ປະ​ເທດ​ ສປປລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການທູດ​ຮ່ວມ​ກັນ ​​ເມື່ອວັນ​ທີ 5.9.1962 ຕະຫລອດ​ໄລຍະ​ຜ່ານ​ມາ ​ທັງ​ສອງ​ປະ​ເທດອ້າຍນ້ອງ ​​ໄດ້ມີ​ການ​ພົວພັນຮ່ວມມື ຢ່າງຮອບດ້ານ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ແລກປ່ຽນ​ປະສົບ​ການ ​ຢ່າງ​ຕໍ່​ເນື່ອງ ​ແລະ ຂະຫຍາຍຕົວ ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ແຕ່​ປີ 1975 ມາ​ຮອດ​ປັດຈຸບັນ ສາຍ​ພົວພັນ ຫວຽດນາມ-ລາວ ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ​ໄລຍະ​ການ​ພົວພັນ ຮ່ວມ​ມື​ຮອບ ດ້ານລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

 ຕະຫລອດ​ໄລຍະ​ຜ່ານ​ມາ ​ເຖິງ​ແມ່ນວ່າ ​ສະພາບ​ການໃນ​ໂລກ ​ແລະ ຢູ່​ພາກ​ພື້ນ ມີ​ຫລາຍ​ອັນປ່ຽນ​ແປງ​ສັບສົນ ​ບໍ່ວ່າຈະເປັນຄວາມຂັດແຍ່ງ, ໄພສົງຄາມ, ໄພພິບັດ​ທາງ​ທຳ​ມະ​ຊາດ, ນໍ້າ​ຖ້ວມ, ພາຍຸ​ຖະຫລົ່ມ ອຶ່ນໆ ​ກໍ່ຕາມ, ​ແຕ່​ການ​ພົວພັນ ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດ ນາມ-​ລາວ ຍັງ​ຄົງ​ນັບ​ມື້ສະ​ນິດ​ຕິດ​ແໜ້ນ, ພັດທະນາ ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ , ບັນລຸ​ປະສິດທິ​ຜົນ​ຢ່າງ​​ແທ້ຈິງ. ບັນດາ​ກົນ​ໄກ ການ​ຮ່ວມ​ມື​ສອງ​ປະ​ເທດ ພິ​ເສດ​ຢູ່​ຂັ້ນ​ສູງ​ໄດ້​ປັບປຸງ, ​ເສີມ​ຂະຫຍາຍ ຢ່າງ​ມີ​ປະສິດທິຜົນ, ຊຸກຍູ້​ການ​ພົວພັນສອງ​ປະ​ເທດ ​ໃຫ້​ນັບ​ມື້​ພັດທະນາ ​ແລະ ເຂົ້າ​ສູ່​ລ່ວງ​ເລິກ, ການ​ຮ່ວມ​ມື​ທາງ​ຊາຍ​ແດນ, ການ​ປ້ອງ​ກັນ ຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮັບ​ການ​ຊຸກຍູ້, ການ​ຮ່ວມ​ມື​ເສດຖະກິດ ລະຫວ່າງ​ ສອງ​ປະ​ເທດ ​ໄດ້​ຮັບ​ການ​ພັດ ທະນາ ຢ່າງ​ບໍ່​ຢຸດ​ຢັ້ງ.

ນອກຈາກ​ນີ້ ​ສອງ​ປະ​ເທດ ຍັງພ້ອມ​ກັນ​ແບ່ງປັນຊ່ວຍ​ເຫລືອ​ ເຊິ່ງກັນ ​ແລະ ກັນ ​ໂດຍມີຄວາມ​ໝາຍ​ຢ່າງ​ໃຫຍ່​ຫລວງ ໃນ​ການ​ພັດທະນາ ​ເສດຖະກິດ , ສັງຄົມ ກໍ່​ຄື ນໍ້າໃຈຄວາມ​ຮັກ​ແພງ ຂອງ​ປະຊາຊົນ 2 ປະ​ເທດ ທີ່​ ສະຫງວນ​ໃຫ້​ແກ່​ກັນ ​ແລະ ກັນ ທີ່​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ. ນອກ​ນີ້ ຍັງ​ມີ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ຫລາກ​ຫລາຍ ທີ່​ຫວຽດນາມ ​ແລະ ລາວ​ມອບ​ໃຫ້ ​ເຊິ່ງກັນ ​ແລະ ກັນ ບໍ່​ວ່າ​ຈະ​ເປັນ ດ້ານ​ເສດຖະກິດ-ການ​ຄ້າ, ການ​ເມືອງ​, ການ​ເງິນ, ການ​ສຶກສາ ​ແລະ ອຶ່ນໆ.

                                                                                                                 ໂດຍ:ດາ​ວັນ

KPL

ຂ່າວອື່ນໆ

    • ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

      9/13/2024 7:39:09 AM

      3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

    • ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

      9/11/2024 9:16:00 AM

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

ads
ads

Top