ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

03/09/2024 14:51
Email Print 1117
ຂປລ ຂປລ. ໃນວັນທີ 3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງ​ທອງ ສຸຂະ​ວົງ ຫົວໜ້າ​ກົມ​ສູ້​ຮົບ​ກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ຫົວໜ້າ​ສູ້​ຮົບ​ອາ​ຊຽນຄັ້ງ​ທີ 14 ໄດ້ຖະແຫລງຂ່າວກ່ຽວ​ກັບ​ຜົນ​ສໍາ​ເລັດ ​ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າ​ກົມສູ້​ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.



ຂປລ. ໃນວັນທີ
3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງ​ທອງ ສຸຂະ​ວົງ ຫົວໜ້າ​ກົມ​ສູ້​ຮົບ​ກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ຫົວໜ້າ​ສູ້​ຮົບ​ອາ​ຊຽນຄັ້ງ​ທີ 14 ໄດ້ຖະແຫລງຂ່າວກ່ຽວ​ກັບ​ຜົນ​ສໍາ​ເລັດ ​ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າ​ກົມສູ້​ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ດໍາເນີນ ພາຍໃຕ້ຄໍາຂັວນ: “ຮ່ວມມືກັນເພື່ອ ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”,  ກອງປະຊຸມຄັ້ງນີ້, ໄດ້ສັງ​ເກດ​ຕີ​ລາຄາ ​ແລະ ​ແລກປ່ຽນ​ທັດສະນະກ່ຽວ​ກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ການພົວພັນ​ຮ່ວມ​ມື​​ວຽກ​ງານ​ປ້ອງ​ກັນຊາ​ດ ​ແລະ ການ​ທະຫານ​ຂອງ​ອາ​ຊຽນ ເພື່ອເສີມສ້າງຄວາມສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບຂອງບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ໃນປັດຈຸບັນ ແລະ ໃນອານາຄົດ, ທັງເປັນ ການປະກອບສ່ວນເຂົ້າໃນ ການປົກ​ປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ; ກອງປະຊຸມຍັງໄດ້ພິຈາລະນາ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບຕໍ່ຮ່າງແຜນການ 2 ປີ ຂອງທະຫານອາຊຽນ ​ໃນ​ໄລຍະ​ປີ 2024-2026 ເຊິ່ງລວມມີບັນດາກອງປະຊຸມ ແລະ ກິດຈະກໍາຕ່າງໆ ​ໃນ​ຂອບ​ການ​ຮ່ວມ​ມື​ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ​ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາ ຊຽນ ​ແລະ ປຶກສາ​ຫາລື​ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ ການສືບຕໍ່ຈັດຕັ້ງປະຕິບັດ ບັນດາ​ກິດຈະ​ກໍາ​ ການ​ຮ່ວມ​ມື​ຂອງທະຫານອາຊຽນ. ພ້ອມນີ້, ໃນກອງປະຊຸມ ກອງທັບ​ປະຊາຊົນ​ລາວ ຍັງ​​ໄດ້ມອບໂອນການເປັນປະທານ ກອງປະຊຸມຫົວໜ້າສູ້ຮົບອາ ຊຽນ ຄັ້ງທີ 15 ໃຫ້ແກ່ ກອງທັບ​ຂອງມາເລເຊຍ ສືບຕໍ່ເປັນປະທານ ໃນປີ 2025;

ກອງປະຊຸມຫົວໜ້າ​ສູ້​ຮົບ​ອາ​ຊຽນ ຄັ້ງ​ທີ 14 ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນຄົບຖ້ວນ ເຊິ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ງຂໍ້ມູນ ໜັງສືພິມກອງທັບ

KPL

ຂ່າວອື່ນໆ

    • ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

      9/13/2024 7:39:09 AM

      3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

    • ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ ອາຊຽນ ASEAN

      ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

      9/11/2024 9:16:00 AM

      ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

ads
ads

Top