ຮ້ານ ເນກເກັດເອສເປຣສໂຊ ເຈພີ ເນັ້ນອາຫານເພື່ອສຸຂະພາບ ແລະ ຈຳໜ່າຍຜະລິດຕະພັນນົກກະຈອກເທບ

12/08/2025 10:43
Email Print 294
ຂປລ *ຮ້ານອາຫານ ເນກເກັດເອສເປຣສໂຊ ເຈພີ ( Naked Espresso by JP) ຕັ້ງຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ຢູ່ໃນຕຶກອາຄານດຽວກັບສູນອອກກຳລັງກາຍ ເຈພີ (JP Fitness).





*ຮ້ານອາຫານ ເນກເກັດເອສເປຣສໂຊ ເຈພີ ຟິດເນັສ ( Naked Espresso by JP) ຕັ້ງຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຢູ່ໃນຕຶກອາຄານດຽວກັນກັບສູນອອກກຳລັງກາຍ ເຈພີ (JP Fitness) ທີ່ຄອຍບໍລິການລູກຄ້າບໍ່ວ່າຈະເປັນ ເລື່ອງອາຫານ ເພື່ອສຸຂະພາບ ຫລື ການອອກກຳລັງກາຍ ຖືວ່າມາບ່ອນດຽວໄດ້ທັງອອກກຳລັງກາຍ ແລະ ຮັບປະທານອາຫານແຊບໆຄວບຄູ່ກັນໄປ ເຊິ່ງທາງຮ້ານຈະເນັ້ນອາຫານທີ່ເຮັດຈາກຊີ້ນນົກກະຈອກເທບທີ່ມີຄຸນນະພາບຈາກຟາມເພິ່ນເອງ, ເນື່ອງຈາກວ່າຊີ້ນນົກກະ ຈອກເທບຄ້າຍຄືຊີ້ນງົວ ແຕ່ບໍ່ມີໄຂມັນ  ພ້ອມທັງໃຫ້ວິຕາມິນ ແລະ ແຄວຊຽມສູງນຳອີກ. ນອກນັ້ນຍັງມີອາຫານປະເພດ ຄຣິນ  ແລະ ເຄື່ອງດື່ມເພື່ອສຸຂະພາບຫລາກຫລາຍລາຍການຕື່ມອີກ.




ທ່ານ ນາງ ເພັນພອນ ປະຖຳມະວົງ ເຈົ້າຂອງຮ້ານອາຫານ ເນກເກັດເອສເປຣສໂຊ ເຈພີ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ວ່າ: ຈຸດເລີ່ມຕົ້ນຂອງຮ້ານ ແມ່ນເກີດມາຈາກຄວາມມັກຮັກໃນດ້ານນີ້ແດ່ ແລະ ອີກຢ່າງໜຶ່ງແມ່ນຫົວໜ້າ ຄອບຄົວກໍ ມັກດື່ມກາເຟ ຈຶ່ງຕັດສິນໃຈ ຊື້ແຟນຊາຍກາເຟເຂົ້າມາຈຳໜ່າຍ, ຄຽງຄູ່ກັນນັ້ນກໍຢາກໃຫ້ລູກຄ້າ ທີ່ເຂົ້າມາໄດ້ກິນອາຫານພ້ອມ ຈຶ່ງເພີ່ມລາຍການອາຫານເຂົ້າມາຕ່ືມ ເຊິ່ງຈຸດປະສົງຫລັກໆຢາກນຳເອົາຜະລິດຕະພັນຈາກຟາມ (ພີເອັນເຄ ຟາມນົກກະຈອກເທບ ແລະ ອິນທະ ຜາລຳ) ຂອງພວກເຮົາມາລົງຮ້ານ ໂດຍສະເພາະແມ່ນ ຜະລິດຕະພັນນົກກະຈອກເທບ, ພືດຜັກ, ໝາກໄມ້...;ກໍຄືການນຳເອົາຊີ້ນນົກກະຈອກເທບມາເຮັດເປັນອາຫານທີ່ທຸກຄົນເຂົ້າເຖິງງ່າຍ,ໄດ້ຮັບປະທານຊີ້ນນົກກະຈອກເທບທີ່ມີຄຸນນະພາບຈາກປະສົບການລ້ຽງມາ ເກືອບ 10 ປີ ໂດຍບໍ່ຕ້ອງໄປຊື້ເປັນໂຕມາຮັບປະທານ, ດັ່ງນັ້ນທາງຮ້ານຈຶ່ງໄດ້ນຳເອົາ ຊີ້ນນົກກະຈອກ ມາປຸງແຕ່ງເປັນແຕ່ລະລາຍການອາຫານ ໄວ້ຄອຍບໍລິການລູກຄ້າ. ໂດຍການຄົ້ນຄິດສູດຈາກພໍ່ຄົວແມ່ຄົວສີມື ດີທີ່ມີປະສົບການ ເຮັດເປັນສູດສະເພາະຂອງຮ້ານ ເພື່ອໃຫ້ ໄດ້ລົດຊາດທີ່ແຊບຊ້ອຍລົງໂຕ ແລະ ເປັນເອກະລັກສະເພາະ,  ແຕ່ກໍບໍ່ແມ່ນເລື່ອງງ່າຍ ກວ່າຈະໄດ້ສູດອອກມາ (ໃຊ້ເວລາຢູ່ 3 ເດືອນ ໃນການປັບປຸງສູດອາຫານ) ເພື່ອໃຫ້ໄດ້ລົດຊາດອາຫານທີ່ທຸກຄົນຈົດຈຳ, ເຂົ້າມາຮ້ານຕະຫລອດ  ແລະ ທີ່ສຳຄັນລາຄາກໍບໍ່ແພງ ທຸກຄົນ ສາມາດຈັບຕ້ອງໄດ້. ຈຸດເດັ່ນທີ່ສາມາດດຶງດູດລູກຄ້າ ເຂົ້າມານັບມື້ຫລາຍຂຶ້ນ ນອກຈາກອາຫານທີ່ມີລົດຊາດແຊບແລ້ວ, ວັດຖຸດິບກໍເປັນຫົວໃຈຫລັກສຳຄັນ ຈະເນັ້ນສົດໃໝ່ທຸກມື້, ສະອາດ, ການບໍລິການວ່ອງໄວ, ການຕົບແຕ່ງອາຫານກໍພິຖີພິທັນ ເຮັດໃຫ້ອາຫານທຸກ ຈານ ອອກມາຢ່າງສວຍງາມໂດດເດັ່ ນຍິ່ງເພີ່ມອັດທະລົດຂອງອາຫານໃຫ້ແຊບຊ້ອຍຕື່ມ.




ສຳລັບອາຫານທີ່ຢາກນຳສະເໜີກໍຈະມີ ລາບຊີ້ນນົກກະຈອກເທບ, ສະເຕັກນົກກະຈອກເທບ, ເຂົ້າໜ້ານົກກະຈອກເທບ, ກະເຜົານົກກະຈອກເທບ, ເຂົ້ານົກຜັດກະທຽມ, ເບີເກີນົກກະຈອກເທບ.  ນອກນັ້ນ, ກໍຍັງມີອາຫານອື່ນໆອີກເຊັ່ນ:  ສຸກີ້ ໄກ່, ໝູ; ກະ ເພົາງົວ, ໝູ, ໄກ່, ເຂົ້າຜັດ (ຂົ້ວເຂົ້າ) ໄກ່, ໝູ, ງົວ, ທະເລ;  ເຂົ້າໜ້າງົວຍີ່ປຸ່ນ, ລາບໝູ, ໄກ່, ເຂົ້າໝູກະທຽມ; ປະເພດສະຫລັດ ຈະມີ : ກີກສະຫລັດ, ຜັກປີ້ງສະຫລັດ, ເຊວມ້ອນສະຫລັດ, ຜັກຣອກເກັດ ແລະ ຜັກເຄວສະຫລັດ; ປະເພດ ພາສຕ້າ, ແຣັບ, ແຊວວິນ, ສະ ເຕັກແຊວມ້ອນ, ສະເຕັກງົວ, ສະເຕັກໄກ່, ອອດຊີ້ເບີເກີ; ຍັງບໍ່ພໍເທົ່ານີ້ ຍັງມີປະເພດອາຫານເຊົ້າ ແລະ ເຄື່ອງດື່ມ ແຊບໆໄວ້ບໍລິການລູກຄ້າຕື່ມ ເຊັ່ນ ກາເຟ, ນ້ຳປັ່ນໝາກໄມ້, ມີແບັກເກີລີ ເຊັ່ນ: ຄົວຊອງ, ຟາຍໝາກນັດ ແລະ ອື່ນໆໄວ້ຄອຍບໍລິການລູກຄ້ານຳອີກ.

ພ້ອມນັ້ນ, ເພື່ອຕອບສະໜອງຄວາມຕ້ອງການລູກຄ້າ ທີ່ຕ້ອງການຊີ້ນນົກກະຈອກເທບກັບບ້ານ ຫລື ເປັນຂອງຕ້ອນຂອງຝາກທາງຮ້ານ ຍັງໄດ້ນຳເອົາຜະລິດຕະພັນນົກກະຈອກເທບ ຈາກຟາມຂອງພວກເຮົາ ມາຈຳໜ່າຍຕື່ມອີກ ເປັນຕົ້ນແມ່ນ ໄຂ່ນົກກະຈອກ ເທບ ລາຄາ 250.000 ກີບ/ໜ່ວຍ, ນົກສະໄຮ້ ລາຄາ 450.000 ກີບ/ກິໂລກຣາມ, ນົກສະເຕັກ 500.000 ກີບ/ກິໂລກຣາມ, ຕັບ, ໄຕ, ຫົວໃຈ ລາຄາ 250.000 ກີບ/ກິໂລກຣາມ, ເຄື່ອງໃນລວມ, ຕີນ, ກະ ດູກຂ້າງ, ຄໍ, ໜັງ, ກົ້ນ, ນຳ້ມັນ, ກະດູກອົບ ແລະ ຂາຕັ້ງ, ພ້ອມນັ້ນ ຍັງມີໝາກອິນທະຜາລຳ ຈາກຟາມ ມາຈຳໜ່າຍຕື່ມອີກໃນລະດູການ.




ທ່ານ ນາງ ເພັນພອນ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກດຳເນີນທຸລະກິດ ກ່ຽວກັບອາຫານເພື່ອສຸຂະພາບແລ້ວ, ພວກເຮົາຍັງມີສູນອອກກຳລັງກາຍ ເຈພີ ຟິດເນັດສ (JP Fitness) ທີ່ເປີດມາໄດ້ 4 ປີແລ້ວ ເພື່ອສົ່ງເສີມດ້ານສຸຂະພາບ ແລະ ເປັນອີກໜຶ່ງທາງເລືອກ ໃຫ້ ລູກ. ເອົາເປັນວ່າ, ຖ້າລູກຄ້າທ່ານໃດສົນໃຈ ຢາກມາຮັບປະທານອາຫານແຊບໆ ຫລື ຢາກມາອອກກຳລັງກາຍເພື່ອສຸຂະພາບ ກໍສາມາດມາໄດ້ທຸກມື້ ທີ່ຕຶກອາຄານ ເຈພີ ຟິດເນັສ (JP Fitness) ຢູ່ບ້ານ ທົ່ງຕູມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ທີ່ເປີດບໍລິການ ລູກຄ້າທຸກມື້. ຮ້ານອາຫານ ແມ່ນເປີດແຕ່ 7:00 ເຊົ້າ- 17:00 ໂມງ, ສ່ວນສູນອອກກຳລັງກາຍ ແມ່ນເປີດແຕ່ 5:00 ໂມງເຊົ້າ- 22:00 ໂມງ. ສຳລັບທ່ານໃດມາແລ້ວບໍ່ຮູ້ທາງ ກໍສາມາດຕິດຕໍ່ໄດ້ທີ່ເບີ 020 98898820.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top