76 ປີ ສປ ຈີນ ນໍາພາມວນມະນຸດໄດ້ຊົມໃຊ້ສິ່ງໃໝ່ໆຢ່າງໜ້າມະຫັດສະຈັນ

30/09/2025 12:13
ຂປລ ຂປລ. ຕະຫລອດໄລຍະ 76 ປີຜ່ານມາ ສປ ຈີນ ໄດ້ນຳພາປະເທດຂອງຕົນກ້າວເປັນປະ​ເທດ​ໃຫຍ່​ດ້ານເສດຖະກິດອັນດັບຕົ້ນໆຂອງໂລກ, ນໍາພາປະຊາຊົນຈີນຫລຸດພົ້ນອອກຈາກຄວາມທຸກຍາກຫລາຍກວ່າ 800 ລ້ານຄົນ ແລະ ແບ່ງປັນການພັດທະນາສູ່ໂລກພາຍນອກກວມເອົາກວ່າ 150 ປະເທດ

ຂປລ. ຕະຫລອດໄລຍະ 76 ປີຜ່ານມາ ສປ ຈີນ ໄດ້ນຳພາປະເທດຂອງຕົນກ້າວເປັນປະ​ເທດ​ໃຫຍ່ ​ດ້ານເສດຖະກິດອັນດັບຕົ້ນໆຂອງໂລກ, ນໍາພາປະຊາຊົນຈີນຫລຸດພົ້ນອອກຈາກຄວາມທຸກຍາກຫລາຍກວ່າ 800 ລ້ານຄົນ ແລະ ແບ່ງປັນການພັດທະນາສູ່ໂລກພາຍນອກ ກວມເອົາກວ່າ 150 ປະເທດ ໂດຍຜ່ານເສັ້ນທາງສາຍໄໝເອີ້ນວ່າ“ເສັ້ນເລືອດໃຫຍ່ຂອງເສດຖະກິດໂລກແຫ່ງສະຕະວັດທີ 21”, ຈາກເວລານັ້ນເຖິງປັດ​ຈຸ​ບັນ ພວກເຮົາໄດ້ຮຽນຮູ້ບົດຮຽນອັນລໍ້າຄ່າ ແລະ ໄດ້ຊົມໃຊ້ຜະລິດຕະພັນຈາກຈີນມີຫຍັງແນ່?.

ເມື່ອເວົ້າເຖິງປະເທດຈີນ, ບໍ່ມີທ່ານໃດ​ປະຕິເສດໄດ້ ວ່າບໍ່ໄດ້ຊົມໃຊ້ຜະລິດຕະພັນຈີນ ນັບແຕ່ລົດລາງພາຫະນະ, ເຄື່ອງກົນຈັກ, ເຄື່ອງໄຟຟ້າ, ເຄື່ອງໃຊ້ໃນເຮືອນ, ຈົນເຖິງໄມ້ຈິ້ມແຂ້ວ ແລະ ອື່ນໆ ໃນຊີວິດປະຈໍາວັນຄ້າຍຄື
“ລົມຫາຍໃຈເຂົ້າອອກກໍວ່າໄດ້”. ຖ້າຢາກຮູ້ຄວາມຈິງຄວນເບິ່ງຄືນຫລັງ
10 ປີຜ່ານມາຢ່າງສັດຈະວິພາກ. ຕະຫລອດໄລຍະຜ່ານມາຊາວນາ ແລະ ກຸ່ມຄົນທຸກຍາກທົ່ວໂລກໄດ້ຄ່ອຍໆປົດແອກອອກຈາກການຄອບງໍາສິນຄ້າລາຄາແພງ ຂອງທຶນນິຍົມຜູກຂາດ, ໂດຍເລີ່ມຕົ້ນເຄື່ອງກົນຈັກ, ລົດໄຖນາ, ລົດຈັກ, ລົດເກງ, ລົດບັນທຸກ, ເຄື່ອງໃຊ້ໄຟຟ້າ, ໂທລະສັບມືຖື ແລະ ອື່ນໆ ທີ່ຜະລິດໃນປະເທດທຶນນິຍົມຜູກຂາດເຕັກໂນໂລຊີກັບການຕັ້ງລາຄາຂ້ອນຂ້າງແພງເຮັດໃຫ້ຊາວນາ ແລະ ກຸ່ມຄົນມີລາຍໄດ້ຕໍ່າບໍ່ສາມາດຊື້ ຫລື ເຂົ້າເຖິງສິ່ງເຫລົ່ານັ້ນໄດ້ຢ່າງເຕັມສ່ວນ, ແຕ່ປັດຈຸບັນນີ້ທຸກຊັ້ນຄົນທົ່ວໂລກ ສາມາດເຂົ້າເຖິງສິນຄ້າຂອງຈີນ ຜະລິດ ແລະ ສະໜອງໃຫ້ດ້ວຍລາຄາສົມເຫດສົມຜົນ ແຕກຕ່າງກັນໄປເພີ່ມຂຶ້ນຢ່າງກວ້າງຂວາງ ເຊິ່ງໄດ້ສະແດງໃຫ້ເຫັນການເປີດກວ້າງ ແລະ ການກະຈາຍການພັດທະນາ ຂອງຈີນໃຫ້ມວນມະນຸດ.

ຕະຫລອດຫລາຍທົດສະວັດຜ່ານມາດັ່ງທີ່ຮູ້ນໍາກັນເຖິງແມ່ນວ່າບາງຊາດຕາເວັນຕົກ ໄດ້ກີດກັ້ນ ແລະ ປິດລ້ອມດ້ວຍວິທີຕ່າງໆນາໆ ເພື່ອຮີບຮັດຈີນໂດຍບໍ່ແບ່ງປັນເຕັກໂນໂລຊີທັນສະໄໝ, ບໍ່ຂາຍອຸປະກອນຊິບ, ຕັ້ງກໍາແພງພາສີກີດກັ້ນສິນຄ້າຈີນ ແລະ ການໃສ່ຮ້າຍປ້າຍສີຕ່າງໆນາໆ ແຕ່ດ້ວຍມູນເຊື້ອບັນພະບຸລຸດອັນດີງາມ, ບວກກັບຄວາມດຸໝັ່ນ ອົດທົນ, ການຮັກຫອມສັນຕິພາບ ແລະ ມີນໍ້າໃຈແບ່ງປັນຊ່ວຍເຫລືອ ເພື່ອນມິດສາກົນຮອບດ້ານ ເຮັດໃຫ້ ສປ ຈີນ ຜ່ານຜ່າສິ່ງຫຍຸ້ງຍາກເຫລົ່ານັ້ນ ໄດ້ຢ່າງໂດດເດັ່ນ ແລະ ກາຍເປັນປະເທດ​ໃຫຍ່​ດ້ານເສດຖະກິດໂລກ ເປັນຕົ້ນແບບໃນການນໍາພາ ການພັດທະນາແບບຍືນຍົງຂອງໂລກ, ເປັນຜູ້ເຕົ້າໂຮມຄວາມສາມັກຄີປອງດອງ, ເປັນຜູ້ປົດແອກອອກຈາກການຄອບງໍາຜູກຂາດເຕັກໂນໂລຊີຂອງຊາດຕາເວັນຕົກໄດ້ຢ່າງໜ້າຊົມເຊີຍ.

ບັນດານັກວິເຄາະໃຫ້ທັດສະນະວ່າ: ຖ້າໂລກນີ້ບໍ່ມີ ປະເທດຈີນ ແນ່ນອນພວກເຮົາອາດຕົກເປັນທາດ ບໍລິໂພກວັດຖຸທີ່ຜະລິດ ຈາກບາງຊາດຕາເວັນຕົກ ດ້ວຍເງື່ອນໄຂລາຄາແພງ ແລະ ບໍ່ມີທາງເລືອກສະແຫວງຫາສິ່ງແຕກຕ່າງອື່ນ ເຊິ່ງຈະເຮັດໃຫ້ກຸ່ມຄົນຊັ້ນກາງ ແລະ ທຸກຍາກຫາເຊົ້າກິນຄໍ່າອາດ ຈະບໍ່ມີໂອກາດເຂົ້າເຖິງສິນຄ້າທີ່ຫລາກຫລາຍ ແລະ ບໍ່ສາມາດແກ້ໄຂຄວາມທຸກຍາກ ທີ່ແຕກໂຕນກັນໄດ້ ຕົວຢ່າງນ້ອຍໆ: ພຽງໂທລະສັບມືຖືທີ່ໃຊ້ໃນຊີວິດປະຈໍາວັນ, ກັບຫຍີ່ຫໍ້ໄອໂຟນກໍມີຄາລາສູງເຖິງ 10-50 ລ້ານກີບຕໍ່ໜ່ວຍແລ້ວ ເມື່ອທຽບກັບໂທລະສັບມືຖືຂອງຈີນຫຍີ່ຫໍ້ຫົວເຫວີຍ, ເຊວມີ້ ມີລາຄາພຽງແຕ່ 3-10 ລ້ານກວ່າກີບເທົ່ານັ້ນ ເຫັນວ່າແຕກຕ່າງກັນປານ “ ຟ້າກັບເຫວ”, ນີ້ຍັງບໍ່ນັບພາຫະນະ, ເຄື່ອງກົນຈັກ ແລະ ວັດຖຸສິ່ງຂອງອື່ນໆທີ່ຈໍາເປັນ. ຍິ່ງກວ່ານັ້ນ ຍັງມີຕົວຢ່າງໜຶ່ງອີກທີ່ເປັນປະຫວັດສາດໂດຍທະນາຄານໂລກ ແລະ ອົງການສະຫະປະຊາ​ຊາດກໍຍອມຮັບຄື: ເສັ້ນທາງສາຍໄໝສະຕະວັດທີ 21, ພາຍໃຕ້ຂໍ້ລິເລີ່ມ“ ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປະຕິບັດແຕ່ປີ 2013 ເຖິງປັດຈຸບັນນີ້ມີບັນດາສະມາຊິກຕ່າງໆເຂົ້າຮ່ວມກວ່າ 150 ປະເທດທົ່ວໂລກ ແລະ ກາຍເປັນເສັ້ນເລືອດໃຫຍ່ເອື້ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການບໍລິການຂົນສົ່ງ, ການລົງທຶນ ແລະ ການໄປມາຫາສູ່ກັນແບບບໍ່ມີຮອຍຕໍ່ຄວບຄຸມເກືອບທົ່ວໂລກ, ໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ,  ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກແບບກວມລວມແທ້ໆ,ໃນນັ້ນອີກເລື່ອງທີ່ສໍາຄັນຍັງໄດ້ປ່ຽນສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນຄັ້ງປະຫວັດສາດ, ໂດຍສະເພາະເສັ້ນທາງລົດໄຟ ລາວ-ຈີນ ກາຍເປັນກຸນແຈເປີດປະຕູ ສປປ ລາວ ສູ່ໂລກພາຍນອກຢ່າງ​ເຕັມສ່ວນ ຜ່ານການເຊື່ອມໂຍງກັບຊາດອາຊຽນທີ່ມີປະຊາກອນ 600 ລ້ານ, ເຂົ້າຫາຈີນທີ່ມີປະຊາກອນ 1,4 ຕື້ຄົນ, ໄປຫາເສັ້ນທາງຢູຣາເຊຍ (ອາຊີ-ເອີຣົບ) ທີ່ມີປະຊາກອນກວ່າ 500 ລ້ານຄົນ ເຊິ່ງການເຊື່ອມໂຍງດັ່ງກ່າວຈະບໍ່ພຽງກໍໃຫ້ເກີດລະບຽງເສດຖະກິດໃຫຍ່ທີ່ສຸດຂອງໂລກ, ແຕ່ຫາກຍັງກໍໃຫ້ເກີດດິນແດນແຫ່ງສັນຕິພາບ, ຄວາມຈະເລີນຮຸ່ງ ແລະ ແລກ ປ່ຽນອະລິຍະທໍາທີ່ງົດງາມໃນອະນາຄົດ.

ບັນດານັກວິເຄາະຍັງໄດ້ຍົກໃຫ້ເຫັນຜົນສໍາເລັດຢ່າງມະຫັດສະຈັນຂອງຈີນທີ່ເປັນຮູບປະທໍາວ່າ: ແຕ່ລະໄລຍະໃນການພັດທະນາຂອງຈີນ ມີການວາງແຜນຢ່າງເປັນລະບົບຄົບຊຸດ ແລະ ຂັບເຄື່ອນດ້ວຍບາດກ້າວວ່ອງໄວຈົນເຮັດໃຫ້ຊາວໂລກຕ້ອງແນມເບິ່ງບໍ່ໜ້າເຊື່ອ. ໂດຍເລີ່ມຈາກນໍາເຂົ້າລົດລາງພາຫະນະກາຍເປັນຜູ້ຜະລິດ ແລະ ສົ່ງອອກລົດໄຟຟ້າອັນ​ດັບ 1 ຂອງໂລກ; ຈາກການເພິ່ງພາເຕັກໂນໂລຊີສື່ສານ ແລະ ໂທລະສັບມືຖືຂອງຕາເວັນຕົກ ກາຍເປັນຜູ້ຜະລິດອຸປະກອນໂທລະຄົມ ແລະ ໂທລະສັບມືຖືເປັນຂອງຕົນເອງໃນແຖວໜ້າໂລກ;ຈາກການເພິ່ງພາຊິບຂອງຕາເວັນຕົກເພື່ອໃຊ້ໃນອຸປະກອນເຄື່ອງໄຟຟ້າຕ່າງໆກາຍເປັນຜູ້ຜະລິດຊິບເອງ; ຈາກທີ່ເຄີຍນໍາໃຊ້ເຕັກໂນໂລຊີລົດໄຟຂອງຕາເວັນຕົກກາຍເປັນຜູ້ມີເສັ້ນທາງລົດໄຟຍາວທີ່ສຸດຂອງໂລກ ແລະ ເປັນຜູ້ຜະລິດ-ສົ່ງອອກລົດໄຟອັນດັບ 1 ຂອງໂລກ; ຈາກອະດີດເຄີຍແນມເບິ່ງຊາດຕາເວັນຕົກພາກັນສົ່ງຍານອະວະກາດຂຶ້ນສູ່ດວງຈັນ ກາຍເປັນຜູ້ຜະລິດເຕັກໂນໂລຊີອະວະກາດທັນສະໄໝສຸດ ແລະ ສົ່ງຍານອະວະກາດຂຶ້ນສູ່ວົງໂຄຈອນພິພົມໃໝ່ອັນດັບ 1 ຂອງໂລກ ແລະ ອື່ນໆ ເຊິ່ງທັງໝົດທີ່ວ່ານັ້ນ ບໍ່ແມ່ນເລື່ອງນຶກຄິດ ແລະ ຝັນເອົາເອງໂດຍບໍ່ໄດ້ລົງມືທໍາ, ແຕ່ເກີດຂຶ້ນຈາກມູນເຊື້ອອັນດີງາມຂອງບັນພະ​ບຸລຸດ, ຄວາມສາມັກຄີອັນເປັນປຶກແຜ່ນ, ຄວາມຮັກຊາດ, ຄວາມດຸໝັ່ນອົດທົນ ແລະ ການເບິ່ງກວ້າງແນມໄກຂອງຈີນຢ່າງສະຫລາດສ່ອງໄສ. ນອກຈາກນັ້ນ, ວິທີການພັດທະນາແຕ່ລະໄລຍະຂອງຈີນບໍ່ໄດ້ເດີນທາງຢ່າງໂດດເດັ່ນແຕ່ຕົນເອງໂດຍລໍາພັງເທົ່ານັ້ນ ຫາກຍັງຈັບມືຖືແຂນເພື່ອນມິດວົງຄະນະຍາດສາກົນ ແລະ ຊ່ວຍເຫລືອປະເທດດ້ອຍພັດທະນາໄປຄຽງຄູ່ກັນ ເພື່ອໄປຫາຈຸດ
ໝາຍປາຍທາງຂອງຄວາມຈະເລີນຮຸ່ງເຮືອງ
, ກິນອີ່ມນຸ່ງອຸ່ນ, ມີສັນຕິພາບ, ມີຄວາມສະຫງົບສຸກ ແລະ ບໍ່ຖິ້ມໃຜໄວ້ເບື້ອງຫລັງ.

ດັ່ງທີ່ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ CMG ໃນໂອກາດເຂົ້າຮ່ວມງານລ້ຽງສະເຫລີມສະຫລອງວັນສະຖາປະນາ ສປ ຈີນ ຄົບຮອບ 76 ປີ (1/10/1949-1/10/2025)ທີ່ນະຄອນຫລວງວຽງຈັນ ໃນວັນທີ 22 ກັນຍາ 2025 ນີ້ວ່າ: ການຮ່ວມມືລາວ-ຈີນໄດ້ນໍາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດແທ້ໆ. ຄືຮູ້ນໍາກັນ, ລາວ ແລະ ຈີນ ເປັນປະເທດເພື່ອນມິດຍຸດທະສາດຄູ່ຮ່ວມຊາຕາກໍາ ລາວ-ຈີນ. ຕະຫລອດໄລຍະຜ່ານມາການພົວພັນ ລາວ-ຈີນ ໄດ້ກ້າວຂຶ້ນສູ່ຈຸດສູງສຸດແຕ່ລະໄລຍະ ໃນນັ້ນບັນດາໂຄງການໃຫຍ່ໆທີ່ເປັນໝາກຜົນຂອງການຮ່ວມມືລາວ-ຈີນ ໄດ້ກາຍເປັນໂຄງການຕົວແບບທີ່ຫລາຍປະເທດໄດ້ເອົາເປັນບົດຮຽນໃນການພົວພັນຮ່ວມມືກັບຈີນ. ທ່ານຮອງນາຍົກກ່າວຕື່ມວ່າ: ໝາກຜົນອັນໃໝ່ໆໃນການພົວພັນຮ່ວມມືສອງຝ່າຍລາວ-ຈີນໃນຊຸມປີຕໍ່ໜ້າ ໂດຍສະເພາະໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງຈະເປັນບ່ອນອີງໃຫ້ແກ່ການຂະຫຍາຍການພົວພັນຮ່ວມມື ແລະ ນໍາຜົນປະໂຫຍດຕົວຈິງ​ມາສູ່ປະຊາຊົນສອງຊາດ.

ພ້ອມດຽວກັນນີ້, ທ່ານ ນາງ ຟ່າງຮົງ  ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຍັງໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນຢູ່ໃນງານສະຫລອງວັນຊາດວ່າ:  76 ປີຜ່ານມາ, ພາຍໃຕ້ການນຳພາອັນແຂງແຮງຂອງພັກກອມມູນິດຈີນ, ໄດ້ນໍາພາປະຊາຊົນຈີນກ້າວເຂົ້າສູ່ຂະບວນວິວັດອັນໃໝ່ຫັນເປັນທັນສະໄໝແບບຈີນຊຸກຍູ້ການກໍ່ສ້າງປະເທດມັ່ງຄັ່ງເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານ ເຊິ່ງໄດ້ກ້າວເດີນຢູ່ໃນແຖວໜ້າແຫ່ງຍຸກສະໄໝຢ່າງສະຫງ່າຜ່າເຜີຍ. ປີນີ້ເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍແຜນການພັດທະນາ 5 ປີ ຄັ້ງທີ 14 (2021-2025), ຈີນໄດ້ສຸມໃສ່ຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ, ດ້ວຍຄວາມເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານເຕັກນິກວິທະຍາສາດລະດັບສູງຂອງຈີນໄດ້ບັນລຸເປັນຈິງໄວຂຶ້ນ.

ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຍັງກ່າວຕື່ມວ່າ, ການຮ່ວມມືຢ່າງເປັນຮູບປະທຳຂອງສອງປະເທດຈີນ ແລະ ລາວ ສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຈີນ ຈະສືບຕໍ່ຮ່ວມມືກັບຝ່າຍລາວ, ຈັດຕັ້ງປະຕິບັດແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ດີ ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ສາກົນ.

ເຖິງແນວໃດກໍດີ,  ປີນີ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຈີນ 5 ປີ ຄັ້ງທີ 14 (2021-2025)ໄກ້ຈະສິ້ນສຸດລົງທ້າຍປີ 2025 ເຊິ່ງແຜນດັ່ງກ່າວໄດ້ສະທ້ອນໃຫ້ເຫັນຄວາມສໍາເລັດສໍາຄັນຫລາຍດ້ານເປັນຮູບປະທໍາ ແລະ ຜ່ານສາຍຕາໂລກຢ່າງພາກພູມໃຈເຊັ່ນ: ເສດຖະກິດທີ່ມີຄວາມຍືນຍົງ, ການປ່ຽນແປງໄປສູ່ທິດສີຂຽວ, ການເປີດປະເທດຢ່າງຕໍ່ເນື່ອງ,  ການເພິ່ງພາຕົນເອງດ້ານເຕັກໂນໂລຊີເພີ່ມຂຶ້ນແບບກ້າວກະໂດດ, ການແບ່ງປັນອັດຕາສ່ວນ ການພັດທະນາໃຫ້ປະຊາຄົມໂລກກວ້າງຂວາງເພີ່ມຂຶ້ນ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນຈີນດີຂຶ້ນກວ່າເກົ່າ. ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top